|
 |
(GMT+08:00)
2005-12-07 15:29:05
|
 |
ປະທານປະເທດຫວຽດນາມພົບປະທ່ານວາງຈົ່ງອູ
cri
ວັນທີ6ທັນວາ, ຢູ່ວັງເອກະພາບທີ່ນະຄອນໂຮຈີມິນ ພາກໃຕ້ຫວຽດນາມ, ທ່ານເຈິນດຶກເລືອງ ປະທານປະເທດຫວຽດນາມໄດ້ພົບປະທ່ານວາງຈົ່ງອູ ຮອງປະທານສະພາປຶກສາການເມືອງທົ່ວປະເທດຈີນພ້ອມຄະນະທີ່ໄປຢາມ.
ທ່ານເຈິນດຶກເລືອງໄດ້ສະແດງຄວາມຊົມເຊີຍຢ່າງອົບອຸ່ນຕໍ່ຄະນະຜູ້ແທນສະພາປຶກສາການເມືອງຈີນທີ່ໄປຢ້ຽມຢາມຫວຽດນາມໃນໂອກາດຈີນຫວຽດນາມສ້າງສາຍສຳພັນການທູດຄົບຮອບ55ປີ. ຝ່າຍຫວຽດນາມຫວັງໃຫ້ສອງປະເທດເພີ່ມຄວາມເຂົ້າໃຈກັນແລະເພີ່ມທະວີການຮ່ວມມືກັນ, ປະກອບສ່ວນໃໝ່ເພື່ອຜັນຂະຫຍາຍທິດທາງຊີ້ນຳທີ່ໃຫ້ມີສະຖຽນລະພາບຍາວນານ, ຫັນໜ້າໄປສູ່ອະນາຄົດ, ເປັນບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນແລະຮ່ວມມືກັນຢ່າງຮອບດ້ານດ້ວຍນ້ຳໃຈທີ່ເປັນເພື່ອນບ້ານທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີແລະໝູ່ຄູ່ທີ່ດີ.
ທ່ານວາງຈົ່ງອູໄດ້ຝາກຄວາມຖາມຂ່າວອັນສະໜິດສະໜົມແລະຄວາມອວຍພອນອັນດີງາມຂອງທ່ານຫູຈີນທາວ ປະທານປະເທດຈີນໄປຍັງທ່ານເຈິນດຶກເລືອງ. ທ່ານກ່າວວ່າ, ສະພາປຶກສາການເມືອງທົ່ວປະເທດຈີນຍິນດີເພີ່ມທະວີການແລກປ່ຽນແລະຮ່ວມມືກັບແນວໂຮມປະເທດຊາດຫວຽດນາມ.
|
|
|