ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-08 00:27:47    
ງານ​ມະຫະກຳຮູບ​ເງົາ​ຈິນຈີເບ​ຮວ່າທີ່​ສະ​ແດງ​​ໃຫ້​ເຫັນໂສມ​ຫນ້າ​ໃຫມ່​ສຸດ​ຂອງ​ຮູບ​ເງົາ​ຈີນ

cri

ແຕ່​ວັນ​ທີ8 ພະຈິກ​ຫາ​ວັນ​ທີ12 ພະຈິກ,ງານ​ມະຫະກຳຮູບ​ເງົາ​ຈິນຈີ​ເບ​ຮວ່າ​ຄັ້ງ​ທີ14ຂອງ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​​ຊານຢ້າ ​ເມືອງ​ແຄມ​ທະ​ເລ​ຢູ່​ພາກ​ໃຕ້​ຂອງ​ຈີນ.​ໃນ​ລາຍ​ການ​ວັດທະນະທຳ​ຈີນ​​ເທື່ອ​ນີ້,​ເຊີນ​ຟັງ​ການ​ລາຍ​ງານຂ່າວ​ຂອງ​ນັກ​ຂ່າວ​criພວກ​ເຮົາ.

ລາງວັນ​ຈິນຈີຂອງ​ຮູບ​ເງົາ​ຈີນ​​ແມ່ນສ້າງ​ຕັ້ງ​ຂຶ້ນ​ໃນ​ປີ1981,ລາງວັນ​ນີ້​ກັບລາງວັນ​ເບ​ຮວ່າ​ຂອງຮູບ​ເງົາ​ມະຫາຊົນທີ່​ສ້າງ​ຂຶ້ນໃນ​ປີ1962​ແມ່ນ​ລາງວັນສອງລາຍ​ທີ່​ສຳຄັນກວ່າ​ຫມູ່ຂອງ​ຈີນ,ລາງວັນ​ຈິນຈີ​ກຳ​ເນີ​ດຂຶ້ນ​ໂດຍ​ໃຫ້ຜູ້​ຊ່ຽວຊານ​ຂອງ​ວົງ​ການ​ຮູບ​ເງົາ​ຈີນ​ປ່ອນ​ບັດ​ຄັດເລືອກ,ລາງວັນ​ເບ​ຮວ່າ​ກຳ​ເນີ​ດຂຶ້ນ​ໂດຍ​​ໃຫ້ຜູ້​ຊົມ​ຮູບ​ເງົາ​ຈີນ​ປ່ອນ​ບັດຄັດ​ເລືອກ.

ເນື້ອ​ໃນ​ຕົ້ນຕໍ​ຂອງ​ງານ​ມະຫະກຳຮູບ​ເງົາ​ຈິນຈີ​ເບ​ຮວ່າ​ປີ​ນີ້​ແມ່ນ​ປະ​ກວດລາງວັນ16ລາຍ​ຂອງ​ລາງວັນ​ຈິນຈີ​ຮູບ​ເງົາ​ຈີນຄັ້ງ​ທີ25.

ທ່ານຜູ້​ຟັງ​ທີ່​ໂຄລົບ,ທີ່ທ່ານພວມ​ຟັງ​ຢູ່ນີ້​ແມ່ນ​ອັດສ​ຽງຂອງ​ຮູບ​​ເງົາເລື່ອງ​"ເຄີ​ເຄີ​ສິລີ".

ຮູບ​ເງົາ​​ເລື່ອງ"ເຄີ​ເຄີ​ສິລີ​"ແລະ​ເລື່ອງ"ຢູ່​ເທິ​ງພູ​ທ້າຍ​ຫາງ"​ໄດ້​ຮັບ​ລາງວັນຮູບ​ເງົາເລື້ອງ​ທີ່​ດີກ​ວ່າ​ຫມູ່​ຂອງ​ລາງວັນ​ຈິນຈີນ​ຄັ້ງ​ນີ້.​ຮູບ​ເງົາ​ເລື່ອງເຄີ​ເຄີ​ສິລີ ​ແມ່ນ​ຮຽບຮຽງ​​ຕາມ​ນິທານ​​ເລື່ອງຈິງ,​ແມ່ນ​ຮູ​ບ​ເງົາຜະຈົນໄພພາກ​ຕາ​ເວັນ​ຕົກ​ເລື່ອງ​ທຳ​ອິດ​ຂອງ​ຈີນ.ທ່ານ​ລູ້​ຊວນ ຜູ້​ກຳກັບ​ການສະ​ແດງທີ່​ຫນຸ່ມ​ນ້ອຍແລະ​ຫນ່ວຍ​ງານ​ຂອງ​ທ່ານ​ໄດ້​ຖ່າຍ​ຮູບ​ເງົາ​ທີ່​ສະ​ເທືອ​ນຈິດ​ໃຈ​ຂອງ​ຜູ້​ຊົມ​​ເລື່ອງນີ້ຢູ່​ເຂດອະນຸ​ລັກ​ທຳ​ມະ​ຊາດ​ເຄີເຄີສິລີຂອງ​ພູ​ພຽງ​ຊິນ​ໄຮ​ຕີ​ເບ​ດທີ່​ສູງ​ກວ່າລະດັບ​ນ້ຳ​ທະ​ເລ5000​ກວ່າແມັດ.

ເນື້ອ​ໃນ​ຂອງຮູບ​ເງົາ​ແມ່ນສະມາ​ຊິກລາດຕະ​ເວນ​ພູ​8ຄົນ​ໄດ້ເຂົ້າ​​ສູ່ເຄີ​ເຄີ​ສິລີ,​ໄປ​ຂັດຂວາງບໍ່​ໃຫ້​ຜູ້​ລັກ​ລ່າ​ເນື້ອຂ້າ​ເຍືອງ​ຕີ​ເບ​ດ,​ຢູ່​ກາງ​ທາງພວກ​ເພີ່ນ​​ໄດ້​ປະສົບ​ອຸປະສັກ​ຕ່າງໆ​ນາໆ​ທີ່​ບໍ່​ໄດ້​ຄາດ​ໄວ້,​ສະມາຊິກ​ທັງຫລາຍ​ໄດ້​ຕໍ່ສູ້ກັບ​ສະພາບແວດ​ລ້ອມ​ທຳ​ມະ​ຊາດ​ອັນ​ຂີ້ຮ້າຍ,ລອງ​ລິດ​ກັບ​ຜູ້​ລັກ​ລ່າ​ເນື້ອ,ສຸດ​ທ້າຍມີ​ພຽງ​ມີ​ສອງ​ຄົນ​ລອດ​ຕາຍ.ພາບ​ໃນ​ຮູບ​ເງົາທີ່​ທາລຸນ​ແລະ​​ແທ້​ຈິງ,​ແລະ​ຫົວ​ຂໍ້ລັກສະນະ​ສາກົນທີ່​ເອົາ​ໃຈ​ໃສ່​ນຳສິ່ງ​​ແວດ​ລ້ອມ​ດຳລົງ​ຄົງ​ຕົວ​ຂອງມະນຸດ,​​ເຮັດ​ໃຫ້​ຮູບ​ເງົາ​ເລື່ອງ​ນີ້ໄດ້​ຮັບ​ລາງວັນຕ່າງໆ​ຢູ່ພາຍ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ​ແລະ​​ໄດ້​ຮັບ​ຜົນງານ​ອັນ​ດີ​ເດັ່ນ​ໃນ​ດ້ານ​ຂາຍ​ຂາຍ​ປີ້​.

ແຕ່ປີ​ນີ້​ມາ,ຜົນງານ​ຂອງ​ນັກ​ຮູ​ບ​ເງົາ​ໄວ​ຫນຸ່ມຂອງຈີນທີ່​ຖື​ທ່ານ​ລູ້​ຊວນ​ເປັນ​ຕົວ​ແທນ​​ໄດ້​ຖື​ການ​ສ່ອງ​ແສງຊີ​ວິດ​ການ​ເປັນ​ຢູ່ຕົວ​ຈິງ​ຂອງ​ຈີນ​​ເປັນຕົ້ນຕໍ,ຝີ​ມື​​ໃນ​ການ​ດຳ​ເນີນ​ເລື້ອງ​ແມ່ນ​ງ່າຍ​ດາຍ,​ແລະ​ລະອຽດລະ​ອໍ,​ເຈາະ​ຈົງສະ​ແດງ​ໂລກ​ໃນ​ໃຈ​ຂອງ​​ສາມັນຊົນ​.ທ່ານ​ນາງ​ມາ​ລີ້​ເວິນ ຜູ້​ທີ່​ໄດ້​ຮັບ​ລາງວັນ​ຜູ້​ກຳກັບ​ການສະ​ແດງ​ທີ່ດີ​ເດັ່ນ​ຂອງ​ລາງວັນ​ຈິນຈີ​​ເທື່ອ​ນີ້​ກໍ່ແມ່ນ​ຜູ້​ຫນຶ່ງ​ໃນ​ນັ້ນ.

ນາງມາ​ລີ້​ເວິນ ຜູ້​ກຳກັບ​ການສະ​ແດງທີ່​ຫນຸ່ມ​ນ້ອຍ​ໄດ້ຮຽນ​ຈົບ​ຈາກ​ສະຖາບັນ​ລະຄອນ​ງິ້ວສູນ​ກາງ​ຈີນ,ຮູບ​ເງົາ​ເລື່ອງ"ພວກ​ເຮົາ​ສອງ​ຄົນ"ຂອງ​ນາງ​ມາ​ລີ້​ເວິນທີ່​ໄດ້​ຮັບ​ລາງວັນ​ໃນ​ເທື່ອ​ນີ້​​ແມ່ນ​ຮູບ​ເງົາ​​ເລື່ອງຫນຶ່ງ​ທີ່​ລົງທຶນ​ບໍ່​ຮອດ3ລ້ານ​ຢວນ, ​ແມ່ນ​ຜົນງານ​​ເລື່ອງທີ່​ສອງ​ຂອງ​ນາງ​ມາ​ລີ້​ເວິນ.​ໄດ້ບັນ​ລະ​ຍາຍ​ການ​ປ່ຽນ​ແປງ​ຂອງ​ອາລົມ​ຈິດລະຫວ່າງຜູ້​ເຖົ້າ​ປ່ຽວພອຍ​ຜູ້​ຫນຶ່ງ​ທີ່​ພັກ​ໃນບ້ານຊື້​ເຫີ​ຢ້ວນຂອງ​ປັກ​ກິ່ງ​ກັບ​​ນັກຮຽນ​ຜູ້ຍິງ​ຫນຸ່ມຜູ້​ຫນຶ່ງ​ທີ່ເຊົ່າ​ເຮືອນ​​ເພິ່ນ,​ຄື​ເລີ່​ມຈາກ​ການ​ປັດ​ເຂ່ຍຖົກ​ຖຽງ​ກັນ​ເຖິງ​ການ​ພັດ​ພາກ​ຈາກ​ກັນ​ບໍ່​ໄດ້​ໃນ​ທີ່​ສຸດ.​ຮູບ​ເງົາ​ໄດ້​ສ່ອງ​ແສງ​​ເຖິງ​ລວງ​ເລິກ​ຂອງ​ດວງ​ໃຈ​ຄົນ​ໂດຍ​ຜ່ານ​ຈາກເລື່ອງ​​ເລັກໆ​ນ້ອຍໆ​ເຊິ່ງ,ສະ​ແດງ​ອອກ​​ເຖິງ​ສີມືຂອງ​ຜູ້​ກຳກັບ​ການສະ​ແດງ.

ຫວ່າງ​ມໍ່ໆ​ນີ້,ຮູບ​ເງົາ​ເລື່ອງ"ພວກ​ເຮົາ​ທັງ​ສອງຄົນ" ໄດ້​ຮັບ​ລາງວັນ​ນັກສະ​ແດງ​​ເພດ​ຍິງ​ດີ​ເດັ່ນ​ໃນງານ​ມະຫະກຳຮູບ​ເງົາ​ໂຕກ​ຽວຄັ້ງ​ທີ18,​ໃນ​ເວລາ​ນັ້ນ,ຄະນະ​ປະ​ກວດ​ປະຊາຊົນ​ທີ່ປະກອບ​ດ້ວຍ​ນັກ​ວິຈານ​ຮູບ​ເງົາຜູ້​ອາວຸ​ໂສ​ຂອງ​ຍີ່ປຸ່ນ​​ໄດ້​​ໃຫ້​ຄະ​ແນນ​ແກ່​ຮູບ​ເງົາ​ເລື່ອງ​ສູງ​ເຖິງ31ດາວ(ຄະ​ແນນ​ເຕັມ​ມີ​35ດາວ),ລື່ນ​ກາຍ​ຮູບ​ເງົາ​ອື່ນໆ​ທີ່​ເຂົ້າ​ຮ່ວມ​ການ​ປະ​ກວດ.ນາງ​ມາ​ລີ້​ເວິນ​ແມ່ນ​ຄົນ​ໃຫມ່​ຜູ້​ຫນຶ່ງ​ທີ່ຈົດ​ຈໍ່​ນຳ​ສິລະ​ປະກຳ​ຮູບ​ເງົາທີ່​ສຸດ,ຂຽນ​ບົດ​ລະຄອນ,ຫ້າງ​ຫາ​ເງິນ​ລ້ວນ​ແຕ່​ຕ້ອງເຮັດ​ເອງ,ຄວາມ​ລຳ​ບາກ​ໃນ​ນັ້ນ​ເຮັດ​ໃຫ້​ນາງ​ມາ​ລີ້​ເວິນ​ຈົນ​ນ້ຳ​ຕາ​ໄຫລຫລາຍ​ເທື່ອ​ພາຍຫລັງ​ໄດ້​ຮັບ​ລາງວັນ,ນາງ​​ເວົ້າ​ວ່າ:

"​ໃນ​ເວລາ​ເລີ່ມຕົ້ນ​​,ເຈົ້າ​ໄດ້​ຮັບ​ການ​ລົງທຶນກ້ອນ​ໃຫຍ່​ແມ່ນ​ຍາກ​ທີ່​ສຸດ,ນີ້​​ແມ່ນສະພາບ​ຕົວຈິງ​ທີ່​​​ເປັນໄປ​ບໍ່​ໄດ້,ຕ້ອງມີ​ຂະ​ບວນການຖືກຮັບຮອງ."

ລາງວັນ​ຈິນຈີ​ປີ​ນີ້​ມີ​ການ​ປະຕິ​ຮູບ​ສຳຄັນລາຍ​ຫນຶ່ງ,​ເຊິ່ງກໍ່ຄື​ຮູບ​ເງົາ​ທີ່​​ຮົງ​ກົງ,ມາ​ກ້າວ,​ໄຕ້​ຫວັນ​ແລະ​ເຂດ​ໃນ​ຈີນ​ຮ່ວມ​ມື​ຖ່າຍ​ແລະ​ຫນ່ວຍ​ງານ​ຖ່າຍ,ສາມາດ​ເຂົ້າ​ຮ່ວມ​ການປະ​ກວດ​ລາງວັນ​ຈິນຈີ​ເປັນ​ເທື່ອ​ທຳ​ອິດ.ທ່ານ​​ເສີນ​ຫລົງ ດາລາ​ໃຫຍ່​ຮູ​ບ​ເງົາ​ກົງ​ຟູ​ຮົງ​ກົງ​ໄດ້​ຮັບ​ລາງວັນ​ນັກສະ​ແດງ​ເພດ​ຊາຍດີ​ເດັ່ນ​ຈິນຈີຂອງ​ຮົງ​ກົງ​ໄຕ້​ຫວັນ​ຜູ້​ທຳ​ອິດດ້ວຍ​ການສະ​ແດງ​ອັນດີ​ເດັ່ນ​ໃນ​ຮູບ​ເງົາ​ເລື່ອງນິທານຂອງ​ຕຳຫລວດ​ໃຫມ່.

ປີ​ນີ້​ແມ່ນ​ວັນ​ເກີດ​ຂອງຮູບ​ເງົາ​ຈີນ​ຄົບຮອບ100ປີ,ທ່ານ​ອູ​ອີກ​ອງ ປະທານ​ສະມາຄົມ​ນັກ​ຮູບ​ເງົາ​ຈີນ​​ເວົ້າ​ວ່າ:

"​ປະຈຸ​ບັນ,ຮູບ​ເງົາ​ຈີນ​​ໄດ້ປະກົດ​ມີ​ຮ່ອງຮອຍ​ຟື້ນ​ຄືນ,​​ແຕ່​ປີ2003​ຫາປີ2004,ບໍ່​ວ່າ​ມູນ​ຄ່າ​ຂາຍ​ປີ້,ຈຳນວນຮູບ​ເງົາ​ແລະ​ຈຳນວນ​ຜູ້​ຊົມ​​ລ້ວນ​ແຕ່​​ໄດ້​ສູງຂຶ້ນ​ຢ່າງ​ຫລວງຫລາຍ.ຮອດ​ທ້າຍ​ປີ​ນີ້,ອາ​ດຈະ​ມີ​ສະຖິຕິ​​ເທື່ອ​ຫນຶ່ງ,​ແຕ່​​​ເບິ່ງ​ຈາກ​​ຕົວ​ເລກ​ທີ່​ຮູ້​ໃນ​ປະ​ຈຸ​ບັນ​ແລ້ວ​​ເຫັນ​ວ່າ,ຈະ​ມີ່​ການກ້າວ​ກະ​ໂດດ​ເມື່ອທຽບ​ກັບ​ປີ2004."