|
 |
(GMT+08:00)
2005-12-08 16:06:33
|
 |
ກອງປະຊຸມເຈົ້າໜ້າທີ່ຊັ້ນສູງຈີນອາຊຽນຈັດຂຶ້ນຢູ່ກົວລາລຳເປີ
cri
ຕາມຂ່າວສານຊິນຮວາ: ວັນທີ 7 ທັນວາ, ກອງປະຊຸມເຈົ້າໜ້າທີ່ຊັ້ນສູງຈີນ-ອາຊຽນໄດ້ຈັດຂຶ້ນຢູ່ສູນປະຊຸມກົວລາລຳເປີ. ສອງຝ່າຍໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ການຄືບໜ້າຂອງການພົວພັນລະຫວ່າງຈີນກັບອາຊຽນທີ່ໄດ້ຮັບໃນໜຶ່ງປີທີ່ຜ່ານມາ, ໄດ້ເຈາະຈົງຫາລືວຽກງານກະກຽມກອງປະຊຸມຜູ້ນຳຈີນອາຊຽນຄັ້ງທີ 9 ທີ່ຈະຈັດຂຶ້ນໃນວັນທີ 12 ທັນວາ.
ໃນເວລາໃຫ້ສຳພາດຕໍ່ນັກຂ່າວ, ທ່ານຊຸ່ຍທ່ຽນຂາຍ ຫົວໜ້າກົມອາຊີກະຊວງການຕ່າງປະເທດຈີນເວົ້າວ່າ, ຈີນກັບອາຊຽນເປັນເອກະສັນກັນເຫັນວ່າ, ເມື່ອໄດ້ທຳຄວາມພະຍາຍາມຮ່ວມກັນແລ້ວ, ກອງປະຊຸມຜູ້ນຳຈີນອາຊຽນຄັ້ງນີ້ແນ່ນອນຈະໄດ້ຮັບໝາກຜົນອັນໃຫຍ່ຫຼວງ, ເສີມສ້າງການພົວພັນຄູ່ຂາຍຸດທະສາດທີ່ກ້າວໄປສູ່ສັນຕິພາບແລະຄວາມຈະເລີນຮຸ່ງເຮືອງລະຫວ່າງຈີນກັບອາຊຽນຕື່ມອີກ.
ກ່ອນປະຊຸມ, ທ່ານອູຕາເຫວີຍ ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດຈີນກັບທ່ານນາຈີບ ທັນ ຣາຢັກ ເລຂາທິການໃຫຍ່ກະຊວງການຕ່າງປະເທດມາເລເຊຍໄດ້ຈັດການພົບປະກັນ. ທ່ານອູຕາເຫວີຍຫວັງໃຫ້ກອງປະຊຸມສຸດຍອດອາຊຽນໄດ້ຮັບໝາກຜົນອັນຕັ້ງໜ້າ. ທ່ານກ່າວລື້ມວ່າ, ຈີນສະໜັບສະໜູນອາຊຽນເສີມຂະຫຍາຍບົດບາດນຳທາງໃນຂະບວນການຮ່ວມມືອາຊີຕາເວັນອອກ.
|
|
|