ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-08 17:06:43    
ທ່ານ​ເວີນ​ເຈຍ​ປາວ​ເລີ່ມ​ຢ້ຽມ​ຢາມ​ສະ​ໂລ​ວາ​ກີ​ຢ່າງ​ເປັນ​ທາງ​ການ

cri Author: da
ຕາມ​ຂ່າວCRI: ​ໂດຍ​ຕອບ​ສະໜອງ​ຄຳ​ເຊີນ​ຂອງ​ທ່ານ​ຈູ​ລິນ​ດາ ນາຍົກ​ລັດຖະມົນຕີ​ສະ​ໂລ​ວາ​ກີ,ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ເລີ່​ມຢ້ຽມຢາມ​ສະ​ໂລ​ວາ​ກີ​ຢ່າງ​ເປັນ​ທາງ​ການ​​ໃນວັນ​ທີ 7 ທັນວາ.

ພາຍຫຼັງ​ເດີນທາງ​ໄປ​ຮອດສະ​ໂລ​ວາ​ກີ​ແລ້ວ,ທ່ານ​ບຼາຕີສລາ​ວາ ປະທານາທິບໍດີ​​ແລະ​ທ່ານ​ຈູ​ລິນ​ດາ ນາຍົກລັດຖະມົນຕີສະ​ໂລ​ວາ​ກີ​ຕ່າງ​ໄດ້​ພົບ​ປະ​ແລະ​ເຈລະຈາ​ກັບ​ທ່ານ​ເວີນ​ເຈຍ​ປາວ.ທ່ານ​ເວີນ​ເຈຍ​ປາວ​ໄດ້​ສະ​ເໜີ​ເຈດ​ຈຳນົງ​ຫຼາຍ​ຂໍ້​ກ່ຽວ​ກັບ​ການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ກ້າວ​ຂຶ້ນ​ສູ່ຂັ້ນ​ໄດ​ໃໝ່,ຫວັງ​ເພີ່​ມທະວີ​ການ​ຮ່ວມ​ມື​ສອງ​ຕໍ່​ສອງ​​ທີ່ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຕື່ມ​ອີກ.ທ່ານ​ເວີນ​ເຈຍ​ປາວ​ຍັງ​ໄດ້​ຍ້ອງຍໍລັດຖະບານ​ສະ​ໂລ​ວາ​ກີ​​ໄດ້ຍຶດໝັ້ນນະ​ໂຍບາຍ​ຈີນ​ດຽວ​ໃນ​ບັນຫາ​ໄຕ້​ຫວັນ.

ທ່ານ​ບຼາຕີສລາ​ວາ​ແລະ​ທ່ານ​ຈູ​ລິນ​ດາ​ລ້ວນ​ແຕ່​ກ່າວ​ລື້​ມວ່າ,ຝ່າຍ​ສະ​ໂລ​ວາ​ກີ​​ຍຶດໝັ້ນນະ​ໂຍບາຍ​ຈີນ​ດຽວ.ສະ​ໂລ​ວາ​ກີ​ເອົາ​ໃຈ​ໃສ່​ນຳ​ການ​ພົວພັນ​ກັບ​ຈີນ,ສອງ​ຝ່າຍ​ມີ​ຄວາມບົ່ມ​ຊ້ອນ​ອັນ​​ໃຫຍ່​ຫຼວງ​ໃນ​ການ​ຮ່ວມ​ມື​ກັນ​ໃນ​ຫຼາຍ​ຂົງ​ເຂດ,ຫວັງ​ໃຫ້​ສອງ​ຝ່າຍ​ພ້ອມ​ກັນ​ພະຍາຍາມ,ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂະຫຍາຍ​ຕົວຢ່າງ​ຮອບດ້ານ​ແລະລົງ​ສູ່​ລວງ​ເລິກ​.

ພາຍຫຼັງ​ສຳ​ເລັດ​ການ​ເຈລະຈາ​ກັບ​ທ່ານ​ຈູ​ລິນ​ດາ,ຜູ້​ຕາງໜ້າ​ຂອງ​ພາກສ່ວນ​ກ່ຽວຂ້ອງ​ຂອງສອງ​ປະ​ເທດ​ໄດ້​ເຊັນ​ເອກະສານ​ຕ່າງໆ​​ເຊັ່ນ:ສົ່ງ​ເສີມແລະ​ປົກ​ປ້ອງ​ການ​ລົງທຶນ ​ການຮ່ວມ​ມື​ໃນ​ຂົງ​ເຂດ​ໂທລະ​ຄົມມະນາຄົມ​ຂໍ້​ມູນ​ຂ່າວສານ.