ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-08 20:44:33    
ຈີນ​ຈະປະກອບ​ສ່ວນ​ອັນຕັ້ງຫນ້າ​​ເຂົ້າ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ

cri

 ຕາມ​ຂ່າວcri:ວັນ​ທີ8 ທັນວາ, ຢູ່​ກົວ​ລາ​ລຳ​ເປີ ນະຄອນຫລວງ​ມາ​ເລ​ເຊຍ, ທ່ານ​ຊຸຍ​ທ່ຽນ​​ໄຂ ຫົວຫນ້າ​ກົມ​ອາຊີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ ​ວ່າ,ຈີນ​ຫວັງ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນອອກ​ຄັ້ງ​ປະຖົມມະ​ເລີກ​ຈະໄດ້​ຮັບຜົ​ນສຳ​ເລັດ,ຈີນ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຢ່າງ​ຕັ້ງຫນ້າ​ແລະ​ຍິນ​ດີປະກອບສ່ວນ​ເຂົ້າ​ໃນ​ກອງ​ປະຊຸມ​ສຸດ​ຍອດ.

ພາຍຫລັງ​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມ​ກະກຽມ​ຂອງ​ເຈົ້າ​ຫນ້າ​ທີ່ອາວຸ​ໂສກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ປະຖົມມະ​ເລີກ​ແລ້ວ,ທ່ານ​ຊຸຍ​ທ່ຽນ​ໄຂ​ໃຫ້​ທັດ​ສະ​ນະ​ດັ່ງກ່າວ​ຕໍ່​ນັກ​ຂ່າວ.ທ່ານ​ກ່າວ​ວ່າ,ຈີນ​ຫວັງ​ໃຫ້​ບັນດາ​ຝ່າຍ​ກ່ຽວຂ້ອງ​ລ້ວນ​ແຕ່​ໃຊ້​ທ່າ​ທີ​ທີ່​ມີ​ລັກສະນະ​ສ້າງສັນ​ແລະໄຫວພິບ,ສະ​ຫນັບ​ສະ​ຫນູນມາ​ເລ​ເຊຍ​ທີ່​ເປັນ​ເຈົ້າພາບ​ກອງ​ປະຊຸມແລະ​ອາຊ​ຽນ,​ເຮັດ​ໃຫ້ກອງ​ປະ​ຊຸມສຸດ​ຍອດ​ຄັ້ງ​ນີ້ຮັບ​ຜົນສຳ​ເລັດ.

ວັນ​ທີ14 ທັນວາ,ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກຄັ້ງ​ປະຖົມມະ​ເລີກ​ຈະ​ຈັດ​ຂຶ້ນ​ຢູ່ກົວ​ລາ​ລຳ​ເປີ,​ບັດ​ນີ້ຈະ​ມີ​ຜູ້ນຳ​ຂອງ10​ປະ​ເທດ​ສະມາຊິກອາຊຽນ,ຈີນ,ຍີ່ປຸ່ນ,​ອິນ​ເດຍ,ອົສຕຣາລີ,ນູ​ແວນ​ເຊ​ລັງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​.