ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-08 21:36:50    
ຝ່າຍ​ຈີນ​ເຫັນ​ວ່າ,​ຝ່າຍ​ຍີ່​ປຸ່ນ​ຄວນ​ອະ​ທິ​ບາຍ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຕໍ່​ປະ​ຊາ​ຄົມ​ໂລກ​ແລະ​ປະ​ເທດ​ອ້ອມ​ຂ້າງ

cri

ຕາມ​ຂ່າວcri:​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າ​ວວ່າ,ຝ່າຍ​ຍີ່ປຸ່ນ​ຄວນ​ອະທິ​ບາຍການເຄື່ອນ​ໄຫວ​ທາງການ​ທະຫານ​ຕໍ່ປະຊາ​ຄົມ​ໂລກ​ແລະ​ປະ​ເທດ​ອ້ອມ​ຂ້າງ.

ກ່ອນ​ນີ້​ມີ​ຂ່າວລາຍ​ງານ​ວ່າ,ທ່ານ​ທາ​ໂລ ອາ​ໂຊ ລັດ​ຖະມົນຕີການ​ຕ່າງປະ​ເທດ​ຍີ່ປຸ່ນ​ຕິຕຽນ​ຈີນບໍ່​ມີ​ຄວາມ​ໂປ່​ງ​ໃສ​ໃນ​ບັນຫາ​ລາຍ​ຈ່າຍ​ທາງການ​ທະຫານ.​ວັນ​ທີ8 ທັນວາ,​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​,ທ່ານ​ຊິງ​ກ່າງ ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນສະ​ແດງ​ຄວາມບໍ່ພໍ​ໃຈ​ແລະ​ປະຫລາດ​​ໃຈ​ຕໍ່ຄວາມ​ເວົ້າ​ດັ່ງກ່າວ.

ທ່ານ​ຊິງ​ກ່າງ​ກ່າວ​​ເນັ້ນ​ວ່າ,ຈີນ​ປະຕິບັດ​ນະ​ໂຍບາຍ​ການ​ປ້ອງ​ກັນຊາ​ດທີ່​ຢູ່​ໃນ​ທ່າ​ຮັບ,ຍຶດຫມັ້ນ​​ເດີນ​ຕາມເສັ້ນທາງ​ພັດທະນາ​ໂດຍ​ສັນຕິ,ໃນ​ບັນຫາ​ລາຍ​ຈ່າຍ​ທາງການ​ທະຫານ,ຈີນມີ​ຄວາມ​ເປີດ​ເຜີຍ​ແລະ​ມີ​ຄວາມໂປ່​ງ​ໃສ​.