|
|
(GMT+08:00)
2005-12-08 22:43:30
|
|
ສິ່ງທີ່ໄດ້ຮູ້ໄດ້ເຫັນໃໝ່ໃນເຂດປະສົບໄພຄື້ນຊູນາມີອິນເດຍຢູ່ໄທ(ສຽງ)
cri
Author: da
ຈັງຫວັດພັງງາ,ແມ່ນເຂດໜຶ່ງຢູ່ພາກໃຕ້ຂອງໄທ. ຢູ່ທິດຕາເວັນຕົກຂອງເຂດນີ້ ແມ່ນແຄມຝັ່ງມະຫາສະໝຸດອິນເດຍ,ມີທິວທັດທຳມະຊາດສວຍງາມເປັນພິເສດ,ສະນັ້ນ ໃນໄພຄື້ນຊູນາມີມະຫາສະໝຸດອິນເດຍປີກາຍນັ້ນ ຈຶ່ງກາຍເປັນເຂດປະສົບໄພຮ້າຍແຮງກວ່າເພິ່ນໃນ 6 ຈັງຫວັດຂອງໄທທີ່ມີຄົນຕາຍແລະບາດເຈັບຫຼາຍກວ່າເພິ່ນ.
ຕາມຕົວເລກສະຖິຕິທີ່ຝ່າຍທາງການຂອງໄທປະກາດ,ຈັງຫວັດພັງງາມີປະມານ 8 ພັນກວ່າຄົນເສຍຊີວິດໃນໄພຄື້ນຊູນາມີປີກາຍ,ຍັງມີຫຼາຍພັນຫາຍສາບສູນ.ພາຍຫຼັງລະຄອນເສົ້າຄື້ນຊູນາມີມະຫາສະໝຸດອິນເດຍຜ່ານກາຍໄປປີໜຶ່ງ,ເຖິງວ່າຢູ່ແຫ່ງນີ້ເພພັງຢູ່ຄືເກົ່າ,ແຕ່ຢູ່ທຸກແຫ່ງຫົນພັດເຫັນໄດ້ວ່າ ຄົນທັງຫຼາຍພະຍາຍາມຢ່າງບໍ່ລົດລະເພື່ອສ້າງບ້ານແປງເມືອງຄືນໃໝ່ແລະຟື້ນຟູການຜະລິດ.
ທ່ານສຸລະວິດ ຄົນໄທທີ່ອາຍຸ 38 ປີ,ໄດ້ຊີ້ໃສ່ຕູບມຸງຫຍ້າບໍ່ເທົ່າໃດຫຼັງ,ທັງບອກນັກຂ່າວທີ່ມາສຳພາດນັ້ນວ່າ:
"ນີ້ແມ່ນຮ້ານຄ້າຫຼັງທຳອິດທີ່ເປີດບໍລິເວນໃໝ່ພາຍຫຼັງຈັງຫວັດພັງງາປະສົບໄພພິບັດແລ້ວ. ປີກາຍນີ້,ຮ້ານຄ້ານ້ອຍຂອງຂ້າພະເຈົ້າເພພັງລົງໃນໄພຄື້ນຊູນາມີ,ບໍ່ເຫຼືອຫຍັງ.ປະຈຸບັນ,ເຖິງວ່າຂ້າພະເຈົ້າປຸກຂຶ້ນໃໝ່ດ້ວຍເງິນກູ້ຢືມກໍຕາມ,ແຕ່ຂ້າພະເຈົ້າເຊື່ອວ່າ,ໂດຍຜ່ານຈາກຄວາມພະຍາຍາມຂອງຕົນ,ຮ້ານຄ້ານ້ອຍນີ້ຈະຈະເລີນຄືນໃໝ່ໄດ້ຢ່າງແນ່ນອນ."
ຮ້ານຄ້ານ້ອຍໆຂອງທ່ານສຸລະວິດຕັ້ງຢູ່ເທິງຫາດຊາຍທະເລຂອງເກາະຫຼາກຈັງຫວັດພັງງາ,ປຸກໃໝ່ໃນເດືອນກຸມພາປີ 2005. ຮ້ານນີ້ພຽງແຕ່ປະກອບດ້ວຍຕູບມຸງຫຍ້າບໍ່ເທົ່າໃດຫຼັງ,ພັດໄດ້ດູດດຶງແຂກທ່ອງທ່ຽວຂອງໄທສິບກວ່າຄົນ. ພວກເຂົາເຈົ້າພັກຜ່ອນຢູ່ນີ້,ກິນນ້ຳຊາ ກິນຊີ້ນປີ້ງ,ສະເຫວີຍແສງແດດຕອນທ່ຽງຢູ່ເທິງຫາດຊາຍທະເລ. ເຖິງວ່າຄົນບໍ່ຫຼາຍ,ແຕ່ການທ່ອງທ່ຽວຂອງເຂດປະສົບໄພຮ້າຍແຮງພັດເລີ່ມຟື້ນຟູຂຶ້ນໃໝ່ແລ້ວ.
ເລື່ອງມ່ວນນັ້ນແມ່ນ,ທ່ານສຸລະວິດບໍ່ໄດ້ໃຊ້ຊື່ເກົ່າກ່ອນໄພຄື້ນຊູນາມີ. ທ່ານເວົ້າວ່າ,ໃນເວລາເກີດໄພຄື້ນຊູນາມີໃນວັນທີ 26 ທັນວາປີກາຍ,ຂ້າພະເຈົ້າກຳລັງເຮັດວຽກຢູ່ໃນຮ້ານ. ຄື້ນຊູນາມີມາພັບຕາດຽວ,ຂ້າພະເຈົ້າຖືກນ້ຳທະເລຊຸກໄປທາງໄກ,ໃນເວລານັ້ນ,ຂ້າພະເຈົ້າມີຄວາມໝັ້ນໃຈວ່າ ຕ້ອງສູ້ຕາຍເພື່ອຢູ່ລອດຕໍ່ໄປ. ຖ້າວ່າໂຊກດີລອດຕາຍ,ຈະປ່ຽນຊື່ຮ້ານເປັນຮ້ານຄ້າສູ້ຕາຍ. ພາຍຫຼັງມາ,ທ່ານສຸລະວິດບຸກບືນສູ້ຊົນລອຍນ້ຳຕັ້ງພັນແມັດ,ຈຶ່ງໄດ້ພົ້ນອອກຈາກຄວາມອັນຕະລາຍ."ຮ້ານສູ້ຕາຍ"ຈຶ່ງກຳເນີດຂຶ້ນຍ້ອນ.
ທ່ານສຸລະວິດຍັງຕິດຕັ້ງເຄື່ອງຂະຫຍາຍສຽງແລະຂັ້ນໄດປີນໃສ່ຕົ້ນໄມ້ບໍ່ເທົ່າໃດຕົ້ນທີ່ຢູ່ໜ້າຮ້ານ,ເພື່ອກະກຽມປະກາດຂ່າວແລະຊ່ອຍເຫຼືອແຂກທ່ອງທ່ຽວໃນເວລາເກີດຂຶ້ນຄື້ນຊູນາມີ. ທ່ານສຸລະວິດເວົ້າວ່າ,"ນີ້ແມ່ນລະບົບເຕືອນໄພຄື້ນຊູນາມີຂອງຂ້າພະເຈົ້າ."ຢູ່ຈັງຫວັດພັງງາ,ຄົນໄທທີ່ຄືກັບທ່ານສຸລະວິດຍັງມີຫຼາຍໆຄົນ,ພວກເຂົາເຈົ້າອາໄສຄວາມດຸໝັ່ນຂອງຕົນ,ສ້າງຊີວິດການເປັນຢູ່ຄືນໃໝ່,ສ້າງຄວາມໝັ້ນໃຈຄືນໃໝ່.
ບ່ອນຫ່າງຈາກເກາະຫຼາກບໍ່ໄກປານໃດ,ແມ່ນບ້ານນ້ຳເຄັມ ຊຶ່ງເປັນບ້ານປະສົບໄພຮ້າຍແຮງກວ່າໝູ່ໃນເຂດປະສົບໄພຈັງຫວັດພັງງາ. ເຮືອປະມົງລຳໜຶ່ງທີ່ຖືກຄື້ນຊູນາມີຍູ້ຂຶ້ນນັ້ນຍັງຢູ່ເທິງຫຼັງຄາເຮືອນ,ຊານເຮືອແລະແຄມເຮືອລ້ວນແຕ່ແຕກຫັດໝົດ. ຫຼາຍຄົນພວມຊຳລະຊານເຮືອທີ່ຍັງເຫຼືອ,ສ້ອມແປງເຮືອປະມົງ. ເຄື່ອງມືຂອງພວກເຂົາເຈົ້າກະທັດຮັດຫຼາຍ,ພວກເຂົາເຈົ້າບໍ່ແມ່ນຢາກປະຢັດເງິນ,ສິ່ງທີ່ພວກເຂົາເຈົ້າຄິດນັ້ນ,ພຽງແຕ່ແມ່ນແປງເຮືອລຳນີ້ເພື່ອວາງສະແດງທໍ່ນັ້ນ.
ທ່ານທານີ ອາຍຸ 35 ປີ,ແມ່ນຊ່າງສ້ອມແປງເຮືອປະມົງລຳນີ້,ພີ່ນ້ອງ 3 ຄົນຂອງເພິ່ນເສຍຊີວິດໃນໄພຄື້ນຊູນາມີເທື່ອນີ້,ທ່ານເອົາສົບຂອງພີ່ນ້ອງໄປວັດ,ໝູ່ເພື່ອນຫຼາຍຄົນຂອງທ່ານກໍຫາຍສາບສູນໃນໄພຄື້ນຊູນາມີ.ທ່ານທານີເວົ້າວ່າ:"ຂ້າພະເຈົ້າຈະແປງເຮືອລຳນີ້ໃຫ້ດີ,ເພື່ອໃຫ້ຄົນທັງຫຼາຍຮູ້ກຳລັງຂອງທຳມະຊາດ,ບອກຄົນທັງຫຼາຍວ່າ,ຕ້ອງລະວັງໄພທຳມະຊາດຕ່າງໆຢ່າງບໍ່ຢຸດຢັ້ງ."
ປະຈຸບັນ ຄວາມປາຖະໜາໃຫຍ່ທີ່ສຸດຂອງທ່ານທານີກໍແມ່ນຢາກເຫັນສະພາບຟົດຟື້ນຂອງບ້ານນ້ຳເຄັມໃນເມື່ອກ່ອນ.
ໃນຫຼາຍບ້ານຂອງຈັງຫວັດພັງງາ,ນັກຂ່າວໄດ້ເຫັນສະພາບສ້າງສາຄືນໃໝ່ຢ່າງຟົດຟື້ນ. ໃຕ້ການຊ່ອຍເຫຼືອຂອງລັດຖະບານໄທ ອົງການກອບກູ້ສາກົນແລະອົງການຈັດຕັ້ງກຸສົນ,ເຮືອນໄມ້ໄດ້ປຸກຂຶ້ນລຽນກັນເປັນແຖວຢ່າງຮຽບຮ້ອຍ,ຊາວປະມົງເລີ່ມອອກໄປເຮັດວຽກ,ຮ້ານຄ້າກໍເລີ່ມຄ້າຂາຍ. ປະຈຸບັນ,ເຖິງວ່າຍັງບໍ່ສາມາດຟື້ນຟູເສດຖະກິດເທົ່າກັບໄລຍະກ່ອນເກີດໄພຄື້ນຊູນາມີບາດດຽວກໍຕາມ,ແຕ່ໄທບ້ານມັກເວົ້າຄວາມໜຶ່ງວ່າ:ທະແນມແຕ່ມີຄວາມໝັ້ນໃຈ,ບໍ່ວ່າເລື່ອງໃດ ກໍເຮັດໄດ້ຢ່າງງ່າຍດາຍ.
|
|
|