ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-09 09:11:46    
ຜູ້ໃຊ້​ຄອມ​ພິວ​ເຕີ​ຍາວ​ນານ​ຈະ​ລົດ​ຜ່ອນ​ຜົນ​ຮ້າຍ​ຂອງ​ມັນ​ແນວ​ໃດ?

cri
​ໃນ​ຊູ່​ມື້​ນີ້,ມີ​ຜູ້ໃຊ້​ຄອມ​ພິວ​ເຕີ​ເຮັດ​ວຽກ​ແລະ​ຮ່ຳຮຽນ​ນັບ​ມື້​ນັບຫຼາຍ,​ມີຫຼາຍໆ​ຄົນ​ນັ່ງ​ຢູ່ໜ້າ​​ຄອມ​ພິວ​ເຕີ​​ເປັນ​ເວລາ​ດົນນານ​ຊູ່​ມື້,​ການ​ຄົ້ນຄວ້າ​ວິທະ​ຍາສາດ​​ໄດ້​ປະກົດ​ເຫັນ​ວ່າ,​ການ​ໃຊ້​ຄອມ​ພິວ​ເຕີດົນ​ນານ​ຈະ​ມີ​ຜົນ​ສະທ້ອນ​ທາງ​ລົບ​ໃນ​ລະດັບ​ຕ່າງ​ກັນ​ຕໍ່​ສຸຂະພາບ​ຂອງ​ພວກ​ເຮົາ.

ກ່ອນ​ອື່ນ​ຂໍ​ເວົ້າ​ເລື່ອງ​ສະໝອງ. ​ເຖິງ​ວ່າ​ກຳລັງ​ບົ່ມ​ຊ້ອນ​ຂອງ​ສະໝອງ​​ໄດ້ບຸກ​ເບີກ​ອອກ​ມາ​ໃຊ້ໜ້ອຍ​ດຽວ​ກໍ​ຕາມ,​ແຕ່​​ເມື່ອ​ໄດ້ເຮັດ​ວຽກ​ໝົດ​ມື້​​ແລ້ວ​ກໍ​ຈະ​ຮູ້ສຶກ​ເມື່ອຍ​ຍ້ອນ​​ໃຊ້​ສະໝອງ​ຫຼາຍ​ເກີນ​ຄວນ. ​ນັ່ງ​ຢູ່​ໜ້າ​ຄອມ​ພິວ​ເຕີ​ຖືກລັງ​ສີ​ຊູ່​ມື້,​ຫົວ​ໃຈ​ແລະ​ປອດກໍ​ບໍ່​ສະດວກ​ສະບາຍ​ຢູ່​ແລ້ວ,ຫ້ອງ​ແອ​ພັດ​ຂາດ​ອອກຊີ​ແຊນ​ອີກ,​​​ເຮັດ​ວຽກ​ໃນ​ສິ່ງ​ແວດ​ລ້ອມ​ແບບ​ນີ້​ຈຶ່ງ​ຮູ້ສຶກ​​ແຮ່ງ​ເມື່ອຍ​ສະໝອງ.

ວິທີ​​ແກ້​ໄຂ​ກໍ​ແມ່ນ​ໃຊ້​ເວລາ​ພັກຜ່ອນ​ໃນ​ຕອນ​ທ່ຽງ​ພັກຜ່ອນ​ໃຫ້​ດີໆ. ​ອາຫານ​ທ່ຽງກໍ​ກິນ​ແນວ​ມີ​ທາດ​ບຳລຸງ​ແດ່,​ຫຼັງຈາກ​ກິນ​ອາຫານ​ແລ້ວ,ຢ່າ​ຊູ່​ກັບ​ຄືນ​ຫ້ອງການ​​ໂລດ,​​ຫາ​ບ່ອນ​ໃດ​ບ່ອນ​ໜຶ່ງ​ທີ່​ມິດ​ງຽບ,​ຫຼັບຕາ​ພັກຜ່ອນ​ບຶດໜຶ່ງ,​ສະໝອງ​ກໍ​ຈະ​ຜ່ອນຄາຍ​ຄວາມ​ຕຶງ​ຄຽດ​ຢ່າງ​ເຖິງ​ຖອງ.

ຖັດມາ​ແມ່ນ​ຜິວໜັງ.

ໜ້າ​ຈໍຄອມ​ພິວ​ເຕີ​ຈະ​ມີ​ໄຟຟ້າ​ສະຖິດ​ຫຼວງຫຼາຍ,​ຈຶ່ງ​ມີ​ຂີ້ຝຸ່ນ​ຈັບ​ຢູ່ຫຼາຍ. ​ເຮົາ​ນ່ງ​ໃກ້​ໜ້າ​ຈໍປານ​ນັ້ນ,ຮູ​ຂົນຕາມ​ໃບ​ໜ້າ​ກໍ​ມີ​ຂີ້​ຝຸ່ນ​ອັດ​ຕັນ,​ເພື່ອ​​ໃຫ້ຫາຍ​ໃຈ​ໄດ້,​ຜິວໜັງ​ຈຶ່ງ​​ເຮັດ​ໃຫ້​ຮູ​ຂົນ​ຍະ​ອອກ,​ສະນັ້ນ,​ຜິວໜັງ​​ໃບ​ໜ້າ​ກໍ​ຈະ​ນັບ​ມື້​ນັບ​ຫຍາບ​ຊາ.

ວິທີ​​ແກ້​ໄຂ​ກໍ​ແມ່ນ​ໃຫ້​ທາ​ຄີມຮັກສາ​ຄວາມຊຸ່ມ​ໃສ່​ໃບໜ້າ​ກ່ອນ​ໃຊ້​ຄອມ​ພິວ​ເຕີ,ຫຼື​ເອົາ​ຕົ້ນ​ຕະບອງ​ເພັດ​ໂຖ​ໜຶ່ງ​ວາງໄວ້​ເທິງ​ໂຕະ​ຄອມ​ພິວ​ເຕີ,​​ເພາະ​ໜາມ​ຕົ້ນ​ຕະບອງ​ເພັດ​ສາມາດ​ດູດ​ເອົາ​ຂີ້​ຝຸ່ນ.

ຕໍ່​ໄປ​ແມ່ນ​​ເວົ້າກ້ານ​ຄໍ.

ຖ້າ​ໂຕະ​ຄອມ​ພິວ​ເຕີ​ສູງ​ເກີນ​ໄປ,​ໜ້າ​ຈໍ​ກໍ​ຈະ​ສູງ​ເກີນ​ໄປ,​​ໃນ​ເວລາ​ເບິ່ງ​ຈໍ​ຄອມ​ພິວ​ເຕີ,ກໍ​ຕ້ອງ​ຍືດຄໍ​ອອກ,ດົນ​ແລ້ວ​ກະດູກ​ກ້ານຄໍ​ກໍ​ຈະແຂງ​ກະດ້າງ​ແລະ​ປ່ຽນ​ຮູບ.

ທ່ານ​ຄວນວາງ​ໂຕ໊ະ​ຄອມ​ພິວ​ເຕີ​ໃຫ້​ຕ່ຳລົງ,​ຄວາມ​ສູງ​ທີ່​ເໝາະ​ສຳລັບ​ຜູ້ຍິງ​ແມ່ນ 67 ​ເຊັນ,​ສຳລັບຜູ້​ຊາຍ​ຈະ​ສູງ​ກວ່າ​ໜ້ອຍ​ໜຶ່ງ,​​ແບບ​ນີ້​ສາມາດ​ຮັບປະກັນ​ໃຫ້​ກະດູກກ້ານ​ຄໍ​ຄົດ​ລ້ຽວ​ຕາມ​ທຳ​ມະ​ຊາດ,ຜ່ອນຄາຍ​ເຄັ່ງ​ຕຶງ​ຂອງ​ກ້າມ​ເນື້ອ​ກ້ານ​ຄໍ​.

ອະ​ໄວ​ຍະ​ວະ​ທີ່​ຖືກ​ຜົນສະທ້ອນ​ແຮງກວ່າ​ໝູ່​ແມ່ນ​ຕາ

​ໃນ​ເວລາ​ໃຊ້​ຄອມ​ພິວ​ເຕີນັ້ນ ຍ້ອນໃຈ​ຕ້ອມ​ເກີນ​ໄປ,ການ​ພັບ​ຕາກໍ​ຈະ​ຈາກ 20 ​ເທື່ອ​ຕໍ່​ນາທີ​​ໃນ​ຍາມ​ປົກກະຕິ​ຫຼຸດລົງ​​ເຫຼືອ 4-5 ​ເທື່ອ​ຕໍ່​ນາທີ​. ບັດ​ນັ້ນ ຕາ​ກໍຂາດ​ອອກ​ຊີ​ແຊນ,​ນ້ຳຕາ​ໜ້ອຍ​ລົງ,​​ແຕ່ແສງ​ແລະ​ລັງສີ​ທີ່​ເຂົ້າ​​ໄປໃນ​ຕາພັດ​ເພີ່ມ​ຂຶ້ນຄົບ​ເທົ່າ,​ສະນັ້ນ ຈຶ່ງ​ຮູ້ສຶກ​ຕາ​ແຫ້ງ,​ສາຍຕາ​ອ່ອນ​ລົງ,​ຫຼອດ​ນ້ຳຕາ​ຖືກ​ອັດ​ຕັນ,ທົ່ວ​ໄປ​ແລ້ວ​ເອີ້ນ​ວ່າ​ພະຍາດ​ຕາ​ແຫ້ງ.

ວິທີ​ແກ້​ໄຂ​ແມ່ນ​ປັບ​ຄວາມ​​ແຈ້ງ​ຂອງ​ໜ້າ​ຈໍ​ໃຫ້​ອ່ອນ​ລົງ,​ເຮັດ​ໃຫ້​ແສງ​ເຂົ້າຕາ​ໜ້ອຍ​ລົງ,​ຄວາມ​​ແຈ້ງ​ຂອງ​ໜ້າຈໍ​ຄວນຮຸ່ງ​ກວ່າ​ສິ່ງ​ແວດ​ລ້ອມ 3-4 ​ເທົ່າ. ນອກ​ນີ້ ຄວນ​ກຽມ​ຢາ​ຕາ​ແບບ​ນ້ຳຕາ​ໄວ້​ຂວດ​ໜຶ່ງ​ເພື່ອ​ໄວ້​ຢອດ​ບໍ່​ໃຫ້​ຕາ​ແຫ້ງ,​ຢອດ​ຢາ​ຕາ​ຊະນິດ​ນີ້​ມື້ໜຶ່ງ​ບໍ່​ໃຫ້​ເກີນ 6 ​ເທື່ອ.

ຄອມ​ພິວ​ເຕີ​ຍັງ​ເປັນ​ໂທດ​ຕໍ່​ກະ​ເພາະ​ນຳ​ອີກ.

ບາງ​ຄົນ​ທີ່​ໃຊ້​ຄອມ​ພິວ​ເຕີຫຼາຍມັກ​ເປັນ​ພະຍາດ​ອາຫານ​ບໍ່​ຍ່ອຍ,​ທັງ​ນີ້ແມ່ນ​ຍ້ອນ​ກະ​ເພາະ​ອາຫານ​ຄັ້ນຮູດ​ບໍ່​ສະດວກ,​ອາຫານ​ຈຶ່ງ​ຍ່ອຍ​ຊ້າ​,ສິ່ງ​​ທີ່​ກິນ​ເຂົ້າທ້ອງ​ຈຶ່ງ​ໄປ​ອັ່ງ​ກັນ​​ຢູ່​ຊ່ອງ​​ແຄບໆ,​ໃນ​ທີ່​ສຸດ​ກໍກາຍ​ເປັນ​ສິ່ງ​ຫາບ​ແບກ​ລ້າໆ.

ສະນັ້ນ ຫຼັງຈາກ​ກິນ​ເຂົ້າ​ແລ້ວ​ຄວນ​ຢືນ 20 ນາທີ,​ເພື່ອ​ໃຫ້​ກະ​ເພາະ​ມີ​ຊ່ອງ​ຫວ່າງ​ຄັ້ນຮູດ. ​ໃນ​ເວລາ​ຢືນຢູ່​ນັ້ນ,​ທ້ອງ​ຈະ​ຫົດ​​ເຂົ້າຕາມ​ທຳ​ມະ​ຊາດ,​ຍັງ​ສາມາດ​ປ້ອງ​ກັນ​ບໍ່​ໃຫ້ກະ​ເພາະ​ອາຫານ​ຢ່ອນ​ແລະບໍ່​ໃຫ້​ໄຂມັນ​ອັ່ງ​ຢູ່​ໜ້າທ້ອງ.

ຕໍ່​ໄປ​ຂໍ​ລົມ​ເລື່ອງ​ແຂ່ງຂາ.

ຖ້າ​ນັ່ງ​ຢູ່​ໜ້າ​ຄອມ​ພິວ​ເຕີ​ດົນ​ນານ,​ແຂ່ງຂາ​ທີ່​ບໍ່​ເຮັດ​ວຽກ​ກໍ​ຈະ​ມີ​ບັນຫາ​ເກີດ​ຂຶ້ນ. ຖ້າ​ເກົ້າອີ້​ສູງ​ໂພດ,​ສອງຂາ​ຢ່ອນ​ບໍ່​ເຖິງ​ພື້ນ,​ຈະ​ກົດ​ໜີບ​ເຮັດ​ໃຫ້​ເລືອດ​​ເດີນ​ຊ້າ,​ຫຼື​ພາ​ໃຫ້​​ເສັ້ນ​ເລືອດ​ຕັນ; ​ແຕ່​ຖ້າ​ເກົ້າອີ້​ຕ່ຳ​ເກີນ​ໄປ,ນັ່ງ​ຂົດ​ຂາ​ໄວ້​ຢູ່,ກໍ​ຈະ​ໜີບ​ເຕັງອະ​ໄວ​ຍະ​ວະ​ພາຍ​ໃນ,ກະ​ທົບ​ກະ​ເທືອນ​ເຖິງ​ສັບພະ​ຄຸນ​ຂອງ​ກະ​ເພາະ​ລຳ​ໄສ້.

ສະນັ້ນ ທ່ານ​ຕ້ອງຊື້ເກົ້າ​ອີ້​​ດີໆ​ໜ່ວຍ​ໜຶ່ງ​ທີ່​ປັບພະນັກ​ໄປ​ທາງ​ໜ້າ​ທາງຫຼັງ​ໄດ້; ​ສິ່ງ​ໜູນ​ແອວ​ກໍ​ປັບ​ຂຶ້ນລົງ​ໄດ້,​ຮັບປະກັນ​ໃຫ້​ບ່ອນ​ຄ້ຳແອວ​ຢູ່​ບ່ອນ​​ເໝາະ​ສົມ​ທີ່​ສຸດ​ຢູ່​ສະ​ເໝີ; ບ່ອນ​ນັ່ງ​ໃຫ້​ແຂງ​ແດ່ຈັກ​ໜ່ອຍ,ຄວາມ​ສູງ​ແມ່ນ​​ໃຫ້​ຫົວ​ເຂົ່າ​ຂົດ​ໄດ້​ 90 ອົງສາ​ຢ່າງ​ສະບາຍ​ແລະ​ຕີນສອງ​ເບື້ອງ​ວາງ​ພຽງ​ກັບໜ້າ​ດິນ​​ແມ່ນ​ເໝາະ​ສົມ​ທີ່​ສຸດ.

ສຸດ​ທ້າຍ​ຂໍ​​ເວົ້າ​ເຖິງ​ບ່າ​ໄຫຼ່

ທ່ານ​ຄິດ​ເບິ່ງ​,​ໃນ​ເວລາ​ທ່ານ​ໃຊ້​ຄອມ​ພິວ​ເຕີນັ້ນ​ສອງ​ບ່າ​ໄຫຼ່​ແມ່ນ​ຕັ້ງຂຶ້ນຢູ່​ພໍ​ປານ​ນັ້ນ​ຢ່າງ​ບໍ່​ຮູ້ສຶກ​ຕົວ​ແມ່ນ​ບໍ່?​ນີ້​ແມ່ນ​ຍ້ອນ​ກ້າມ​ເນື້ອ​ເຄັ່ງ​ຕຶງ​,ດົນ​ແລ້ວບ່າ​​ໄຫຼ່ກໍ​ທັງ​ເຈັບ​ປວດ​ທັງ​ເຄັ່ງ.
ວິທີ​​ແກ້​ໄຂ​ແມ່ນ​ໃຫ້​ປັບ​ທ່າ​ນັ່ງ. ​ໃຫ້​ກະດູກ​ບ່າ​ໄຫຼ່​ເອື່ອຍໃສ່​ພະນັກ​ເກົ້າອີ້,​ສອງ​ບ່າໄຫຼ່​ຢ່ອນລົງ,​ເງີຍ​ໜ້າ​ຂຶ້ນ,​ເຮັດ​ວຽກ​ໄປຊົ່ວ​ໂມງ​ໜຶ່ງ​ໃຫ້​ພັກຜ່ອນ 5 ນາທີ​ຮອດ 10 ນາທີ,​ ​ໃຫ້​ມີ​ຄວາມ​ຊີນ​ເຄີຍ​ຫຼິ້ນ​ກິລາ​ຢ່າງ​ມີ​ກົດ​ເກນ,​ຝຶກ​ແອບ​​ແຮງ​ກ້າມ​ເນື້ອ​ບ່າ​ໄຫຼ່,​ກ້ານຄໍ​ແລະ​ແຂນ,​ເພື່ອ​ເພີ່ມ​ຄວາມ​ໜຽວ​ແລະ​ກຳລັງ​ຂອງ​ກ້າມ​ເນື້ອ.