ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-09 09:20:04    
ສປປລາວ​ໄດ້​ຮັບ​ຜົນ​ສຳ​ເລັດ​ດີ​ເດັ່ນ​ແຕ່​ສ້າງ​ຕັ້ງ​ຂຶ້ນ 30 ປີ​ມາ​ນີ້(ສຽງ)

cri Author: mo


ມື້ນີ້​ແມ່ນວັນ​ທີ 2 ທັນວາ​ປີ 2005, ​ວັນ​ສະຖາປະນາ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວ​ຄົບຮອບ 30 ປີ. ນະ​ໂອກາດ​ນີ້, ຂ້າພະ​ເຈົ້າຂໍ​ຕາງໜ້າ​ພະນັກງານໝົດ​ທຸກ​ຄົນຂອງ​ວິທະຍຸ​CRIພາກ​ພາສາ​ລາວ​ຖາມ​ສະບາຍດີ​ນຳ​ທ່ານ, ຂໍ​ອວຍພອນ​​ແກ່​ທ່ານ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ຈົ່ງ​ປະສົບ​ຜົນສຳ​ເລັດ​ໃນ​ວຽກ​ງານ.

ໃນ 30 ປີ​ທີ່​ຜ່ານ​ມາ, ​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະຊາຊົນ​ລາວ​ທີ່​ດຸໝັ່ນຂະຫຍັນ​ພຽນ​ໄດ້​ສາມັກຄີ​​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ, ​ເສີມ​ຂະຫຍາຍ​​ແບບ​ແຜນ​ທີ່​ເປັນ​ເອກະລາດ​ເປັນ​ເຈົ້າຕົນ​ເອງ, ​ເພິ່ງ​ກຳລັງ​ຕົນ​ເອງ, ບາດ​ບັ່ນ​ສູ້​ຊົນ​ຢ່າງ​ທໍລະ​ຫົດ​ອົດທົນ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ແລະ​ການ​ທົດ​ສອບຕ່າງໆ​ນາໆ, ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ປະຈັກ​ຕາ​ຄົນ​ໃນ​ພາລະກິດ​ສ້າງສາ​ສັງຄົມ​ນິຍົມ, ​ເສດຖະກິດ​ພັດທະນາ​ຢ່າງ​ສືບ​ເນື່ອງ​ແລະ​ໝັ້ນທ່ຽງ, ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນຢ່າງ​ບໍ່​ຢຸດຢັ້ງ, ຖານະ​ຂອງ​ສປປລາວ​ໃນສາກົນ​ກໍນັບ​ມື້​ນັບ​​ສູງ​ຂຶ້ນ​, ປະຊາຊົນ​ລາວບັນດາ​ເຜົ່າ​​ໄດ້​ມີ​ຄວາມ​ໝັ້ນ​ໃຈ​ເຕັມ​ປ່ຽມ​ຕໍ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ​ແລະ​ອະນາຄົດ​ຂອງ​ປະ​ເທດ​ຊາດ. ​ໃນ​ເວລາ​ຕ້ອນຮັບ​ການ​ເຂົ້າສຳພາດ​ຂອງ​ນັກ​ຂ່າວ​ວິທະຍຸCRIພວກ​ເຮົາ​ນັ້ນ, ທ່ານ​ວິຈິດ ຊິນ​ດາ​ວົງ ​ເອກ​ອັກຄະ​ລັດຖະທູດ​ສປປລາວ​ປະຈຳ​ຈີນ​​ແນະນຳ​ວ່າ:

ເນື່ອງ​ໃນ​ໂອກາດ​ສປປລາວ​ສ້າງຕັ້ງຂຶ້ນ​ຄົບຮອບ 30 ປີ, ທ່ານເອກອັກຄະ​ລັດຖະທູດ​ວິຈິດ ​ຊິນ​ດາ​ວົງ ຍັງ​ຜ່ານວິທະຍຸ​ພວ​ກ​ເຮົາ​ສົ່ງ​ຄວາມ​ອວຍພອນ​ຢ່າງ​ຈິງ​ໃຈ​ທີ່​ສຸດ​ຂອງ​ທ່ານ​ພ້ອມ​ພະນັກງານ​ສະຖານທູດ​ລາວ​ປະຈຳ​ຈີນໝົດ​ທຸກ​ຄົນ​ໄປ​ຍັງ​ຜູ້​ຟັງ​ທັງ​ຫລາຍ.

ຂອບ​ໃຈ​ທ່ານ​ເອກ​ອັກຄະ​ລັດຖະທູດ​ວິຈິດ ຊິນ​ດາ​ວົງ​ແນະນຳ​ຜົນສຳ​ເລັດ​ທີ່​ລາວຍາດ​ມາ​ໄດ້​ແຕ່​ສປປລາວສ້າງຕັ້ງຂຶ້ນ 30 ປີ​ມາ​ນີ້.