|
 |
(GMT+08:00)
2005-12-09 09:22:43
|
 |
ການປະກົດເຫັນໃໝ່ 6 ຢ່າງດ້ານການນອນ
cri
CRI:ໃນຕະຫຼອດຊີວິດຂອງຄົນເຮົາ,ການນອນໄດ້ກິນເວລາເກືອບໜຶ່ງສ່ວນສາມ,ແຕ່ວ່າ,ຄົນທັງຫຼາຍຍັງມີຂໍ້ຂ້ອງໃຈຫຼາຍຕໍ່ການນອນ,ການຄົ້ນຄວ້າໃໝ່ກ່ຽວກັບການນອນຂອງນັກວິທະຍາສາດບາງປະເທດອາດຈະຊ່ອຍຄົນທັງຫຼາຍແກ້ຂໍ້ຂ້ອງໃຈເຫຼົ່ານີ້,ຈັດວາງເວລານອນຢ່າງມີວິທະຍາສາດຫຼາຍກວ່າເກົ່າ.
ຜູ້ໃດກໍມັກຝັນໃນຍາມກາງຄືນ,ຄ່ຳຄືນທີ່ບໍ່ຝັນເດັດຂາດນັ້ນແມ່ນມີໜ້ອຍທີ່ສຸດໂດຍທຽບຖານ. ຄວາມຝັນທີ່ເຮັດໃຫ້ຄົນຕື້ນຕັນໃຈນັ້ນອາດຈະຈື່ໄວ້ຫຼາຍມື້,ຫຼາຍອາທິດຫຼືຫຼາຍເດືອນ,ຈົນກະທັ້ງບໍ່ລືມຕະຫຼອດຊີວິດ,ແຕ່ຄວາມຝັນປະເພດນີ້ຢ່າງຫຼາຍມີພຽງ 10% ທໍ່ນັ້ນ,ສ່ວນຄວາມຝັນອື່ນໆສ່ວນຫຼາຍຈະຫັບຫາຍໄປໃນສະໝອງກ່ອນຕື່ນນອນ. ແຕ່ວ່າໄດ້ມີຫຼັກຖານອັນພຽງພໍສະແດງໃຫ້ເຫັນວ່າ:ທີ່ຈິງແລ້ວ,ເນື້ອໃນຂອງຄວາມຝັນບໍ່ມີສ່ວນກ່ຽວຂ້ອງກັບບັນຫາດ້ານຈິດໃຈ,ໝາຍຄວາມວ່າ,ການທີ່ຝັນຮ້າຍເລື້ອຍໆນັ້ນບໍ່ແນ່ນອນວ່າຈິດໃຈມີບັນຫາ.
ໜ່ວຍຄົ້ນຄວ້າການນອນເວັນຂອງມະຫາວິທະຍາໄລໂກລົມບີອາເມລິກາຈົນກະທັ້ງໄດ້ຊີ້ອອກວ່າ,ການນອນເວັນເລື້ອຍໆຈະເພີ່ມອັດຕາການຕາຍຂອງຜູ້ເຖົ້າ. ຜູ້ຄົ້ນຄວ້າໄດ້ຄົ້ນຄວ້າຜູ້ເຖົ້າອາຍຸ 70 ປີ 455 ຄົນທີ່ຕັ້ງພູມລຳເນົາຢູ່ເຢລູຊາເລັມ,ໃນນັ້ນ ຜູ້ທີ່ມັກນອນເວັນນັ້ນກວມ 60,7%. ໃນໄລຍະຄົ້ນຄວ້າສຳຫຼວດເປັນເວລາ 6 ປີ,ໄດ້ມີ 75 ຄົນເສຍຊີວິດ,ໃນນັ້ນອັດຕາການຕາຍຂອງຜູ້ທີ່ມັກນອນເວັນນັ້ນແມ່ນ 20%. ຜົນການສຳຫຼວດຕື່ມອີກສະແດງໃຫ້ເຫັນວ່າ,ເມື່ອຫັກປັດໄຈລົບກວນຕ່າງໆເຊັ່ນແບບແຜນດຳລົງຊີວິດ,ປັດໄຕອັນຕະລາຍແລະພະຍາດເປັນຕົ້ນອອກແລ້ວ,ອັດຕາການຕາຍທີ່ຄິດສະເລ່ຍຂອງຜູ້ທີ່ມັກນອນເວັນແມ່ນຂ້ອນຂ້າງສູງ,ຄືປະມານ 1,1 ເທົ່າຂອງຜູ້ທີ່ບໍ່ມັກນອນເວັນ.
ຫຼາຍໆຄົນອາໃສອັງໂກນຈຶ່ງນອນຫຼັບໄດ້,ແຕ່ມັກຈະຕື່ນນອນໃນຕອນເດິກສອງສາມໂມງ,ແລ້ວນອນຫຼັບບໍ່ໄດ້ອີກ. ນີ້ແມ່ນຍ້ອນວ່າ,ທຳອິດ,ອັງໂກນແມ່ນມີບົດບາດສະຫງົບຈິດໃນລະດັບໃດໜຶ່ງແທ້,ແຕ່ຜ່ານໄປຫຼາຍຊົ່ວໂມງແລ້ວ,ບົດບາດສະຫງົບຈິດກໍຈະຄ່ອຍໆຫາຍໄປ,ກົງກັນຂ້າມ,ຍັງຈະເກີດມີບົດບາດຕື່ນເຕັ້ນຕໍ່ຮ່າງກາຍ. ນອກນີ້,ໃນເວລາກຳລັງຂອງອັງໂກນຖອຍໄປນັ້ນກໍຈະມີບົດບາດກະຕຸກເຊັ່ນດຽວກັນ,ແລ້ວເຮັດໃຫ້ຄົນຕື່ນເດິກ.
ບັນດານັກວິທະຍາສາດໄດ້ຮັບຮູ້ມາແຕ່ດົນແລ້ວວ່າ,ການນອນສາມາດເພີ່ມຄວາມສາມາດຈື່ຈຳຕົວເລກ,ຕົວໜັງສືແລະເລື່ອງຈິງຂອງຄົນ. ຜູ້ຄົ້ນຄວ້າທັງຫຼາຍຜ່ານຈາກການຄົ້ນຄວ້າຫົວຂໍ້ຈຳເພາະຫຼ້າສຸດແລ້ວເຫັນວ່າ,ການນອນຍັງຈະຊ່ອຍຄົນທັງຫຼາຍໃນການຮ່ຳຮຽນວິຊາຊະນິດຕ່າງໆເຊັ່ນການເສບເຄື່ອງດົນຕີແລະຫຼິ້ນກິລາເຕັກນິກເປັນຕົ້ນ. ໃນການຄົ້ນຄວ້າ,ຜູ້ຊ່ຽວຊານທັງຫຼາຍໃຫ້ຜູ້ອາສາສະໝັກ 52 ຄົນຮຽນໃຊ້ນິ້ວມືເຄາະຈັງຫວະທີ່ສັບສົນທີ່ສຸດຢູ່ເທິງໂຕ໊ະ,ຫຼັງຈາກນັ້ນ 5 ນາທີໃຫ້ຄົນເຄິ່ງໜຶ່ງນອນຫຼັບ,ອີກເຄິ່ງໜຶ່ງຮັກສາການຕື່ນ. ຫຼັງຈາກນັ້ນຊົ່ວໂມງໜຶ່ງ,ຈຶ່ງຮຽກຮ້ອງໃຫ້ສອງຈຸດັ່ງກ່າວຕ່າງສະແດງການເຄາະຈັງຫວະຄືກັນ. ສະຖິຕິສະແດງໃຫ້ເຫັນວ່າ,ເມື່ອທຽບກັບຜູ້ທີ່ບໍ່ນອນແລ້ວ,ເວລາສຳເລັດການສະແດງຂອງຜູ້ທີ່ນອນຈະໄວກວ່າຜູ້ທີ່ບໍ່ໄດ້ນອນ 33%,ຄວາມຜິດພາດກໍໜ້ອຍກວ່າ 30%,ບໍ່ໜຳ,ທ່າແຮງດັ່ງກ່າວຍັງໄດ້ຮັກສາຮອດມື້ລຸນມາ,ຈົນກວ່າຄົນທັງໝົດນອນຫຼັບ.
ຫວ່າງມໍ່ໆນີ້,ຜູ້ຊ່ຽວຊານດ້ານການປິ່ນປົວການນອນຂອງອາເມລິກາໄດ້ຄົ້ນຄວ້ານາງພະຍາບານເກືອບ 72 ພັນຄົນ,ໄດ້ເຫັນວ່າ,ເວລານອນໜ້ອຍໂພດຫຼືຫຼາຍໂພດລ້ວນແຕ່ຈະເຮັດໃຫ້ຄວາມອັນຕະລາຍທີ່ຈະເປັນພະຍາດຫົວໃຈນັ້ນເພີ່ມຫຼາຍຂຶ້ນ. ສະຖິຕິສະແດງໃຫ້ເຫັນວ່າ,ເມື່ອທຽບກັບຜູ້ຍິງທີ່ສະເລ່ຍແລ້ວແຕ່ລະຄືນນອນ 8 ຊົ່ວໂມງ, ຄວາມອາດເປັນໄປໄດ້ທີ່ຈະເປັນພະຍາດຫົວໃຈຂອງຜູ້ຍິງທີ່ສະເລ່ຍແລ້ວແຕ່ລະຄືນນອນບໍ່ຮອດ 5 ຊົ່ວໂມງນັ້ນຈະເພີ່ມຂຶ້ນ 39%. ແຕ່ວ່າສິ່ງທີ່ເປັນຕາເວົ້ານັ້ນແມ່ນ,ເມື່ອທຽບກັບຜູ້ທີ່ນອນ 8 ຊົ່ວໂມງໝົດທຸກຄືນແລ້ວ,ຜູ້ທີ່ສະເລ່ຍແລ້ວນອນ 9 ຊົ່ວໂມງຂຶ້ນໄປທຸກຄືນນັ້ນຈະມີຄວາມອັນຕະລາຍເປັນໂຣກຫົວໃຈເພີ່ມຂຶ້ນ 37%.
ຜູ້ຊ່ຽວຊານບາງຄົນຍັງຄົ້ນຄວ້າປະກົດເຫັນວ່າ,ໃນເລລາຈາກໄວໜຸ່ມເຂົ້າສູ່ໄວກາງຄົນນັ້ນ,ເວລານອນຫຼັບກໍເລີ່ມໜ້ອຍລົງ,ໃນການນອນ 8 ຊົ່ວໂມງທຸກຄືນຂອງຊາວໜຸ່ມທີ່ສຸຂະພາບແຂງແຮງ,ທຳມະດາແລ້ວມີເວລານອນຫຼັບ 100 ນາທີ; ແຕ່ເມື່ອຮອດອາຍຸ 45 ປີແລ້ວ,ພັດໜ້ອຍລົງຮອດມີແຕ່ 15 ນາທີ,ຈົນກະທັ້ງມີແຕ່ 5 ຮອດ 10 ນາທີເທົ່ານັ້ນ. ຖ້າຊັ່ງຊາດ້ວຍມາດຖານຂອງເວລານອນຫຼັບແລ້ວ,ເມື່ອຮອດອາຍຸ 45 ປີ,ຄົນເຮົາກໍເຖົ້າແກ່ຊະລາຫຼາຍແລ້ວ.
|
|
|