ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-09 14:22:27    
ກິນຫມາກ​ໄມ້​ເນົ່າ ຫມາກ​ໄມ້​ທີ່​ເນົ່​າ​ແລ້ວ ບ່ອນ​ບໍ່​ເນົ່ກໍ່​ມີ​ພິດ​ຄື​ກັນ

cri



ຫມາກ​ໄມ້​ທີ່ເນົ່າ​​ແລ້ວ,ບາງ​ຄົນ​ປາດ​ເອົາ​ບ່ອນ​​ເນົ່າ​ຖິ້ມ​ແລ້ວ,ກິນ​ບ່ອນ​ທີ່​ບໍ່​​ເນົ່າ​ເທື່ອ,​ເຮັດ​ແບບ​ນີ້​ໄດ້​ບໍ່?ທີ່​ຈຂິງ​ແລ້ວ,​ເຮັດ​ແບບ​ນີ້​ແມ່ນ​ບໍ່​ຖືກ​ຕ້ອງ,ຕາມ ​ກວດສອບ,​ໃນນວນ​ຫມາກ​ໄມ້​ທຳມະ​ດາ​ທີ່​ຫ່າງ​ຈາກ​ບ່ອນ​​ເນົ່າ 1 ​ເຊັນກໍຍັງ​ໄດ້​ມີ​ທາດ​ເບື່ອ​ຢູ່.ຖ້າ​ຄົນ​ກິນ​ທາດ​​ເບື່ອໃນ​ຫມາກ​ໄມ້​ເນົ່,ກໍອາດ​ຈະ​ວິນ​ຫົວ  ​ເຈັບ ຫົວ​  ປວດຮາກ   ຮາກ​ແລະຍື່ງທ້ອງ​ເປັນຕົ້ນ,ຜູ່​ເປັນ​ຫນັກ​ອາດ​ຈະຊັກ ​ສູບ​ລົມ  ສະຫຼົບ​ຈົນ​ກະທັ້ງອັດ​ຕະລາຍ​ເຖິງ​ແກ່​ຄວາມ​ຕາຍ.

 ດ້ວຍ​​​ເຫດ​ນີ້,​ເພື່ອ​​ສຸຂະພາບ,​ເວລາກິນ​ຫມາກ​ໄມ້​ຕ້ອງ​​ເລືອກ​​​ເອົາ​ຫນ່ວຍ​ທີ່​ເປືອກ​ກ້ຽງ​ເຫຼື້ອມ ສີ​ລາມ ນວນ​ສົດ​ແລະ​ນຸ້ມ ຫອມ.ຖ້າ​ມີ​ຈຸດ​ດ່າງ​ຫຼື​ມີ​ຮອຍ​ແມງ​ເຈະ,ຕ້ອງ​ໃຊ້​ມີດ​ເຈະ​ເອົາ​ບ່ອນ​ເນົາ​ແລະ​ອ້ອມ​ແອ້​ມບ່ອນ​ເນົ່າ​ປະມານ​ຫນຶ່ງ​ເຊັນ​ຖິ້ມ,ຖ້າ​​ເນົ່າ​ກາຍ 1 ສ່ວນ 3 ກໍ​ໃຫ້​ຖິ້ມ​ໂລດ​ ​ເພື່ອ​ບໍ່​ໃຫ້​ເປັນ​ພະຍາດ​ຕາມ​ທິຫຼັງ,

ໃນ​ຊີວິດ​ປະຈຸ​ບັນ,ຄົນ​ທັງຫຼາຍ​ກິນ​ເຂົ້າ​ໄປ​ນຳ,ດື່ມ​ນ້ຳຫມາກ​ໄມ້​ໄປ​ນຳ.

ໃນ​ເວລາ​ກິນ​ເຂົ້າ,ກິນ​ນ້ຳຫມາກ​ໄມ້​ແມ່ນ​ມີ​ສິ່ງ​ທີ່​ຕ້ອງ​ລະວັງ,ທຳ​ມະ​ດາ​ແລ້ວ​ ​ໃນ​ອາຫານ​ເຊົ້າ​ຂອງ​ຄົນ​ທັງຫຼາຍ​ບໍ່​ຄ່ອຍ​ມີ​ຜັກ​ແລະ​ຫມາກ​ໄມ້,ສະ​ນັ້ນ,ການ​ກິນ​ນ້ຳຫມາກ​ໄມ້​ສົດ​ຈອກ​ຫນຶ່ງ​ໃນ​ຕອນ​ເຊົ້າ​ຄວນຖື​ເປັນຄວາມ​ຊິນ​ເຄີ​ຍທີ່​ດີ,​ເພາະ​ໄດ້​ເພີ່ມ​ຕື່ມ​ທາດ​ນ້ຳ​ແລະ​ທາດ​ບຳລຸງ​ທີ່​ຮ່າງກາຍ​ຕ້ອງ ການ,​ແຕ່​ເສຍດາຍຄົນ​ທັງຫຼາຍ​ມັກ​ກິນ​ນ້ຳນົມ​ຈອກ​ຫນຶ່ງກ່ອນ,ຈຶ່ງ​ບໍ່​ມີ​ບ່ອນ​ຫວ່າງ​ກິນ​ນ້ຳຫມາກ​ໄມ້​ໄດ້​ອີກ,ສິ່ງ​ທີ່​ຕ້ອງ​ລະວັງ​ນັ້ນ​ແມ່ນ​ໃນ​ເວລາ​ທ້ອງ​ເປົ່າ,ຢ່າ​ກິນ​ນ້ຳຫມາກ​ໄມ້​ທີ່​ສົ້ມ​ຫຼາຍ,ຖ້າ​ຈະ​ກິນ​ກໍ​ຕ້ອງກິນ​ອາຫານ​ກ່ອນ,​ເພື່ອ​ບໍ່​ໃຫ້​ກະ​ເພາະ​ບໍ່​ສະບາຍ,ບໍ່​ວ່າ​ແມ່ນ​ນ້ຳຫມາກ​ໄມ້​ປະ​ເພດ​ໃດ,​ໃນ​ເວລາ​ກິນ​ເຂົ້າທ່ຽງ​ແລະ​ຄາບ​ຄ່ຳ​ກໍ​ຢ່າ​ກິນ​ນ້ຳຫມາກ​ໄມ້​ຫຼາຍ,​ເພາະວ່າ​ທາດ​ອາ​ຊິດ​ໃນ​ນ້ຳຫມາກ​ໄມ້​ກະ​ກະທົບກະ​ເທືອ​ນ​ເຖິງ​ທາດ​ກົດ​ໃນ​ກະ​ເພາະ​ລຳ​ໄສ້​ໂດຍ​ກົງ,ນ້ຳ​ຍ່ອຍ​ອາຫານ​ໃນ​ກະ​ເພາະ​ຈາງ​ລົງ,​ແລະ​ອາ​ຊິດ​ໃນ​ນ້ຳຫມາກ​ໄມ້​ຖ້າ​ໄປ​ປະສົມ​ກັບ​ທາດ​ບຳລຸງ​ໃດ​ຫນຶ່ງ​ໃນ​ອາຫານ ​ແລ້ວ​ຈະ​ກະທົບກະ​ເທືອ​ນ​ເຖິງ​ການ​ຮັບ​ເອົາ​ທາດ​ບຳລຸງ​ເຫຼົ່າ​ນີ້,​ເຮັດ​ໃຫ້​ຄົນຮູ້ສຶກຍື່ງ​ທ້ອງ,ກິນ​ເຂົ້າ​ບໍ່​ລົງ,ອາຫານ​ກໍ່​ບໍ່​ຍ່ອຍ,ທ້ອງ​ບໍ່​ສະບາຍ,ສະ​ນັ້ນ,ນອກຈາກ​ອາຫານ​ເຊົ້າ​ແລ້ວ,ຄາບ​ທ່ຽງ​ກັບ​ຄາບ​ຄ່ຳ​ຢ່າ​ກິນ​ນ້ຳຫມາກ​ໄມ້​ຫຼາຍ.

ຜູ້​​ເຖົ້າ​ແລະ​​ເດັກນ້ອຍ​ກິນ​ນ້ຳຫມາກ​ໄມ້​ຈັກ​ຫນ້ອຍ​ຫນຶ່ງ,ຈະ​ຊ່ອຍ​ຍ່ອຍ​ອາຫານ,ພາ​ໃຫ້​ຖ່າຍ​ສະດວກ,ຕາບ​ຈູ​ນທາດ​ບຳລຸງ​ບາງ​ຢ່າງ​ທີ່​ບໍ່​ມີ​ໃນ​ອາຫານ,ໃນ​ນ້ຳຫມາກ​ໄມ້​ໄດ້​ຮັກສາ​ທາດ​ບຳລຸງ​ສ່ວນ​ຫຼາຍ​ຂອງ​ຫມາກ​ໄມ້,ຕົວຢ່າງ​ຄື ວິຕາມິນ ທາດ​ແຮ່ ທາດ​ນ້ຳຕານ​ແລະ​ທາດ​ວຸ້ນ​ໃນ​ເຍື້ອ​ໃຍ​ອາຫານ​ເປັນ​ຕົ້ນ,ລົດ​ຊາດ​ກໍ​ແຊບກວ່າ​ນ້ຳລ້າ,​ເມື່ອ​ທ່ຽບກັບ​ນ້ຳລ້າ​ແລະ​ນ້ຳ​ອັດ​ລົມ​ແລ້ວ,ນ້ຳຫມາກ​ໄມ້​ແມ່ນ​ດີກ​ວ່າ​ແທ້,​ແຕ່​ວ່າ ນ້ຳຫມາກ​ໄມ້​ຫຼາຍ​ຢ່າງ​ແຊບ​ແມ່ນ​ຍ້ອນ​ວ່າ​ໄດ້​ໃສ່​ນ້ຳຕານ​ແລະ​ເຄື່ອງ​ຫອມ​ອື່ນໆ.

ຕ້ອງ​ເຕືອນ​ເພື່ອນ​ທັງຫຼາຍ​ກວ່າ,ທາດ​ບຳລຸງ​ຂອງ​ນ້ຳຫມາກ​ໄມ້​ແມ່ນ​ຕ່າງ​ກັບ​ຫມາກ​ໄມ້​ຫຼາຍ​,ນ້ຳຫມາກ​ໄມ້​ແມ່ນ​ເຂົ້າ​ແທນ​ຫມາກ​ໄມ້​ບໍ່​ໄດ້,ດ້ວຍ​ເຫດ​ນີ້,​ເວົ້າ​ສຳລັບຜູ່​ທີ່​ກິນ​ຫມາກ​ໄມ້​ສົດ​ໄດ້​ນັ້ນ,ທາດ​ບຳລຸງ​ຂອງ​ຫມາກ​ໄມ້​ສົດ​ແມ່ນ​ດີ​ທີ່​ສຸດ​ໃນ​ວິຊາ​ໂພຊະ​ນາ​ການ.