ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-09 21:30:14    
ທ່ານ​ເວິ່ນ​ເຈ່ຍ​ປາວ​ສຳ​ເລັດ​ການ​ຢ້ຽມຢາມເຊັກ​​ແລ້ວເດີນທາງ​ໄປ​ປອກຕຸຍການ

cri

ຕາມ​ຂ່າວ​cri:ວັນ​ທີ9 ທັນວາ,ທ່ານ​ເວິ່ນ​ເຈ່ຍ​ປາວ​​ໄດ້ສຳ​ເລັດການ​ຢ້ຽມຢາມ​ ​ເຊັກ​ແລ້ວ,ຂີ່​ຍົນ​ພິ​ເສດ​ໄປ​ປອກຕຸ​ຍການ​ສືບ​ຕໍ່​ການຢ້ຽມຢາມປະ​ເທດ​ເອີລົບ​ແລະ​ອາຊີ​ເທື່ອ​ນີ້.

ໃນ​​ໄລຍະ​ຢ້ຽມຢາມ​ເຊັກ,ທ່ານ​ເວິ່ນ​ເຈ່ຍປາວ​ຍ​ໄດ້ພົບ​ປະ​ປະທານາທິບໍດີ,ນາຍົກລັດຖະມົນຕີ,ປະທານສະພາ​ສູງ​ແລະ​ສະພາ​ຕ່ຳ.ທັງ​ສອງປະ​ເທດ​ຈີນກັບ​ເຊັກ​ຍັງ​ໄດ້​ອອກຖະ​ແຫລ​ງການ​ຮ່ວມ,ສະ​ແດງ​ວ່າ​ຍິນ​ດີ​ຂະ​ຫຍາ​ຍການ​ພົວພັນ​ລະຫວ່າງທັງ​ສອງ​ປະ​ເທດ​ໃນ​ຂອບ​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດຮອບດ້ານ​ລະຫວ່າງ​ຈີນ​ເອີ​ລົບ​ແລະ​ບົນ​ພື້ນຖານປະກາດ​ແຈ້ງ​ການ​ຮ່ວມ​ຂອງ​ລັດຖະບານ​ທັງສອງ​ປະ​ເທດ​ປີ1999.​​ໃນ​ຖະ​ແຫລ​ງການ​ຮ່ວມເຊັກ​ຮັບຮອງສືບ​ຕໍ່​ຍຶດຫມັ້ນ​ນະ​ໂຍລາຍ​ຈີນ​ດຽວ.ລັດຖະບານ​​ແລະ​ວິ​ສາ​ຫະກິດ​ທັງສ​ອງປະ​ເທດ​ຍັງ​ໄດ້​ລົງ​ລາຍ​ເຊັນ​ໃນ​ເອກະສານ​ຮ່ວມ​ມື14ສະບັບ,​ເນື້ອ​ໃນ​ກວມ​ເຖິງ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ,ກະສິກຳ,​ປ່າ​ໄມ້​ແລະ​ການ​ປົກ​ປ້ອງການ​ລົງທຶນ​ເປັນ​ຕົ້ນ.