ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-10 17:30:27    
ການຊຳລະ​ບັນຫາ​ໄຕ້​ຫວັນ​ຢ່າງ​ເໝາະ​ສົມ​ແມ່ນ​ຂໍ​ກະ​ແຈ​ແຫ່ງ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ກອງ​ທັບ​ຈີນ​ອາ​ເມ​ລິ​ກາ​ຢ່າງ​ໜັກ​ແໜ້ນ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 9 ທັນວາ, ທ່ານ​ຊົງ​ກວງ​ຄາຍ ຮອງ​​ເສ​ນາ​ທິການ​ໃຫຍ່​ຂອງ​ກອງ​ທັບປົດ​ປ່ອຍປະ​ຊາ​ຊົນ​ຈີນ​ກ່າວ​ເນັ້ນວ່າ, ການຊຳລະ​ບັນຫາ​ໄຕ້​ຫວັນ​ຢ່າງ​ເໝາະ​ສົມ​ແມ່ນ​ຂໍ​ກະ​ແຈ​ແຫ່ງ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ກອງທັບ​ຈີນ​ອາ​ເມ​ລິ​ກາ​ຢ່າງ​ໜັກ​ແໜ້ນ.

ໃນ​ເວລາ​ພົບ​ປະ​ສະມາຊິກ​ຂອງ​ຄະນະ​ຜູ້​ແທນ​ສອງ​ຝ່າຍ​ຈີນ​ອາ​ເມ​ລິ​ກາ​ທີ່​ເຂົ້າຮ່ວມ​ການ​ພົບ​ປະ​ເຮັດວຽກ​ລະຫວ່າງກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ອາ​ເມ​ລິ​ການັ້ນ, ທ່ານ​ຊົງ​ກວງ​ຄາຍ​ຊີ້​ອອກ​ວ່າ, ການ​ຄັດຄ້ານ​ແລະ​ສະກັດ​ກັ້ນ​ໄຕ້​ຫວັນ​ເປັນ​ເອກະລາດ ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ຊ່ອງ​ແຄບ​ໄຕ້​ຫວັນ​ແມ່ນ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ສອງ​ຝ່າຍ​ຈີນ​ອາ​ເມ​ລິ​ກາ. ຝ່າຍ​ຈີນ​ຫວັງ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ​ປະຕິບັດ​ຄຳໝັ້ນສັນຍາ​ຢ່າງ​​ແທ້​ຈິງ, ພ້ອມ​ກັນ​ກັບ​ຝ່າຍ​ຈີນ​ຄັດຄ້ານ​ແລະ​ສະກັດ​ກັ້ນ​ໄຕ້​ຫວັນ​ເປັນ​ເອ​ກະລາດ, ບໍ່​ສົ່ງ​ສັນຍານ​ຜິດພາດ​ໃຫ້​ໄຕ້​ຫວັນ, ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ຊ່ອງ​ແຄບ​ໄຕ້​ຫວັນ​​ແລະ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ຈີນ​ອາ​ເມ​ລິ​ກາ.

ຕາມ​ຊາບ​ວ່າ, ​ໃນ​ການ​ພົບ​ປະ​ເທື່ອ​ນີ້, ສອງ​ຝ່າຍ​ຈີນ​ອາ​ເມ​ລິ​ກາ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ການ​ພົວພັນ​ລະຫວ່າງ​ສອງ​ກອງທັບ​ຈີນ​ອາ​ເມ​ລິ​ກາ, ​ແຜນການ​ໄປມາຫາ​ສູ່​ກັນ​ລະຫວ່າງ​ສອງ​ກອງທັບ, ພ້ອມ​ດ້ວຍ​ການ​ປຶກສາ​ຫາລື​ຄວາມ​ປອດ​ໄພ​ດ້ານ​ການ​ທະຫານ​ເທິງ​ທະ​ເລ​ຈີນ​ອາ​ເມ​ລິ​ກາ​ເປັນຕົ້ນ. ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ, ການ​ພົບ​ປະ​ແມ່ນ​ຕັ້ງໜ້າ ກົງ​ໄປ​ກົງ​ມາ​ ຕິດ​ແທດ​ຕົວ​ຈິງ​ແລະ​​ໄດ້​ຮັບ​ຜົນ​ອຸດົມສົມບູນ. ຜ່ານ​ການ​ພົບ​ປະ, ສອງ​ຝ່າຍ​ບໍ່​ພຽງ​ແຕ່​ຊອກ​ເຫັນພື້ນຖານ​ສຳຄັນ​ແຫ່ງ​ການ​ຮ່ວມ​ມື​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ປະກົດ​​ເຫັນ​ຄວາມ​ເຫັນ​ຂັດ​ກັນ​ແລະ​ສະ​ແຫວ​ງຫາ​ຊ່ອງ​ທາງ​ແກ້​ໄຂ​ຢ່າງ​ຕັ້ງໜ້າ.