ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-10 18:59:12    
ຜູ້ນຳ​ປອກຕຸຍການ​ພົບ​ປະ​ທ່ານ​ເວີນ​​ເຈຍ​ປາວ, ສອງ​ປະ​ເທດ​ເປັນ​ເອ​ກະ​ສັນ​ກັນ​ເຫັນ​ດີ​ສ້າງ​ການ​ພົວ​ພັນ​ຄູ່​ຂາ​ຍຸດ​ທະ​ສາດ​ຮອບ​ດ້ານ

cri Author: MO


ຕາມ​ຂ່າວCRI:ວັນ​ທີ 9 ທັນວາ, ຢູ່ລິສ​ບອນ, ທ່ານ​​ໂຊ​ກັຼດສ໌ ນາຍົກລັດຖະມົນຕີປອກຕຸຍ​ການ​ແລະ​ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນທີ່​ໄປ​ຢ້ຽມຢາມ​ໄດ້​ຈັດການພົບ​ປະ​ເຈລະຈາ. ​ຈີນ​ປອກຕຸຍ​ການ​ຍັງ​ໄດ້​ອອກ​ຖະ​ແຫລ​ງການ​ຮ່ວມ​ກ່ຽວ​ກັບການ​​ເພີ່ມ​ທະວີ​ການ​ພົວພັນລະຫວ່າງ​ສອງ​ຝ່າຍ.

ໃນ​ເວລາ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ໂຊ​ກັຼດສ໌, ທ່ານ​ເວີນ​ເຈຍ​ປາວ​ເວົ້າວ່າ, ການ​ພົວພັນ​ຈີນ​ປອກຕຸຍ​ການ​ພວມ​ຢູ່​ໃນ​ໄລຍະ​ທີ່​ດີ​ທີ່​ສຸດ​ແຕ່​ສ້າງສາ​ຍສຳພັນ​ການ​ທູດ​ມາ​ນີ້. ​ເພື່ອ​ຊຸກ​ຍູ້​ໃຫ້ການ​ພົວພັນ​ຈີນ​ປອກຕຸຍ​ການ​ຂະຫຍາຍຕົວ​ຢ່າງ​ສືບ​​ເນື່ອງ ໜັກ​ແໜ້ນ​ແລະ​ປອດ​​ໃສ, ທ່ານ​ສະ​ເໜີ​ໃຫ້​ສອງ​ປະ​ເທດ​ເພີ່ມ​ການ​ແລກປ່ຽນ​​ໃນ​ທຸກຂັ້ນ. ທ່ານ​ໂຊ​ກັຼດສ໌ ​ກ່າວ​ວ່າ, ການ​ຂະຫຍາຍ​ການ​ພົວພັນ​ກັບ​ຈີນ​ແມ່ນ​ທິດ​ບູລິ​ມະ​ສິດ​ຂອງ​ນະ​ໂຍບາຍ​ການຕ່າງປະ​ເທດ​ຂອງ​ປອກຕຸຍການ.


ຫລັງ​ການ​ພົບ​ປະ, ນາຍົກລັດຖະມົນຕີຂອງສອງປະ​ເທດ​ໄດ້​ເຊັນ​ຖະ​ແຫລງການ​ຮ່ວມລະຫວ່າງ​​ລັດຖະບານ​ຈີນປອກຕຸຍ​ການ, ​ເປັນ​ເອກະສັນ​ກັນ​ເຫັນ​ດີ​ສ້າງ​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ຮອບດ້ານ, ​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ​ການ​ສົນທະນາ​ທາງການ​ເມືອງ, ​ເສດຖະກິດ, ວັດທະນະທຳ​ການ​ສຶກສາ, ຕຸລາການ, ວິທະຍາສາດ​ເຕັກນິກ, ​ແລະ​ສາທາລະນະ​ສຸກ​ເປັນຕົ້ນ. ​ໃນ​ຖະ​ແຫລ​ງການ​ດັ່ງກ່າວ, ຝ່າຍ​ປອກຕຸຍ​ການ​ກ່າວ​ລື້​ມວ່າ​ຍຶດໝັ້ນນະ​ໂຍບາຍ​ຈີນ​ດຽວ. ພ້ອມ​ກັນນັ້ນ, ຝ່າຍ​ປອກຕຸ​ຍການ​ກ່າວ​ວ່າ, ຍິນ​ດີ​ສືບຕໍ່ພະຍາຍາມ​ຊຸກ​ຍູ້​ໃຫ້​ສະຫະ​ພາບ​ເອີ້​ລົບ​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ຂາຍ​ອາວຸດ​ໃຫ້​ຈີນ, ​ແລະ​ຊຸກ​ຍູ້​ໃຫ້​ສະຫະພາບ​ເອີ້​ລົບ​ຮັບຮອງ​ຖານະ​ເສດຖະກິດ​ຕະຫລາດ​ຂອງ​ຈີນ​ໂດຍ​ໄວ.

ມື້​ດຽວ​ກັນ, ທ່ານ​ຊາມ​ປາ​ອີ​ໂອ ປະທານາທິບໍດິປອກຕຸຍ​ການ​ແລະ​ທ່ານກາມາ ປະທານ​ລັດຖະສະພາ​ກໍ​ຕ່າງ​ໄດ້​ພົບ​ປະ​ທ່ານ​ນາຍົກລັດຖະມົນຕີ​ເວີນ​ເຈຍ​ປາວ.
1  2