ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-10 20:34:02    
ທ່ານ​ອານ​ນານ​ກ່າວ​ວ່າຂະ​ບວນ​ວິ​ວັດ​ຂ້າມ​ຜ່ານ​ດ້ານ​ການ​ເມືອງ​ຂອງ​ອີ​ຣັກ​ໄດ້​ເຂົ້າ​ໃນ​ຂັ້ນ​ຕອນ​ສຸດ​ທ້າຍ

cri
ຕາມ​ຂ່າວcri,ວັນ​ທີ9​ທັນວາ,​ທ່ານ​ອານ​ນານ ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະຊາ​ຊາດ​ກ່າວ​ວ່າ,​ການ​ຢັ່ງ​ປະ​ຊາ​ມະຕິທົ່ວ​ປວງ​ຊົນ​ຂອງ​ອີຣັກ​ໄດ້​ຜ່ານ​ຮັບ​ຮອງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ໃໝ່​ສະ​ແດງ​ໃຫ້​ເຫັນ​ວ່າ​ຂະ​ບວນ​ວິ​ວັດ​ການ​ຂ້າມ​ຜ່ານ​ຂອງ​ການ​ເມືອງ​ອີຣັກ​ໄດ້​ເຂົ້າ​ໃນ​ຂັ້ນ​ຕອນ​ສຸດ​ທ້າຍ,​ແຕ່​ອີ​ຣັກ​ຍັງ​ປະ​ເຊີນ​ກັບ​ການ​ທ້າ​ທາຍອັນ​ໃຫຍ່​ຫຼວງ​ໃນ​ດ້ານ​ຄວາມ​ປອດ​ໄພ,​ການ​ເມືອງ​ແລະ​ເສດ​ຖະ​ກິດ.

ໃນ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະ​ຖານະ​ການ​ອີຣັກ​ທີ່​ທ່ານ​ອານ​ນານ​ຍື່ນ​ໃຫ້​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະ​ຊາ​ຊາດ​ໃນ​ວັນ​ທີ9​ທັນວາ​ນັ້ນ​ໄດ້​ຂຽນ​ວ່າ,​ປະຈຸ​ບັນ,​ຄະ​ນະ​ພິ​ເສດ​ແລະ​ຜູ້​ຊ່ຽວ​ຊານ​ດ້ານ​ການ​ເລືອກ​ຕັ້ງ​ຂອງ​ອົງ​ການ​ສະ​ຫະ​ປະຊາ​ຊາດ​ພວມ​ຊ່ວຍ​ອີຣັກ​ກະ​ກຽມ​ວຽກ​ງານ​ເລືອກ​ຕັ້ງ​ລັດ​ຖະ​ສະ​ພາ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ15​ທັນວາ.​ພ້ອມ​ກັນ​ນັ້ນ,​ທ່ານ​ກາ​ຈີ ທູດ​ພິ​ເສດ​ວຽກ​ງານ​ອີຣັກ ຂອງ​ສະຫະ​ປະຊາ​ຊາດພວມ​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ກັບ​ສັນ​ນິ​ບາດ​ປະ​ເທດ​ອາຣັບ,​ເຮັດ​ວຽກ​ງານ​ກະ​ກຽມ​ກອງ​ປະຊຸມ​ປອງ​ດອງ​ກັນ​ຂອງ​ອີ​ຣັກ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ຕົ້ນ​ປີ2006.​ບົດ​ລາຍ​ງານ​ຫວັງ​ວ່າ​ຄວາມ​ພະ​ຍາ​ຍາມ​ເຫຼົ່າ​ນີ້​ຈະ​ຊ່ວຍ​ອີຣັກ​ຕາບ​ຈູນ​ຄວາມ​ຂັດ​ແຍ່ງ​ກັນ​ລະ​ຫວ່າງ​ບັນ​ດາ​ຝ່າຍ,​ຊຸກຍູ້​ບັນດາ​ຝ່າຍ​ພ້ອມ​ກັນ​ຊຸກ​ຍູ້​ການ​ສ້າງ​ສາ​ອີຣັກ​ຄືນ​ໃໝ່.