ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-10 21:01:35    
​​ສື່​ມວນ​ຊົນ​ສິງ​ກະ​ໂປ​ກ່າວ​ວ່າ,​ການ​ສົນ​ທະ​ນາ​ດ້ານ​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ​ສະ​ແດງ​ໃຫ້​ເຫັນ​ວ່າ​ຖາ​ນະ​ຂອງ​ຈີນ​ໃນ​ສາ​ກົນ​ໄດ້​ຖີບ​ສູງ​ຂຶ້ນ

cri Author: zhangshuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ10​ທັນວາ,ໜັງສືພິມ​ລຽນ​ເຮີ​ຈາວ​ເປົ້າຂອງ​ສິງກະ​ໂປ​ໄດ້​ພິມ​ບົດ​ນຳ​ຂຽນ​ວ່າ,​ການ​ສົນ​ທະ​ນາ​ດ້ານ​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາສະ​ແດງ​ໃຫ້​ເຫັນ​ວ່າ,​ຖາ​ນະ​ຂອງ​ຈີນ​ໃນ​ວຽກ​ງານ​ສາ​ກົນ​​ໄດ້​ຖີບ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ພ້ອມ​ກັນ​ນັ້ນ,​ກໍ​ສະ​ແດງ​ໃຫ້​ເຫັນ​ວ່າ,​ອາ​ເມ​ລິ​ກາ​ຈຳ​ເປັນ​ຕ້ອງ​ຮັບ​ຮອງ​ແລະ​ໂຄ​ລົບ​ຈີນ​ທີ່​ພວມ​ໂປ​ໂລ​ຂຶ້ນ,​ຕ້ອງ​ການ​ການ​ຮ່ວມ​ມື​ຂອງ​ຈີນ.

ບົດ​ນຳ​ຂຽນ​ວ່າ,ການ​ສົນທະນາດ້ານ​ຍຸດ​ທະ​ສາດລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ຄັ້ງທີ​ສອງ​ທີ່​ຈັດ​ຂຶ້ນ​ຢູ່​ວໍ​ຊິງ​ຕັນ​ໃນ​ຕົ້ນ​ເດືອນ​ທັນວາ​ໄດ້​ກ່ຽວ​ພັນ​ເຖິງ​ຫົວ​ຂໍ້​ຢ່າງ​ກວ້າງ​ຂວາງ​ທີ່​ສຸດ,​ນອກ​ຈາກ​ບັນ​ຫາ​ສອງ​ຕໍ່​ສອງ​ແລ້ວ,​ຍັງ​ລວມ​ທັງ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ ບັນ​ຫາ​ອີ​ຣານ ອາ​ຊີ​ໃຕ້ ອາ​ຊີ​ກາງ ອາ​ຟະ​ລິ​ກາ ບັນ​ຫາ​ບໍ່​ແຜ່​ຜາຍ​ອາວຸດ​ນິວ​ເຄຼຍ​ແລະ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຂອງ​ໂລກ​ເປັນ​ຕົ້ນ.​ຈາກ​ນີ້​ເຫັນ​ໄດ້​ວ່າ,​ການ​ສົນ​ທະ​ນາ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ເລັງ​ສາຍ​ຕາ​ໃສ່​ທົ່ວ​ໂລກ​ແລະ​ອະ​ນາ​ຄົດ,​ການ​ພົວ​ພັນ​ຈີນ​ອາ​ເມ​ລິ​ກາ​ໄດ້​ລື່ນ​ກາຍ​ຂອບ​ເຂດ​ສອງ​ຕໍ່​ສອງ​ແລ້ວ.

ບົດ​ນຳ​ຊີ້​ອອກ​ວ່າ,ທ່າ​ທີ​ໃໝ່​ຫຼືວ່າ​ຍຸດ​ທະ​ສາດ​ໃໝ່​ດັ່ງ​ກ່າວ​ຂອງ​ອາ​ເມ​ລິ​ກາ​ແມ່ນ​ທ່ານ​ປະ​ທາ ນາ​ທິ​ບໍ​ດີ​ບຸສ​ປັບ​ປຸງ​​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຄັ້ງ​ສຳ​ຄັນ​ກວ່າ​ໝູ່​ແຕ່​ທ່ານ​ຂຶ້ນ​ຮັບ​ຕຳ​ແໜ່ງ ວາ​ລະ​ທີ​ສອງ​ມາ​ນີ້.