ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-10 21:55:38    
ຈິນ​ສ້າງ​ຕັ້ງ​ອົງ​ການ​ຕ້ານ​ອີ​ເມວ​ຂີ້​ເຫຍື້ອ​ເປັນ​ຄັ້ງ​ທຳ​ອິດ

cri
ຕາມ​ຂ່າວສານ​ຊີນ​ຮວາ,​ວັນ​ທີ9​ທັນວາ,​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ຕ້ານ​ອີ​ເມວ​ຂີ້​ເຫຍື້ອ​ຂອງ​ສະ​ມາ​ຄົມ​ອີນ​ເຕິ​ເນັດ​ຈີນ​ເຊິ່ງ​ເປັນ​ອົງ​ການ​ຈັດ​ຕັ້ງ​ຕ້ານ​ອີ​ເມວ​ຂີ້​ເຫຍື້ອ​ອົງ​ການ​ທຳ​ອິດ​ຂອງ​ຈີນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢູ່​ປັກ​ກິ່ງ​ຢ່າງ​ເປັນ​ທາງ​ການ.

ຕາມ​ແນະ​ນຳ​ວ່າ,​ອົງ​ການ​ຈັດ​ຕັ້ງ​ດັ່ງ​ກ່າວຈ​ະ​ສ້າງ​ຕັ້ງ​ລະ​ບົບ​ປົວ​ແປງ​ການ​ຕ້ານ​ອີ​ເມວ​ຂີ້​ເຫຍື້ອ​ທີ່​ມີ​ຫຼາຍ​ຝ່າຍ​ເຂົ້າ​ຮ່ວມ,​ປະ​ສານ​ສົມ​ທົບ​ກັນ,​ມີ​ປະ​ສິດ​ທິ​ພາບ​ສູງ​ແລະ​ໄວ້​ໃຈ​ໄດ້​ເທື່ອ​ລະ​ກ້າວ,​ຊຸກ​ຍູ້​ການ​ສ້າງ​ຕັ້ງ​ກົນ​ໄກ​ຕອບ​ສະ​ໜອງ​ໄວ​ຕໍ່​ການ​ລາຍ​ງານ​ອີ​ເມວ​ຂີ້​ເຫຍື້ອ.ພ້ອມ​ກັນ​ນັ້ນ,​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮ່ວມ​ຂອງ​ສາ​ກົນ​ທີ່​ຕ້ານ​ອີ​ເມວ​ຂີ້​ເຫຍື້ອ,​ສ້າງ​ພາບ​ພົດ​ສາ​ກົນ​ອັນ​ດີ​ງາມ​ຂອງ​ຂະ​ແໜງ​ການ​ອິນ​ເຕິ​ເນັດ​ຂອງ​ຈີນ.

ຕາມ​ໄດ້​ຊາບ,​ອີ​ເມວ​ແມ່ນ​ປະສິດ​ທີ​ຄຸນ​ລາຍ​ໜຶ່ງ​ທີ່​ຜູ້​ໃຊ້​ອິນ​ເຕິ​ເນັດ​ຂອງ​ຈີນ​ລື່ນ​100​ລ້ານ​ຄົນ​ນຳ​ໃຊ້​ຫຼາຍ​ກວ່າ​ໝູ່.​ແຕ່​ຄຽງ​ຄູ່​ກັບ​ການ​ນຳ​ໃຊ້​ອີ​ເມວ​ຢ່າງ​ກວ້າງ​ຂວາງ,​ຈີນ​ໄດ້​ກາຍ​ເປັນ​ຈຸດ​ໝາຍ​ປາຍ​ທາງ​ຕົ້ນ​ຕໍ​ຂອງ​ອີ​ເມວ​ຂີ້​ເຫຍື້ອ​ໃນ​ໂລກ.​ຜົນ​ສຳ​ຫຼວດ​ລາຍ​ໜຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ,​ສະ​ເລ່ຍ​ແລ້ວ​ຜູ້​ໃຊ້​ອີນ​ເຕິ​ເນັດ​ຂອງ​ຈີນ​ແຕ່​ລະ​ຄົນ​ແຕ່​ລະ​ອາ​ທິດ​ໄດ້​ຮັບ​ອີ​ເມວ​ຂີ້​ເຫຍື້ອ​ສິບ​ກວ່າ​ສະບັບ.