ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-10 22:15:09    
ທ່ານ​ອູ​ປາງ​ໂກ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ອາ​ຊີ​ເອີ​ລົບ​ຮ່ວມ​ມື​ໂຈມ​ຕີ​ການ​ຕ້ອງ​ໂທດ​ຂ້າມ​ຊາດ​ທີ່​ມີ​ການ​ຈັດ​ຕັ້ງ

cri


ຕາມ​ຂ່າວ​ສານ​ຊີນຮວາ,​ວັນ​ທີ9​ທັນວາ,​ກອງ​ປະ​ຊຸມ​ອະ​ທິ​ໄອ​ຍະ​ການ​ຂອງ​ກອງ​ປະ​ຊຸມ​ອາ​ຊີ​​ເອີ​ລົບ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີນ​ເຈີ້ນ​ຂອງ​ຈີນ.​ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ,​ທ່ານ​ອູ​ປາງ​​ໂກ ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ອາ​ຊີ​ເອີ​ລົບ​ຮ່ວມ​ມື​ໂຈມ​ຕີ​ການ​ຕ້ອງ​ໂທດ​ຂ້າມ​ຊາດ​ທີ່​ມີ​ການ​ຈັດ​ຕັ້ງ.

ພາຍຫຼັງ​ວິ​ເຄາະ​ສະ​ຖາ​ນະ​ການ​ຄວາມ​ໝັ້ນ​ຄົງ​ຂອງ​ໂລກ​ແລະ​ພາກ​ພື້ນ ອາ​ຊີ​ເອີ​ລົບ​ແລ້ວ,​ທ່ານ​ອູ​ປາງ​ໂກ​ຊີ້​ອອກ​ວ່າ,​ການ​ຕ້ອງ​ໂທດ​ແບບ​ໃໝ່​ຈຳ ນວນ​ໜຶ່ງ​ເພີ່ມ​ຂື້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ໂດຍ​ສະ​ເພາະ​ແມ່ນ​ການ​ຕ້ອງ​ໂທດ​ຂ້າມ​ຊາດ​ທີ່​ມີ​ການ​ຈັດ​ຕັ້ງ,​ຄື​ກໍ່​ການ​ຮ້າຍ,​ສໍ້​ລາດ​ບັງ​ຫຼວງ,​ຟອກ​ເງິນ,​ຢາ​ເສບ​ຕິດ​ເປັນ​ຕົ້ນ​ໄດ້​ກາຍ​ເປັນ​ສາ​ທາ​ລະ​ນະ​ໄພ​ຂອງ​ປະ​ຊາ​ຄົມ​ໂລກ​ແລ້ວ.​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ຊາດ,​ພ້ອມ​ກັນ​ໂຈມ​ຕີ​ການ​ຕ້ອງ​ໂທດ​ຂ້າມ​ຊາດ​ທີ່​ມີ​ການ​ຈັດ​ຕັ້ງ​ນັ້ນ,​ແມ່ນ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ຮ່ວມ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ອາ ຊີ​ແລະ​ເອີ​ລົບ,​ແລະ​ກໍ່​ແມ່ນ​ພາ​ລະ​ໜ້າ​ທີ່​ທີ່​ຫຼີກ​ເວັ້ນ​ບໍ່​ໄດ້​ຂອງ​ອົງ​ການ​ໄອ​ຍະ​ການ​ຂອງ​ບັນ​ດາ​ປະ​ເທດ​ອາຊີ​​ເອີ​ລົບ.

ກອງ​ປະຊຸມ​ອະ​ທິ​ໄອ​ຍະ​ການ​ຂອງ​ກອງ​ປະ​ຊຸມ​ອາ​ຊີ​ເອີ​ລົບ​ແມ່ນ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ຂອງ​ຈີນ​ກັບ​ອົງ​ການ​ໄອ​ຍະ​ການ​ຂອງ​ປະ​ເທດ​ຕ່າງໆ​ຄື​ ດານ​ມາກ,​ສ.​ເກົາ​ຫຼີ​ເປັນ​ຕົ້ນ​ຮ່ວມ​ກັນ​ລິ​ເລີ່ມ,​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ຂອງ​ຈີນ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ.