ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-11 20:23:59    
​​ບຸກ​ຄົນ​ຄັດ​ຄ້ານ​ສົງ​ຄາມ​ຈັດ​ງານ​ໂຮມ​ຊຸມ​ນຸມ​ສັນ​ຕິ​ພາບ,​ຮຽກ​ຮ້ອງ​ໃຫ້​ກອງ​ທະ​ຫານ​ອາ​ເມ​ລິ​ກາ​​ແລະ​ອັງ​ກິດ​ຖອນ​ອອກ​ຈາກ​ອີ​ຣັກ​ໂດຍ​ໄວ

cri Author: zhangshuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ10​ທັນວາ, "ກອງ​ປະຊຸມ​ສັນຕິພາບ​ສາກົນ​"ທີ່​ມີ​ຈຸດ​ປະສົງ​ຄັດ ຄ້ານ​ອາ​ເມ​ລິ​ກາ​ແລະ​ອັງກິດ​ກໍ່​ສົງຄາມ​ອີ​ຣັກ​ນັ້ນ​ໄດ້​ຈັດ​ຂຶ້ນຢູ່​ທີ່​ລອນ​ດອນ.ມີ​ບຸກ​ຄົນ​ຄັດ​ຄ້ານ ສົງ​ຄາມ​ປະ​ມານ​1500​ຄົນ​ໄດ້​ເຂົ້າ​ຮ່ວມ​ງານ​ໂຮມ​ຊຸມ​ນຸມ,​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ອາ​ເມ​ລິ​ກາ​ແລະ​ອັງ​ກິດ​ກໍ່​ສົງ​ຄາມ​ອີ​ຣັກ,​ຮຽກ​ຮ້ອງ​ໃຫ້​ກອງ​ທະ​ຫານ​ອາ​ເມ​ລິ​ກາ​ແລະ​ອັງ​ກິດ​ຖອນ​ອອກ​ຈາກ​ອີ​ຣັກ​ໂດຍ​ໄວ.

ກອງ​ປະ​ຊຸມ​ເທື່ອ​ນີ້​ແມ່ນ​ຈັດ​ຂຶ້ນ​ໂດຍ​ສະຫະພັນ​ຢຸດຕິສົງຄາມ ​ເຊິ່ງ​ເປັນ​ອົງການ​ຈັດ​ຕັ້ງ​ການ​ເມືອງ​ທີ່​ຄັດ​ຄ້ານ​ສົງ​ຄາມ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ອັງກິດ.ກອງ​ປະຊຸມ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ,​ສົງ​ຄາມ​ອີ​ຣັກ​ທີ່​ກອງ​ທະ​ຫານ​ອາ​ເມ​ລິ​ກາ​ແລະ​ອັງກິດ​ກໍ່​ຂຶ້ນນັ້ນ​ໄດ້​ລະ​ເມີດ​ກົດ​ບັດ​ສະ​ຫະ​ປະ ຊາ​ຊາດ,​ກອງ​ທະ​ຫານ​ອາ​ເມ​ລິ​ກາ​ແລະ​ອັງ​ກິດ​ໄດ້​ທຳ​ລາຍ​ການ​ພັດ​ທະ​ນາ​ສັງ​ຄົມ ​ເສດ​ຖະ ກິດ​ແລະ​ວັດ​ທະ​ນະ​ທຳ​ຂອງ​ອີ​ຣັກ,​ແລະ​ມີ​ຄວາມ​ອັນ​ຕະ​ລາຍ​ຕໍ່​ສັນ​ຕິ​ພາບ​ຂອງ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ຕະ​ຫຼອດ​ຮອດ​ຂອງ​ໂລກ.​ຖະ​ແຫຼງ​ການ​ຮຽກ​ຮ້ອງ​​ໃຫ້​ກອງ​ທະ​ຫານ​ຂອງ​ອາ​ເມ​ລິ​ກາ​ແລະ​ອັງ​ກິດ​ສິ້ນ​ສຸດ​ການ​ຍຶດ​ຄອງ​ອີ​ຣັກ​ໃນ​ທັນ​ທີ,​ສົ່ງ​ຄືນ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ໃຫ້​ປະ ຊາ​ຊົນ​ອີ​ຣັກ.