ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-11 20:38:40    
ພິ​ທີ​ມອບ​ລາງ​ວັນ​ໂນ​ເບນ​ຈັດ​ຂຶ້ນ​ຢູ່​ສະ​ຕົກ​ໂຄມ

cri


ຕາມ​ຂ່າວ​ສານ​ຊີນຮວາ,​ວັນ​ທີ10​ທັນວາ,​ພິທີ​ມອບ​ລາງ​ວັນ​ໂນ​ເບນ​ປີ 2005​ໄດ້​ຈັດ​ຂຶ້ນ​ຢູ່​ສະ​ຕົກ​ໂຄມ ນະ​ຄອນ​ຫຼວງ​ຊູ​ແອັດ.

ຕອນ​ບ່າຍ​ວັນ​ທີ10ທັນວາ,​ສົມ​ເດັດ​ການ​ລັດ​ຊະ​ການ​ທີ16​ກຸສ​ຕາຟ​ເຈົ້າ​ຊີວິດ​ຊູ​ແອັດ​ພ້ອມ​ກັບ​ບຸກ​ຄົນ​ສຳ​ຄັນ​ໃນ​ວົງ​ການ​ການ​ເມືອງ​ຊູ​ແອັດ​ແລະ​ບຸກ​ຄົນ​ທີ່​ມີ​ຊື່​ສຽງ​ຂອງ​ວົງ​ການ​ຕ່າງໆ​ລວມ2000​ກວ່າ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ໂຮງ​ດົນຕີ​ເມືອງ​ສະ​ຕົກ​ໂຄມ,​ເຂົ້າ​ຮ່ວມ​ພິ​ທີ​ມອບ​ລາງ​ວັນ​ອັນ​ຄຶກ​ຄື້ນ​ທີ່​ກອງ​ທຶນ​ໂນ​ເບນ​ຊູ​ແອັດ​ຈັດ​ຂຶ້ນ​ເພື່ອ​ເປັນ​ກຽດ​ແກ່ຜູ້​ໄດ້​ຮັບ​ລາງ​ວັນ​ໂນ​ເບນ​ຟິ​ຊິກ​ສາດ,​ເຄມີ​ສາດ,​ຊີ​ວະ​ສາດ​ຫຼື​ແພດ​ສາດ,​ວັນ​ນະ​ຄະ​ດີ​ແລະ​ເສດ​ຖະ​ສາດ​11​ທ່ານ.



ໃນພິ​ທີ​ມອບລາງວັນ,​ປະທານ​ກອງ​ທຶນ​ໂນ​ເບນ​ໄດ້​ສະ​ແດງ​ຄວາມ​ຂອບ ໃຈ​ຕໍ່​ຜູ້​ໄດ້​ຮັບ​ລາງ​ວັນ​ໂນ​ເບນ​ທີ່​ໄດ້​ປະກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ ຊຸກ​ຍູ້​ເຕັກ​ນິກ​ວິ​ທະ​ຍາ​ສາດ​ແລະ​ເສດ​ຖະ​ກິດ​ຂອງ​ໂລກ​ໃຫ້​ມີ​ການ​ພັດ​ທະ​ນາ​ແລະ​ເຮັດ​ໃຫ້​ວັນ​ນະ​ຄະ​ດີ​ຂອງ​ໂລກ​ຈະ​ເລີນ​ຮຸ່ງ​ເຮືອງ.
ວັນ​ທີ​10​ທັນວາ​ແມ່ນ​ວັນ​ລະ​ລຶກ​ການ​ເຖິງ​ແກ່​ກຳ​ຂອງ​ທ່ານ​ໂນ​ເບນ ນັກ​ວິທະ​ຍາດ​ສາດ​ຊູ​ແອັດ.​ແຕ່​ລະ​ປີ​ງານ​ມອບ​ລາງວັນ​ໂນ​ເບນ​ລ້ວນ​ແຕ່​ຈັດ​ຂຶ້ນ​ໃນ​ວັນ​ທີ​10​ທັນ​ວາ.