ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-11 20:42:54    
ທ່ານ​ເວິນ​ເຈຍ​ປາວ​ເດີນ​ທາງ​ໄປ​ຮອດ​ກົວ​ລາ​ລຳ​ເປີ

cri Author: mo

f


ຕາມ​ຂ່າວCRI: ວັນ​ທີ 11 ທັນວາ, ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ໄດ້​ຂີ່​ຍົນ​ພິ​ເສດ​ເດີນທາງ​ໄປ​ຮອດ​ກົວ​ລາ​ລຳ​ເປີ ນະຄອນຫລວງມາ​ເລເຊຍ, ​ເຂົ້າຮ່ວມ​ກອງ​ປະຊຸມ​ຜູ້ນຳ​ຈີນ​ອາຊຽນຄື 10+1 ຄັ້ງທີ 9, ກອງ​ປະຊຸມ​ຜູ້ນຳ​ອາ​ຊຽນຈີນ​ຍີ່​ປຸ່ນສ.​ເກົາຫລີ​ຄື 10+3 ຄັ້ງທີ 9, ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງປະ​ຖົມມະ​ເລີກທີ່​ຈະ​ຈັດ​ຂຶ້ນ​ຢູ່ແຫ່ງ​ນີ້​​ໃນ​ໄວໆ​ນີ້, ​ແລະ​ຈະ​ຢ້ຽມຢາມ​ມາ​ເລ​ເຊຍ​ຢ່າງ​ເປັນ​ທາງ​ການ.

ໃນ​​ຄຳປາ​ໄສ​ທາງ​ລາຍ​ລັກ​ອັກສອນ​ຢູ່​ເດີ່ນຍົນ, ທ່ານ​ເວີນ​ເຈຍ​ປາວ​ເວົ້າວ່າ, ທ່ານ​ຄອງ​ຄອຍ​ແລກປ່ຽນ​ຄວາມ​ເຫັນຢ່າງ​ເລິກ​ເຊິ່ງກັບ​ຜູ້ນຳ​ບັນດາ​ປະ​ເທດກ່ຽວ​ກັບ​ການ​ຊຸກ​ຍູ້​ການຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ໃນ​ກອງ​ປະຊຸມ​ຕ່າງໆ, ປະກອບສ່ວນ​​ເພື່ອ​ສ້າງ​ອາຊີ​ຕາ​ເວັນ​ອອກ​ທີ່​ກົມກຽວ​ກັນ​ແລະ​ຈະ​ເລີ​ນຮຸ່ງ​ເຮື​ອງ. ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ພະຍາຍາມ​ກັບ​ຝ່າຍ​ມາ​ເລ​ເຊຍ, ຊຸກ​ຍູ້​ໃຫ້ການ​ພົວພັນ​ຈີນ​ມາ​ເລ​ເຊຍ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ; ​ເຊື່ອ​ວ່າ, ການ​ຢ້ຽມຢາມ​ເທື່ອ​ນີ້​ຍ່ອມ​ຈະ​ເພີ່​ມທະວີມິດຕະພາບ​ອັນມີມູນ​ເຊື້ອ​ຂອງ​ປະຊາຊົນ​ສອງ​ປະ​ເທດ, ບຸກ​ເບີກ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ສອງ​ປະ​ເທດ​ຕື່ມ​ອີກ.


ຕາມ​ຮູ້​ວ່າ, ​ໃນ​ໄລຍະ​ຢ້ຽມຢາມ​ມາ​ເລ​ເຊຍ, ທ່ານ​ເວີນ​ເຈຍ​ປາວ​ຈະ​ແຍກ​ອອກ​ພົບ​ປະ​ກັບ​ນາຍົກລັດຖະມົນຕີ​ແລະ​ປະມຸກ​ລັດ​ສູງສຸດ​ຂອງ​ມາ​ເລ​ເຊຍ, ​ແລະ​ຈະພົບ​ພໍ້ບຸກຄົນ​ວົງ​ການ​ຕ່າງໆ​ຢ່າງ​ກວ້າງຂວາງ.

ມາ​ເລ​ເຊຍ​ແມ່ນ​ປະ​ເທດ​ສຸດ​ທ້າຍ​​ໃນ​ການຢ້ຽມຢາມ​​ເອີ​ລົບ​ອາຊີ​ຂອງ​ທ່ານ​ເວີນ​ເຈຍ​ປາວເທື່ອ​ນີ້. ກ່ອນ​ໜ້າ​ນີ້, ທ່ານ​ໄດ້​ຢ້ຽມຢາມ​ຝຼັ່ງ ສະ​​ໂລ​ວັກ​ກີ ​ເຊັກ ​ແລະ​ປອກຕຸຍ​ການ.