ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-11 21:29:26    
ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ,​ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຟິ​ລິບ​ປິນ​ແລະ​ກຳ​ປູ​ເຈຍ​ໃນ​ຂົງ​ເຂດ​ພະ​ລັງ​ງານ​ເປັນ​ຕົ້ນ

cri Author: zhangshuo
ຕາມ​ຂ່າວ​CRI:ວັນ​ທີ11​ທັນວາ,ຢູ່​ທີ່​ກົວ​ລາ​ລຳ​ເປີ ນະຄອນຫຼວງ​ມາ​ເລ​ເຊຍ,ທ່ານ​ເວີ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ທີ່​ໄປ​ຢ້ຽມຢາມ​ມາ​ເລ​ເຊຍ​ໄດ້​ແຍກ​ກັນ​ພົບ​ປະ​ທ່ານ​ນາງ​ອາ​ໂລ​​ໂຢ ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ແລະ​ທ່ານ​ຮຸນ​​​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ທີ່​​ໄປ​ເຂົ້າ ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ຕ່າງໆ​ຂອງ​ອາ​ຊຽນ​ຢູ່​ມາ​ເລ​ເຊຍ.

​ໃນ​ເວລາ​ພົບ​ປະ​ທ່ານ​ນາງ​ອາ​ໂລ​ໂຢ,ທ່ານ​ເວີ່​ນ​ເຈ່ຍ​ປາວ​ເວົ້າວ່າ,ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ຟິ​ລິບ​ປິນ,​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ທີ່​ມີ​ໄມຕີ​ຈິດ​ລະຫວ່າງ​ຈີນ​ກັບ​ຟິ​ລິບ​ປິນ​ໃຫ້​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ,​ແລະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ​ພະ​ລັງ​ງານ ການ​ກໍ່ ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ກະ​ສິ​ກຳ​ເປັນ​ຕົ້ນ.​ທ່ານ​ນາງ​ອາ​ໂລ​ໂຢ​ກ່າວ​ລື້ມ​ວ່າ,​ຟິ​ລິບ​ປິນ​ຍຶດ​ໝັ້ນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ປະ​ເທດ​ຈີນ​ດຽວ.​ເພິ່ນ​ຍັງ​ກ່າວ​ວ່າ,ການ​ພົວ​ພັນ​ລະ​ຫວ່າງ​ຟິ​ລິບ​ປິນ​ກັບ​ຈີນ​ພວມ​ຢູ່​ໃນ​ໄລ​ຍະ​ທອງ​ຄຳ,​ຫວັງ​ໃຫ້​ສອງ​ຝ່າຍ​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ.

​ໃນ​ເວລາ​ພົບ​ປະ​ທ່ານ​ຮຸນ​ແຊນ,ທ່ານ​ເວີ່ນ​ເຈ່ຍ​ປາວ​ເວົ້າວ່າ,ຝ່າ​ຍຈີນ​ຈະ​ສືບ​ຕໍ່​ຊ່ອຍ​ເຫຼືອ​ກຳ​ປູ​ເຈຍ​ອົບ​ຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ວິຊາ​ສະ​ເພາະ​ຊະ​ນິດ​ຕ່າງໆ,​ຫວັງ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ເມືອງ​ແລະ​ເສດຖະກິດ​ການ​ຄ້າ,​ແລະ​ຊຸກ​ຍູ້​ການ​ຮ່ວມ​ກັນ​ພັດ​ທະ​ນາ​ໃນ​ຂົງ​ເຂດ​ພະ​ລັງ​ງານ ບໍ່​ແຮ່​ແລະ​ຊັບ​ພະ​ຍາ​ກອນ​ນ້ຳ​ມັນ​ອາຍ​ແກັສ​ເປັນ​ຕົ້ນ.​ທ່ານ​ຮຸນ​ແຊນ​ກ່າວ​ວ່າ,​ຝ່າຍ​ກຳ​ປູ​ເຈຍ​ຕີ​ລາ​ຄາ​ໃນ​ລະ​ດັບ​ສູງ​ຕໍ່​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ບໍ​ລິ​ສັດ​ຈີນ​ຮັບ​ເໝົາ​ກໍ່​ສ້າງ​ຢູ່​ກຳ​ປູ​ເຈຍ,​ຫວັງ​​ໃຫ້​ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ການ​ລົງ​ທຶນ.