ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-12 14:21:43    
ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຂອງ​ຈີນ​ໄດ້​ນຳ​ເອົາ​ໂອ​ກາດ​ຫຼາຍ​ກວ່າ​ເກົ່າ​ມາ​ໃຫ້​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ

cri
ຕາມ​ຂ່າວCRI,ວັນ​ທີ12​ທັນວາ,ຢູ່​ມາ​ເລ​ເຊ​ຍ,ທ່ານ​ເວິນ​​ເຈຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າ​ວວ່າ,ການ​ພັດ​ທະ​ນາ​​ໂດຍ​ສັນຕິ​ຂອງ​ຈີນ​ບໍ່​ພຽງ​ແຕ່​ໄດ້​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ຈີນ​1​ຕື້​300​ລ້ານ​ຄົນ​ເທົ່າ​ນັ້ນ,ແລະກໍໄດ້​ນຳ​ເອົາ​ໂອກາດ​ຫຼາຍ​ກວ່າ​ເກົ່າ​ມາ​ໃຫ້​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ອີກ​ດ້ວຍ.

ວັນທີ12ທັນວາ,​ໃນການປະຊຸມສົນທະນາຂອງ​ຜູ່​ນຳຂອງ​ກອງປະຊຸ​ມສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ,​ທ່ານ​ເວິນ​​ເຈຍ​ປາວ​ໄດ້​ກ່າວ​ປາຖະກະຖາ​ທີ່​ພາດ​ຫົວ​ເລື່ອ​ງວ່າ"ການ​ພັດທະນາ​ໂດຍ​ສັນຕິ​ຂອງ​ຈີນ​ກັບ​ໂອ​ກາດ​ຂອງ​ອາຊີ​ຕ​າ​ເວັນ​ອອກ".ທ່ານ​ກ່າວ​ວ່າ,​ໃນ5​ປີ​ຂ້າງ​ໜ້າ,ຈີນ​ຈະ​ນຳ​ເຂົ້າ​ສິນຄ້າ​ທີ່​ມີ​ມູນ​ຄ່າ​2ພັນ​ຕື້​ຢວນຂຶ້ນໄປຈາກ​ອາຊີ,ບໍລິ​ມາດຕະຫຼາດ​ຈະ​ຂະ​ຫຍາ​ຍ​ກວ້າງ​ອອກ​ຕື່ມ​ອີກ.ຄຽງ​ຄູ່​ກັບ​ກຳລັງ​ຕົວ​ຈິງ​ຂອງ​ວິ​ສາ​ຫະກິດ​ໄດ້ແຂງແຮງ​ຂຶ້ນ,ຈີນ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຫຼາຍ​ກວ່າ​ເກົ່າ​ໃນ​ດ້ານ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ພາກ​ພື້ນ​ເຕີບ​ໂຕ​.ພ້ອມ​ກັນ​ນັ້ນ,ຈີນ​ຈະ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ທີ່​ຕ່າງ​ຝ່າຍ​ຕ່າ​ງມີ​ຜົນ​ປະ​ໂຫຍ​ດ,ຕໍ່​ໄປ​ພາຍ​ໜ້າ,​ຈີນ​ຍັງ​ຈະ​ສືບ​ຕໍ່​ພິ​ຈາ​ລະ​ນາ​ເຖິງ​ປັດ​ໄຈ​ດ້ານ​ເສດຖະກິດ​ແລະ​ການ​ເງິນ​ຂອງ​ປະ​ເທດ​ຕົນ​,ເຂດ​ອ້ອມ​ຂ້າງ​ແລະ​ທົ່ວ​ໂລກ, ປະ​ຕິ​ຮູບ​ລະ​ບອບ​ອັດ​ຕາ​ແລກປ່ຽນ​ເງິນ​ຢວນ​ຈີນ.

ທ່ານ​ເວິນ​ເຈຍ​ປາວ​ກ່າວ​ເນັ້ນ​ວ່າ,ຈີນ​ເລືອກ​ເອົາ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ​ແມ່ນ​ຕັດ​ສິນ​ຢູ່​ນຳ​ຄວາມ​ຕ້ອງການ​ດ້ານ​ການ​ພັດທະນາ​ຂອງ​ຕົນ.ການ​ພັດ​ທະນາ​ຂອງ​ຈີນ​ຕົ້ນຕໍ​ແມ່ນ​ອາ​ໄສ​ຕະ​ຫຼາດ​ກວ້າງ​ໃຫຍ່​ແລະ​ຊັບ​ພະ​ຍາ​ກອນ​ແຮງ​ງານ​ອັນ​ອຸ​ດົມ​ສົມ​ບູນ​ພາຍ​ໃນ​ປະ​ເທດ​,ພ້ອມ​ກັນ​ນັ້ນ​ກໍ​ຕ້ອງ​ການ​ດຳ​ເນີນ​ການ​ຮ່ວມ​ມື​ລະຫວ່າງ​ຊາດ​ຢ່າງ​ກວ້າງ​ຂວາງ.

ບຸກຄົນ​ວົງ​ການ​ອຸດ​ສາ​ຫະກຳ​ການ​ຄ້າ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ປະ​ມານ​600​ຄົນ​ໄດ້​ຮັບ​ຟັງ​ປາຖະກະຖາ​ຂອງ​ທ່ານ​ເວິນ​ເຈຍ​ປາວ.