ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-12 14:24:14    
ນິ​ທານ​ອຸ​ປະ​ມາ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ(1)(ສຽງ)

cri



​ໃນ​ສັງ​ຄົມ​ປະຈຸ​ບັນ​ທີ່​ເສດຖະກິດ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ​ນີ້, ຄຳ​ສັບ​ທີ​ວ່າ: ການ​ຄຸ້ມ​ຄອງ​ແມ່ນ​ສັບ​ທີ່ຄົນ​ທັງຫຼາຍ​ເວົ້າ​ເຖິງ​ເລື້ອຍໆ. ​ເມື່ອ​ເວົ້າ​ເຖິງ​ການ​ຄຸ້ມ​ຄອງ, ຄົນ​ທັງຫຼາຍຈະ​​ເຂົ້າ​ໃຈ​ໄປ​ໃນ​ທາງການ​ຄຸ້ມ​ຄອງ​ຂອງ​ວິ​ສາ​ຫະກິດ, ທີ່​ຈິງ​ແລ້ວ, ບົດ​ຮຽນ​ທີ່​ໃຊ້​ໃນ​ການ​ຄຸ້ມຄອງ​ວິ​ສາ​ຫະກິດ​ຫຼາຍຢ່າງ​ກໍ​ເໝາະ​ໃຊ້​ໃນ​ຊີວິດ​ປະຈຳ​ວັນຂອງ​ພວກ​ເຮົາ, ​ເຊັ່ນການ​ຄຸ້ມ​ຄອງ​ຄວາມ​ຮູ້​​ແລະ​ເວລາ​ສ່ວນ​ຕົວ, ການ​ຊຳລະ​ປະຊາ​ສັງ​ພັນ, ການ​ທຳ​ຕົວ​ແລະ​ການ​ປະພຶດ​ໃນ​ສັງຄົມ. ​ໃນ​ລາຍການ​ຕໍ່​ໄປພາຍ​ໜ້າ, ພວກ​ເຮົາ​ຈະ​ເລົ່າ​ນິທານ​ອຸປະມາຫຼາຍ​ເລື່ອງ, ​ເພື່ອແນະນຳ​ບົດຮຽນ​ໃນ​ດ້ານ​​ຄຸ້ມຄອງທີ່​ງ່າຍໆ​ບາງ​ຢ່າງ​ສູ່ທ່ານຟັງ​, ຄິດ​ວ່າ​ຄົງ​ຈະ​ມີ​ຜົນ​ດີບໍ່ຫຼາຍກໍ​ໜ້ອຍຕໍ່​ວຽກ​ງານ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ທ່ານ. ນິທານ​ອຸປະມາເລື່ອງ​ທຳ​ອິດ​ທີ່​ຈະ​ເລົ່າ​ສູ່​ທ່ານ​ຟັງມື້​ນີ້​ແມ່ນ​ເລື່ອງ​: ຄວາມ​ມ່ວນ​ຊື່ນ​ໃນ​ຊົ່ວ​ຄາວ:

ຕາມ​ພື້ນ​ໃນ​ສາງ​ຂອງ​ໂຮງງານ​ນ້ຳ​ເຜີ້ງ​ຫຼັງ​ໜຶ່ງ, ມີ​ນ້ຳ​ເຜີ້ງ​ເຮ່ຍ​ໃສ່​ຕັ້ງຫຼາຍ, ​ໄດ້ດູດ​ດຶງ​ເອົາ​ແມງວັນ​ບິນ​ມາ​ກິນ. ຍ້ອນ​ນ້ຳ​ເຜີ້ງ​ແຊບຫຼາຍ, ​ແມງວັນ​ເຫຼົ່ານີ້​ບິນ​ບໍ່​ໄດ້​ຍ້ອນ​ຕີນ​ຂອງ​ພວກ​​ມັນ​ຖືກ​ນ້ຳ​ເຜີ້ງ​ຕິດ. ​ໃນ​ເວລາ​ພວກ​ມັນ​ມໍ່​ຈະ​ດຶກ​ຕາຍ​ຢູ່​ໃນ​ນ້ຳ​ເຜີ້ງ​ນັ້ນ, ຈຶ່ງ​ເວົ້າ​ດ້ວຍ​ຄວາມ​ເສຍ​ດາຍ​ວ່າ: ພວກ​ເຮົາ​ໂລບ​ມາກ​ໂລພາ​ໂພດ, ​ໄດ້​ສູນ​ເສຍ​ຊີວິດ​ອັນ​ລ້ຳ​ຄ່າ​ຍ້ອນ​ຄວາມ​ມ່ວນ​ຊື່ນ​ຊົ່ວຄາວ, ຈັ່ງ​ແມ່ນ​ບໍ່​ກຸ້ມ​ຄ່າ​ແທ້ໆ.

ນິທານ​ອຸປະມາ​ນີ້​ໄດ້​ຊີ້​ບອກ​ສັດຈະທຳ​ຂໍ້​ໜຶ່ງ, ກໍ​ຄື, ຄວາມ​ໂລບ​ມາກ​ໂລພາ​ແມ່ນ​ຮາກເຫງົ້າຂອງ​ໄພ​ອັນຕະລາຍ​ທຸກ​ຢ່າງ, ບໍ່​ວ່າການ​ປະພຶດ​ໃດໆ​ໃນ​ສັງຄົມ, ລ້ວນ​ແຕ່​ຕ້ອງ​ສູນ​ຂຸມ​ຮອບ​ຄອບ. ​ໃນ​ມະນຸດ​ສຳພັນ, ຖ້າ​ຍີ້ຕັກ​ມັກ​ໄດ້, ຄົນ​ອື່ນ​ຍ່ອມ​ຈະ​ດູ​ຖູ​ກຫົວຂວັນ, ໝູ່​ເພື່ອນ​ຍ່ອມ​ຈະ​ຕີ​ຕົວ​ອອກ​ຫ່າງ, ​ໃນ​ການ​ເຮັດ​ພາລະກິດ, ຖ້າ​ຫາກ​ທະ​ເຍີ​ທະຍານ​ຫຼາຍ, ບໍ່​ຍຶດຖື​ຫຼັກການ​ທີ່​ມີ​ສັດທາ​ແລະ​ໜັກ​ແໜ້ນ​ແລ້ວ, ພາລະກິດ​ກໍ​ບໍ່ຫ່ອນ​ໄປ​ໄກ​ໄດ້.

ນິທານ​ອຸປະມາ​ອີກ​ເລື່ອງ​ໜຶ່ງ​ແມ່ນ​ເວົ້າ​ເຖິງ​ຄົນ​ຜູ້​ໜຶ່ງ, ​ເຂົາ​ໄດ້​ລ້ຽງ​ລວາ​ໂຕ​ໜຶ່ງ​ແລະ​ລໍ​ໂຕ​ໜຶ່ງ, ມີ​ມື້ໜຶ່ງ, ​ເຂົາ​ຕ້ອງ​ຂົນ​ສົ່ງ​ສິນຄ້າ​ໄປ​ບ່ອນ​ໄກ, ກ່ອນ​ຈະ​ອອກ​ເດີນທາງ, ​ເຂົາ​ໄດ້​ແບ່ງ​ສິນຄ້າ​ອອກ​​ເປັນ​ສອງ​ສ່ວນ​ທີ່​ທໍ່ໆ​ກັນ, ​ໃຫ້​ລວາ​ແລະ​ລໍ​ຕ່າງ. ​ເມື່ອ​ລວາ​ປະ​ກົດ​ເຫັນ​ວ່າ, ສິນຄ້າ​ທີ່​ແບ່ງ​ໃຫ້​ຕົນ​ຕ່າງ​ທໍ່​ກັບ​ຂອງ​ໂຕ​ລໍ, ກໍ​ຄຽດຫຼາຍ, ​ແລະ​​ເວົ້າ​ວ່າ, ຫົວອາຫານ​ທີ່​ເຈົ້າ​ຂອງ​ເກືອ​ໂຕ​ລໍ​ນັ້ນ​ຫຼາຍກວ່າ​ຂອງ​ຂ້ອຍ​ໜຶ່ງ​ເທົ່າ, ​ແຕ່​ພັດ​ໃຫ້​ຂ້ອຍ​ຕ່າງ​ເຄື່ອງ​ໜັກ​ທໍ່​ກັບ​ລໍ.

​ເມື່ອ​ໄດ້​ເດີນທາງ​ໄລຍະ​ໜຶ່ງ​ແລ້ວ, ​ເຈົ້າ​ຂອງ​ເຫັນ​ວ່າ​ລວາ​ທົນ​ບໍ່​ໄຫວ​ແລ້ວ, ​ເລີຍ​ແບ່ງ​ເຄື່ອງ​ຢູ່ຫຼັງລວາ​ສ່ວນ​ໜຶ່ງ​ໃຫ້​ລໍ. ຕໍ່​ມາ​ບໍ່​ດົນ, ລວາ​ກໍ່​ແຮ່ງ​ອ່ອນ​ແຮງ, ​ເຈົ້າ​ຂອງ​ກໍ່​ເອົາ​ເຄື່ອງ​ຂອງ​ລວາ​ໃຫ້​ລໍ​ຕ່າງ. ສຸດ​ທ້າ​ຍ, ​ເທິງຫຼັງລວາ​ໂຕ​ນັ້ນ​ບໍ່​ມີ​ຫຍັງ​ເລີຍ. ຮອດ​ເວລາ​ນີ້, ລໍ​ຈຶ່ງ​ກຶ້ງ​ຕາ​ເບິ່ງ​ລວາ​ແລະ​ເວົ້າ​ວ່າ: ບັດ​ນີ້, ​ເຈົ້າ​ຍັງ​ວ່າ​ຂ້ອຍ​ບໍ່​ຄວນ​ກິນ​ອາຫານ​ຫຼາຍກວ່າ​ເຈົ້າ​ໜຶ່ງ​ເທົ່າ​ບໍ່?

ທ່ານ​ຜູ້​ຟັງ, ວິນິ​ໄສ​ຄວາມ​ສາມາດ​ຂອງ​ຄົນ​ຜູ້​ໜຶ່ງ, ຕ້ອງ​ສັງ​ເກດ​ດົນ​ເຕີຍ​ຈຶ່ງ​ວິຈານ​ໄດ້, ວຽກ​ງານ​ຂອງ​ອົງການ​ໃດ​ໜຶ່ງ, ສ່ວນຫຼາຍ​ຈະ​ແບ່ງ​ອອກ​ເປັນ​ວຽກປະຈຳ​ວັນ​ແລະ​ວຽກ​ທີ່​ຕ້ອງ​ແກ້​ໄຂ​ບັນຫາ. ທຳ​ມະ​ດາ​ແລ້ວ, ຍິ່ງ​ແມ່ນ​ວຽກ​ທີ່​ຕ້ອງ​ແກ້​ໄຂ​ບັນຫາ, ​ເງິນ​ເດືອນ​ກໍ​ຍິ່ງ​ສູງ, ​ແຕ່​ກຳລັງ​ກົດ​ໜີບ​ກໍ​ແຮງ​ກວ່າ. ບາງ​ຄົນ​ທີ່​ເຮັດ​ວຽກ​ປະຈຳ​ວັນ​ມັກ​ຈົ່ມ​ວ່າ, ​ເງິນ​ເດືອນ​ຂອງ​ຕົນ​ບໍ່ຫຼາຍທໍ່​ຜູ້​ອຶ່ນ, ​ແຕ່​ຖ້າ​ເຂົາ​ມີ​ໂອກາດ​ລອງ​ເຮັດ​ວຽກ​ແກ້​ໄຂ​ບັນຫາ, ​ເຂົາ​ກໍ​ຈະ​ຮູ້​ວ່າ, ຜູ້​ອື່ນມີ​ຄວາມ​ສາມາດ​ເກັ່ງ​ກວ່າ​ເຂົາ​ຫຼື​ບໍ່.

ຈີນ​ມີ​ສຸພາ​ສິດ​ທຳ​ໜຶ່ງ​ວ່າ: ຫົນທາງ​ພິສູດ​ມ້າ, ​ເວລາ​ພິສູດ​ຄົນ, ​ໃນ​ຊີ​ວິດ​ປະ​ຈຳ​ວັນ, ຖ້າ​ຢາກ​ວິນິ​ໄສ​ແລະ​ເຂົ້າ​ໃຈ​ຄົນ​ຜູ້​ໜຶ່ງ, ບໍ່​ຄວນ​ເບິ່ງ​ແຕ່​ຮູບ​ນອກ​ໃນ​ຍາມ​ໜຶ່ງ​ຄາວ​ດຽວ​ທໍ່​ນັ້ນ, ຕ້ອງ​ສັງ​ເກດ​ຍາວ​ນານ, ​ເວລາ​ກໍ່​ແມ່ນ​ສິ່ງ​ທົດ​ສອບ​ທີ່​ດີ​ທີ່​ສຸດ.