ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-12 15:41:36    
ອ່ານ​ຈົດໝາຍ​ຜູ້​ຟັງ1209(ສຽງ)

cri


ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ຕໍ່​ໄປ​ແມ່ນ​ໂມງ​ອ່ານ​ຈົດໝາຍ​ຜູ້​ຟັງ.

ນ້ອງ​ສົມ​ຊາຍ ທ່າວ ທີ່​ເປັນ​ນັກ​ສຶກສາ​ທີ່​ກຳລັງ​ຮຽນ​ຢູ່​ວິທະຍາ​ໄລ​ຂະ​ແໜງ​ການ​ທຸລະ​ກິດ​ນັ້ນ ​ແມ່ນ​ມິດ​ລາຍການ​ຂອງ​ວິທະຍຸ​ພວກ​ເຮົາ, ຫວ່າງ​ແລ້ວ​ນີ້, ນ້ອງ​ສົມ​ຊາຍ​ໄດ້​ຂຽນ​ຈົດໝາຍ​ມາ​​ເລົ່າ​ຄວາມ​ຮູ້ສຶກ​ຂອງ​ຕົນ​ໃນ​ການ​ຮັບ​ຟັງ​ວິທະຍຸ​ຊີ​ອາ​ໄອ​ພວກ​ເຮົາ, ຕໍ່​ໄປ​ໃຫ້​ພວກ​ເຮົາ​ພ້ອມ​ກັນ​ມາ​ຟັງ​ຄວາມ​ຮູ້ສຶກ​ຂອງ​ນ້ອງ​ສົມ​ຊາຍ.

​ເຖິງ​ວ່າ​ທີ່​ຜ່ານ​ມາ​ນ້ອງ​ຍັງ​ບໍ່​ທັນ​ໄດ້​ຂຽນ​ຈົດໝາຍ​ມາ​ຫາ​ວິທະຍຸ​ຊີ​ອາ​ໄອ​ຈັກ​ເທື່ອ, ​ແຕ່​ນ້ອງ​ກໍ່​ຕິດຕາມ​ຟັງ​ຂ່າວ​ເລື້ອຍໆ​ຈາກ​ທາງ​ລາຍການ​ວິທະຍຸ​ຊີ​ອາ​ໄອ​ພາກ​ພາສາ​ລາວ. ​ໃນ​ແຕ່​ລະ​ວັນ ນ້ອງ​ໄດ້​ຕິດຕາມ​ຟັງ​ລາຍການ​ຂ່າວ​ຕ່າງໆ​ແລະ​ລາຍການ​ສອນພາສາ​ຈີນ​ຂອງ​ອ້າຍ​ເອື້ອຍ​ທີ່​ໄດ້​ສິດສອນ​ໃນ​ວິທະຍຸ​ແຕ່ລະ​ເທື່ອ​ແຕ່​ລະ​ວັນຢູ່​ໃນ​ລາຍການ. ນັບ​ແຕ່​ມື້​ທີ່​ນ້ອງ​ໄດ້​ຮູ້ຈັກ​ວິທະຍຸ​ຊີ​ອາ​ໄອ​ພາກ​ພາສາ​ລາວ​ເປັນ​ຕົ້ນ​ມາ, ​ແມ່ນ​ນ້ອງ​ໄດ້​ຟັງ​ຂ່າວ​ຕະຫຼອດ​ມາ​ແລະ​ນ້ອງ​ຢາກ​ຟັງສຽງ​ເວົ້າ​ອັນ​ມ່ວນໆ​ຈາກ​ທາງ​ລາຍການ​ແບບ​ນີ້​ຕະຫຼອດ​ໄປ​ແລະ​ນ້ອງ​ຢາກ​ໃຫ້​ບັນດາ​ອ້າຍ​ເອື້ອຍ​ທຸກໆ​ທ່ານ​ຢູ່​ໃນ​ລາຍການ​ພາກ​ພາສາ​ລາວ​ນີ້​ຢູ່​ນຳ​ພວກ​ເຮົາ​ແບບ​ນີ້​ຕະຫຼອດ​ໄປ.

ປະຈຸ​ບັນ, ນ້ອງ​ເອງ​ແມ່ນ​ສົນ​ໃຈ​ນຳ​ລາຍການ​ກ່ຽວ​ກັບ​ພາສາ​ຈີນ, ສະ​ນັ້ນ​ນ້ອງ​ຈິ່ງຖື​ໂອກາດ​ນີ້​ຂໍ​ປຶ້ມ​ແບບຮຽນ​ພາສາ​ຈີນ​ລະດັບ​ເລີ່​ມຕົ້ນ-ລະດັບ​ກາງ​ພ້ອມ​ດ້ວຍ​ຊີ​ດີ​ມາ​ສຶກສາ​ຈາກ​ທາງ​ລາຍການ​ພາກ​ພາສາ​ຈີນ, ຍ້ອນ​ວ່າ​ພາສາ​ຈີນ​ເປັນ​ພາສາ​ໜຶ່ງ​ທີ່​ມີ​ການ​ນຳ​ໃຊ້​ຢູ່​ສປປລາວ​ຫຼາຍ, ນອກ​ນັ້ນ​ແລ້ວ​ພາສາ​ຈີນ​ເປັນ​ພາສາ​ໜຶ່ງ​ທີ່​ມີ​ການ​ນຳ​ໃຊ້​ທົ່ວ​ໂລກ, ດັ່ງ​ນັ້ນ​ນ້ອງ​ເອງ​ຄິດ​ວ່າ​ພາສາ​ຈີນ​ມີ​ຜົນ​ດີ​ຫຼາຍ​ທີ່​ສຸດ​ໃນ​ປະຈຸ​ບັນີ້.

ຂອບ​ໃຈ​ນ້ອງ​ສົມ​ຊາຍ​ທີ່​ໄດ້​ຂຽນ​ຈົດໝາຍ​ມາ​ໃຫ້​ພວກ​ເຮົາ​ແລະ​ພວກ​ເຮົາ​ກໍ​ດີ​ໃຈ​ຫຼາຍ​ທີ່​ໄດ້​ຮູ້​ວ່າ​ນ້ອງ​ສົມ​ຊາຍ​ໄດ້​ຕິດຕາມ​ຮັບ​ຟັງ​ລາຍການ​ວິທະຍຸ​ພວກ​ເຮົາ​ມາ​ໂດຍ​ຕະຫຼອດ, ປຶ້ມ​ແບບຮຽນ​ພາສາ​ຈີນ​ທີ່​ນ້ອງ​ຕ້ອງການ​ນັ້ນ, ພວກ​ເຣົາຈະ​ຝາກ​ໄປ​ໃຫ້​ນ້ອງ​ໃນ​ໄວ​ໆ​ນີ້, ​ໃຫ້​ນ້ອງ​ຈົ່ງ​ຕິດຕາມ. ພ້ອມ​ກັນ​ນັ້ນ, ພວກ​ເຮົາ​ຂໍບອກ​ຜູ້​ຟັງ​ທັງຫຼາຍວ່າ, ​ແບບ​ຮຽນ​ພາສາ​ຈີນ​ສະບັບ​ໃໝ່​ຂອງ​ວິທະຍຸ​ພວກ​ເຮົາ​ໄດ້​ຮຽບຮຽງ​ດີ​ແລ້ວ, ຖ້າ​ຜູ້​ຟັງ​ທ່ານ​ໃດ​ຕ້ອງການ, ​ຈົ່ງ​ໃຫ້​ທ່ານ​ຂຽນຈົດໝາຍ​ມາບ​ອກພວກ​ເຮົາ​ໂລດ, ພວກ​ເຮົາ​ຈະ​ຝາກ​ໄປ​ໃຫ້​ທ່ານ​ໃນ​ເວລາ​ອັນ​ເໝາະ​ສົມ.

ສຸດ​ທ້າຍ, ນ້ອງ​ສົມ​ຊາຍ​ຍັງ​ຢາກ​ຂໍ​ຟັ​ງ​ເພງ​ນຳ​ວິທະຍຸ​ພວກ​ເຮົາ, ​ແລະ​ຂໍມອບ​ໃຫ້​ທຸກໆ​ທ່ານ​ທີ່​ກຳລັງ​ຮັບ​ຟັງ​ລາຍການ​ວິທະຍຸ​ຊີ​ອາ​ໄອ​ຢູ່ດ​ຽວນີ້. ຕໍ່​ໄປ, ພວກ​ເຮົາ​ຂໍ​ຈັດ​ເພງcaihong ​ແປ​ວ່າ​ສາຍ​ຮຸງ​ ສູ່​ນ້ອງ​ສົມ​ຊາຍ​ຟັງ​, ພ້ອມ​ກັນ​ນັ້ນ, ກໍ​ມອບ​ໃຫ້​ຜູ້​ຟັງ​ທັງຫຼາຍ​ທີ່​ພວມ​ຟັງ​ລາຍການ​ວິທະຍຸ​ຢູ່ດຽວນີ້, ຫວັງ​ວ່າ​ທ່ານ​ຄົງ​ຈະ​ມັກ.