ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-13 15:23:53    
ພໍ່​ຄ້າ​ຕ່າງ​ປະ​ເທດ​ຢູ່​ຕະ​ຫຼາດ​ສິນ​ຄ້າ​ນ້ອຍ​ເມືອງ​ອີ້​ອູ່

cri


ເມືອງອີ້​ອູ່​ແມ່ນ​ເມືອງ​ນ້ອຍ​ຂອງ​ແຂວງ​ເຈີ້​ຈ່ຽງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ,​ມີ​ຊື່​ສຽງ​ດົ່ງ​ດັງ​ຍ້ອນ​ຜະ​ລິດ​ແລະ​ຈຳ​ໜ່າຍ​ສິນ​ຄ້າ​ນ້ອຍ​ໃຊ້​ປະ​ຈຳ​ວັນ.​ຍ້ອນ​ສິນ​ຄ້າ​ຢູ່​ແຫ່ງ​ນີ້​ມີ​ຫຼາຍ​ຊະ​ນິດ​ແລະ​ລາຄາ​ຖືກ,ໄດ້​ດຶງ​ດູດ​ພໍ່​ຄ້າ​ຊາວ​ຂາຍ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ​ມາ​ດຳ​ເນີນ​ທຸ​ລະ​ກິດ​ການ​ຄ້າ​ຢູ່​ແຫ່ງ​ນີ້,​ແຕ່​ລະ​ມື້​ຢູ່​ແຫ່ງ ນີ້​ມີ​ສິນ​ຄ້າ​ຕັ້ງ​ພັນ​ກວ່າ​ຕູ້​ສົ່ງ​ໄປ​ທົ່ວ​ໂລກ.​ໃນ​ລາຍ​ການ​ມອງ​ຕ່າງ​ມຸມ​ພາກ​ນີ້,​ພວກ​ເຮົາ​ຈະ​ເລົ່າ​ສະ​ພາບ​ທີ່​ພໍ່​ຄ້າ​ຕ່າງ​ປະ​ເທດ​ດຳ​ເນີນ​ທຸ​ລະ​ກິດ​ການ​ຄ້າ​ຢູ່​ຕະ​ຫຼາດ​ສິນ​ຄ້າ​ນ້ອຍ​ເມືອງ​ອີ້​ອູ່​ສູ່​ທ່ານ​ຟັງ.
 
ທ່ານຟຼໍຣຽນ​ແມ່ນ​ພໍ່ຄ້າ​ເຢຍລະ​ມັນ​ທີ່​ດຳ​ເນີນ​ທຸລະ​ກິດ​ຢູ່​ເມືອງ​ອີ້ອູ່,​ແຕ່​ລະ​ມື້​ສິ່ງ​ທີ່​ດີ​ໃຈ​ກວ່າ​ໝູ່​ຂອງ​ທ່ານ​ກໍ່​ແມ່ນ​ສະໜອງ​ແລະ​ຊອກ​ຫາ​ຂໍ້​ມູນ​ຂ່າວ ສານ​ດ້ານ​ສິນ​ຄ້າ​ໃຫ້​ລູກ​ຄ້າ​ຂອງ​ຕົນ​ທີ່​ຢູ່​ແຫ່ງ​ຕ່າງໆ​ໃນ​ໂລກ,​ແລະ​ສະ​ໜອງ​ຮູບ​ການ​ຈໍລະ​ຈອນ​ສິນ​ຄ້າ​ປະ​ເພດ​ຕ່າງໆ.ເມື່ອ​ເວົ້າ​ເຖິງ​ທຸ​ລະ​ກິດ​ຂອງ​ຕົນ​ຢູ່ ເມືອງ​ອີ້​ອູ່, ທ່ານ​ເວົ້າ​ວ່າ,
 
ພວກ​ເຮົາ​ພໍ​ໃຈ​ທີ່ສຸດ​ຕໍ່​ເມືອງ​ອີ້​ອູ່​,ຢູ່​ແຫ່ງ​ນີ້​ພວກ​ເຮົາ​ສາ​ມາດ​ຊື້​ຜະ​ລິດ​ຕະ ພັນ​ຊະ​ນິດ​ຕ່າງໆ,​ສະ​ດວກ​ຫຼາຍ.​ພວກ​ເຮົາ​ສັ່ງ​ສິນ​ຄ້າ​ທັງ​ຕູ້​ກໍ່​ໄດ້,​ສັ່ງ​ສິນ​ຄ້າ​ແບບ​ຢ່າງ​ເປັນ​ຈຳ​ນວນ​ໜ້ອຍ​ກໍ່​ໄດ້,​ຄົນ​ຢູ່​ແຫ່ງ​ນີ້​ເຮັດ​ວຽກ​ມີ​ປະ​ສິດ​ທິ​ພາບ​ສູງ​ທີ່​ສຸດ,​ພວກ​ເຮົາ​ຮ່ວມ​ມື​ກັນ​ດີ​ທີ່​ສຸດ.
 
ທ່ານ​ຟຼໍຣຽນ​ແມ່ນ​ມາ​ດຳ​ເນີນ​ທຸລະ​ກິດ​ຢູ່​ເມືອງ​ອີ້​ອູ່​ເມື່ອ​ສອງ​ປີ​ກ່ອນ, ທ່ານ​ໄດ້​ຕັ້ງ​ບໍ​ລິ​ສັດ​ແຫ່ງ​ໜຶ່ງ​ຢູ່​ເມືອງ​ອີ້​ອູ່​ທີ່​ຊື່​ວ່າ ຟູ້​ຈື້​ຮວນ​ຊີວ,​ດຳເນີນ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ໂດຍ​ຈຳ​ເພາະ.ໃນ​ບໍ​ລິ​ສັດ​ຈັດ​ວາງ​ສະ​ແດງ​ສິນ​ຄ້າ​ຫຼາຍ​ຢ່າງ​ທີ່​ທ່ານ​ນຳ​ມາ​ຈາກ​ເອີ​ລົບ,​ຕົວ​ຢ່າງຄື ​ເກີບ​ໜັງ​ອີ​ຕາ​ລີ,​ເບຍ​ເຢຍ​ລະ​ມັນ,​ເຫຼົ້າ​ແວງ​ຝລັ່ງ​ເປັນຕົ້ນ,​ແຕ່​ສິ່ງ​ທີ່​ຫຼາຍ​ກວ່າ​ໝູ່​ນັ້ນ​ແມ່ນ​ສິນ​ຄ້າ​ນ້ອຍ​ໃຊ້​ປະຈຳ​ວັນ​ທີ່​ຜະ​ລິດ​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ.
 
ເມືອງ​ອີ້​ອູ່​ທີ່​ທ່ານ​ຟຼໍຣຽນ​ດຳ​ເນີນ​ທຸລະ​ກິດ​ນັ້ນ​ແມ່ນ​ເມືອງ​ໜຶ່ງ​ທີ່​ການ​ຄ້າ​ພັດ​ທະ​ນາ​ທີ່​ສຸດ.​ໃນ​ປະ​ຊາ​ກອນ​1​ລ້ານ6​ແສນ​ຄົນ​ຂອງ​ເມືອງ​ນີ້,​ແຕ່​ລະ​8ຄົນ​ໃດກໍ່​ມີ​ຜູ້​ໜຶ່ງ​ດຳ​ເນີນ​ທຸ​ລະ​ກິດ.​ຢູ່​ຕະ​ຫຼາດ​ສິນ​ຄ້າ​ນ້ອຍ​ອີ້​ອູ່​ໄດ້​ໂຮມ​ສູນ​ຜະ​ລິດ​ຕະ​ພັນ​ຕັ້ງ​3​ແສນ​2​ໝື່ນ​ກວ່າ​ຊະ​ນິດ​ທີ່​ຜະ​ລິດ​ຢູ່​ແຫ່ງ​ຕ່າງໆ​ຂອງ​ໂລກ,​ຖືກ​ເອີ້ນ​ເປັນ​ທະ​ເລ​ສິນ​ຄ້າ​ນ້ອຍ,​ແດນ​ສະ​ຫວັນ​ຂອງ​ຜູ້​ຊື້​ຂອງ.​ຍອດ​ປະ​ລິມານ​ຄ້າ​ຂາຍ ຂອງ​ຕະ​ຫຼາດ​ດັ່ງກ່າວ​ໄດ້​ຄອງ​ຖານະ​ອັນ​ດັບ​ໜຶ່ງ​ໃນ​ຕະ​ຫຼາດ​ສິນຄ້າ​ນ້ອຍ​ໃຫຍ່​ຂອງ​ຈີນ​ເປັນ​ເວ​ລາ14​ປິ​ລຽນ​ຕິດ,​ແລະກໍ່​ແມ່ນ​ສູນ​ຈໍ​ລະ​ຈອນ​ເຄື່ອງ​ອຸ​ປະ​ໂພກ ບໍລິ​ໂພກ​ປະ​ຈຳ​ວັນ​ທີ່​ໃຫຍ່​ກວ່າ​ໝູ່​ໃນ​ໂລກ,​ແລະ​ແຫຼ່ງ​ສຳ​ຄັນ​ຂອງ​ຈີນ​ທີ່​ສົ່ງ ອອກ​ສິນ​ຄ້າ​ທີ່​ສຳ​ຄັນ​ຂອງ​ຈີນ​ໃນ​ສະ​ເພາະ​ໜ້າ​ນີ້.

ປັດຈຸບັນ,​ຄົນ​ຕ່າງປະ​ເທດ​ທີ່​ເຮັດ​ທຸ​ລະ​ກິດ​ຢູ່​ອີ້​ອູ່​ເປັນ​ເວ​ລາ​ຫຼາຍ​ປີ​ຄື​ທ່ານ​ຟຼໍ​ຣຽນ​ທີ່​ພວກ​ເຮົາ​ຫາ​ກໍ່​ກ່າວ​ເຖິງ​ນັ້ນ​ໄດ້​ລື່ນ​ກາຍ​8000​ຄົນ​ແລ້ວ.​ພວກ​ເຂົາ​ເຈົ້າ​ມາ​ຈາກ​100​ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ.​ໃນ​ພໍ່​ຄ້າ​ຕ່າງ​ປະ​ເທດ​ເຫຼົ່າ​ນີ້,​ສ່ວນ​ຫຼາຍ​ມາ​ແມ່ນ​ມາ​ຈາກ​ປະ​ເທດ​ອາຣັບ​ເຊັ່ນ​ຊອກ​ດາ​ນີ,​ເອ​ຢິບ,ປາ​ເລັສ​ຕິນ​ເປັນ​ຕົ້ນ.
 
ທ່ານ​ຮາ​ເດຣານ​ເມ​ນາວີ​ທີ່​ປີນີ້​ອາຍຸ​28ປີ​ແມ່ນ​ຄົນ​ປາ​ເລັສ​ຕິນ,​ກ່ອນ​ມາ​ເມືອງ​ອີ້​ອູ່,​ເຄີຍ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຄົມ​ມະ​ນາ​ຄົມ​ຊຽງ​ໄຮ້​ຂອງ​ຈີນ. ຍ້ອນ​ຮູ້​ຄວາມ​ຈີນ,​ໃນ​ເວ​ລາ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ເພິ່ນ​ກໍ່ຮູ້​ຈັກ​ເມືອງ​ອີ້​ອູ່ ແລ້ວ.​ປີ2001,​ພາຍ​ຫຼັງ​ຮຽນ​ຈົບ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ຄົມ​ມະ​ນາ​ຄົມ​ຊຽງ ໄຮແລ້ວ,​ທ່ານ​ຮາ​ເດຣານ​ເມ​ນາວີ​ທີ່​ຮຽນ​ວິ​ຊາ​ວິ​ສະ​ວະ​ການ​ເອ​ເລັກ​ໂຕຼ​ນິກ​ເລີ່ມ ປ່ຽນ​ທິດ​ອາຊີບ,​ໄປ​ສ້າງ​ບໍ​ລິ​ສັດ​ຂາ​ເຂົ້າ​ຂາ​ອອກ​ແຫ່ງ​ໜຶ່ງ​ຢູ່​ເມືອງ​ອີ້​ອູ່.
 
ໃນ​ຜູ້​ທີ່​ຂ້າພະ​ເຈົ້າ​ພົບ​ພໍ້ນັ້ນ,​ຫຼາຍໆ​ຄົນ​ກໍ່​ຮູ້​ຈັກ​ເມືອງ​ອີ້​ອູ່,​ພວກ​ເຂົາ​ເຈົ້າ​ລ້ວນ​ແຕ່​ເວົ້າ​ວ່າ​ສິນ​ຄ້າ​ຢູ່​ນີ້​ມີ​ຫຼາຍ​ຊະ​ນິດ,​ຄຸນ​ນະ​ພາບ​ກໍ່​ດີ.​ຈີນ​ພັດ​ທະ​ນາ​ແລ້ວ,​ພໍ່​ຄ້າ​ຫຼາຍ​ປະ​ເທດ​ໄດ້​ຊອກ​ເຫັນ​ໂອກາດ​ການ​ຄ້າ​ຢູ່​ແຫ່ງ​ນີ້,​ຂ້າພະ​ເຈົ້າ​ກໍ່​ບໍ່​ຢາກ​ພາດ​ໂອ​ກາດ​ດັ່ງ​ກ່າວ​ນີ້.​ບໍ​ລິ​ສັດ​ຂອງ​ຂ້າ​ພະ​ເຈົ້າ​ຕົ້ນ​ຕໍ​ແມ່ນ​ຊ່ວຍ​ພໍ່​ຄ້າ​ຈາກ​ປະ​ເທດ​ຕ່າງໆ​ຊອກ​ຫາ​ສິນຄ້າ​ຄຸນ​ນະ​ພາບ​ດີ​ຢູ່​ແຫ່ງ​ນີ້.
 
ທ່ານ​ຮາ​ເດຣາ​ນເມ​ນາວີ​ບອກ​ນັກ​ຂ່າວ​ວ່າ,​ເຖິງ​ວ່າ​ສິນຄ້າ​ທີ່​ທ່ານ​ສົ່ງ​ໄປ​ເຂດ​ຕາ​ເວັນ​ອອກ​ກາງ​ນັ້ນ​ມີ​ຫຼາຍ​ຢ່າງ​ຫຼາຍ​ແນວ​ກໍ່​ຕາມ,​ແຕ່​ສິ່ງ​ທີ່​ຫຼາຍ​ກວ່າ​ໝູ່​ນັ້ນ​ແມ່ນ​ເຄື່ອງ​ໂລ​ຫະ​ນ້ອຍ​ແລະ​ປະ​ເພດ​ເຄື່ອງ​ເອ້.​ປັດ​ຈຸ​ບັນ,​ຄຽງ​ຄູ່​ກັບ​ພໍ່ຄ້າ​ຕ່າງ ປະ​ເທດ​ທີ່​ມາ​ຄ້າ​ຂາຍ​ຢູ່​ເມືອງ​ອີ້​ອູ່​ນັບ​ມື້​ນັບ​ຫຼາຍ​ຂຶ້ນ,​ການ​ແກ່ງ​ແຍ່ງ​ກໍ່​ນັບ​ມື້​ນັບ​ດຸ​ເດືອດ​ຂຶ້ນ,​ແຕ່​ທ່ານ​ຍັງ​ສາມາດ​ສົ່ງ​ອອກ​ສິນ​ຄ້າ​ປະ​ມານ​10​ຕູ້​ບັນ​ຈຸ​ເຄື່ອງ​ໃນ​ແຕ່​ລະ​ເດືອນ.
 
ແຕ່​ກາງ​ຊຸມ​ປີ90​ສະ​ຕະ​ວັດ​ແລ້ວນີ້​ເປັນ​ຕົ້ນມາ,​ແຕ່ລະ​ປີ​ເມືອງ​ອີ້​ອູ່​ກໍ່​ໄດ້​ຈັດ​ງານ​ມະ​ຫາ​ກຳ​ສິນ​ຄ້າ​ນ້ອຍ.​ງານ​ມະ​ຫາ​ກຳ​ໄດ້​ເຕົ້າ​ໂຮມ​ສິນ​ຄ້າ​ຂອງ​ຈີນ​ແລະ​ແຫ່ງ​ຕ່າງໆ​ຂອງ​ໂລກ,​ແຕ່​ລະ​ເທື່ອ​ກໍ່​ໄດ້​ດຶງ​ດູດ​ພໍ່ຄ້າ​ຈຳນວນ​ຫຼວງ​ຫຼາຍ​ທັງ​ພາຍ​ໃນແລະ​ຕ່າງປະ​ເທດ.​ໃນ​ງານ​ມະ​ຫາ​ກຳ​ສີນ​ຄ້າ​ນ້ອຍ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ອີ້​ອູ່​ໃນ​ປາຍ​ເດືອນ​ຕຸລາ​ປີ​ນີ້,​ພໍ່​ຄ້າ​ຕ່າງ​ປະ​ເທດ​ທີ່​ມາ​ທ່ຽວ​ຊົມ​ແລະ​ຊື້​ສິນ​ຄ້າ​ມີ ຮອດ​1​ໝື່ນ​ກວ່າ​ຄົນ.
 
ທ່ານ​ຣູບານ​ທີ່​ມາ​ຈາກ​ກາ​ນາ​ດາ​ໄດ້​ທຸລະ​ກິດ​ບໍ​ລິ​ສັດ​ຂາ​ເຂົ້າ​ຂາ​ອອກ ແຫ່ງ​ໜຶ່ງ,​ປີ​ໃດ​ກໍ່​ມາ​ສັ່ງ​ຊື້​ສິນຄ້າ​ຢູ່​ຈີນ​ຫຼາຍ​ເທື່ອ.​ເທື່ອ​ໃດ​ກໍ່​ຕ້ອງ​ມາ​ເລາະ​ທ່ຽວ​ເມືອງ​ອີ້​ອູ່.​ທ່ານ​ບອກ​ນັກ​ຂ່າວ​ວ່າ,​ສິນ​ຄ້າ​ຂອງ​ເມືອງ​ອີ້​ອູ່​ລາຄາ​ຖືກ,​ຄຸນ​ນະ  ພາບ​ກໍ່​ດີ,​ເທື່ອ​ໃດ​ທ່ານ​ເອງ​ກໍ່​ຈະ​ຊື້​ເອົາ​ສິນຄ້າ​ທັງ​ຕູ້​ເລີຍ.​ໃນ​ງານ​ມະຫາ​ກຳ ສິນ​ຄ້າ​ນ້ອຍ​ຂອງ​ເມືອງ​ອີ້​ອູ່​ປີ​ນີ້,ທ່ານ​ຍັງ​ເຮັດ​ຄື​ແຕ່​ເກົ່າ,​ເບິ່ງ​ສິນຄ້າ​ຖາມ​ລາຄາ​ຕາມ​ທຸກ​ຮ້ານ​ວາງສະ​ແດງ,​ເພື່ອ​ຕົກ​ລົງ​ສັ່ງ​ຊື້ສິນ​ຄ້າ​ຂອງ​ຕົນ.
 
ທີ່​ຈິງ​ແລ້ວ,​ຂ້າພະ​ເຈົ້າ​ຢາກ​ສັ່ງຊື້​ສິນ​ຄ້າ​ຫຼາຍ​ຢ່າງ,ຂ້າ​ພະ​ເຈົ້າ​ຈະ​ຕົກ​ລົງ​ສັ່ງ​ສິນ​ຄ້າ​ໜ້ອຍ​ຫຼາຍ​ເທົ່າ​ໃດ​ຕາມ​ລາ​ຄາ​ສິນ​ຄ້າ.
 
ພໍ່ຄ້າ​ຕ່າງປະ​ເທດ​ທີ່​ໄປ​ຊື້​ສິນ​ຄ້າ​ຢູ່​ເມືອງ​ອີ້​ອູ່​ຕ້ອງ​ໄປ​ຕະ​ຫຼາດ​ການ​ຄ້າ​ສາ​ກົນ,​ຕະ​ຫຼາດ​ດັ່ງ​ກ່າວ​ແມ່ນ​ຕະ​ຫຼາດ​ສິນ​ຄ້າ​ຂາຍ​ຍົກ​ທີ່​ມີ​ເນື້ອ​ທີ່​ໃຫຍ່​ກວ່າ​ໝູ່​ໃນ​ໂລກ​ປັດ​ຈຸ​ບັນ.​ສິ່ງ​ກໍ່​ສ້າງ​ແຫ່ງ​ນີ້​ເປັນ​ຮູບ​ມັງ​ກອນ​ຍາວ,​ລວງ​ຮອບ​ລື່ນ​ກາຍ 6​ກິ​ໂລ​ແມັດ.​ມີ​ຄົນ​ເຄີຍ​ຄິດ​ໄລ່​ແລ້ວ​ວ່າ​ເລາະ​ທ່ຽວ​ຕະ​ຫຼາດ​ການ​ຄ້າ​ສາ​ກົນ​ເມືອງ​ອີ້​ອູ່,​ຖ້າ​ຄ້າງ​ຢູ່​ຮ້ານ​ລະ​ໜຶ່ງ​ນາ​ທີ,​ໄລ່​ຕາມ​ມື້​ລະ​8​ຊົ່ວ​ໂມງ,​ຕ້ອງ​ການ​ເວ ລາ​ສອງ​ເດືອນ​ປາຍ​ຈຶ່ງ​ທ່ຽວ​ໃຫ້​ໝົດ​ໄດ້.
 
ພໍ່ຄ້າ​ຕ່າງ​ປະ​ເທດ​ຫຼາຍ​ຄົນ​ລ້ວນ​ແຕ່​ເຫັນ​ວ່າ​ເຮັດ​ທຸ​ລະ​ກິດ​ຢູ່​ເມືອງ​ອີ້​ອູ່​ສະ​ດວກ​ທີ່​ສຸດ,​ສິ່ງ​ກໍ່​ສ້າງ​ຄົບ​ຊຸດ​ຢູ່​ແຫ່ງ​ນີ້​ຄົບ​ຖ້ວນ​ທີ່​ສຸດ,​ຄື​ມີ​ສາງ​ເກັບ​ມ້ຽນ, ການ​ຈໍ​ລະ​ຈອນ,​ດ່ານ​ພາ​ສີ,​ການ​ທະນາ​ຄານ,​ການ​ປະ​ກັນ​ໄພ,​ເຄືອ​ຄ່າຍ​ຂໍ້​ມູນ​ຂ່າວ​ສານ​ເປັນ​ຕົ້ນ.​ພວກ​ເຂົາ​ເຈົ້າ​ເຮັດ​ກິດ​ຈະ​ການ​ຂາ​ເຂົ້າ​ຂາ​ອອກ​ລາຍ​ໜຶ່ງ​ໃຫ້​ສຳ​ເລັດ​ຕ້ອງ​ການ​ເວ​ລາ​ພຽງ​ແຕ່​ບໍ່​ທໍ່​ໃດ​​ມື້​ທໍ່​ນັ້ນ,​ສົມ​ພໍ​ໃນ​ເວ​ລາ​ທ່ານ​ຟຼໍຣຽນ​ຄົນ​ເຢຍ​ລະ​ມັນ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ໄດ້​ຍ້ອງ​ຍໍ​ວ່າ​ຢູ່​ແຫ່ງ​ນີ້​ມີປະ​ສິດ​ທິ ພາບ​ສູງ.