|
 |
(GMT+08:00)
2005-12-13 18:04:32
|
 |
ກອງທະຫານເຮືອຈີນແລະໄທຈັດການຟຶກຊ້ອມການກອບກູ້ປະສົມ
cri
ຕາມຂ່າວສານຊິນຮວາ,ຕອນເຊົ້າວັນທີ13ທັນວາ,ຢູ່ອ່າວທະເລໄທ,ກອງກ່ຳປັ່ນຂອງກອງທະຫານເຮືອຈີນທີ່ປະກອບດ້ວຍກ່ຳປັ່ນຂັບໄລ່ລູກສອນໄຟນຳວິຖີຊື່"ເຊິ່ນເຈິ້ນ"ແລະກ່ຳປັ່ນພະລາທິການສັງລວມຊື່"ເວິຍຊ່ານຫູ"ພ້ອມກັບກອງທະຫານເຮືອຂອງໄທໄດ້ຈັດການຟຶກຊ້ອມການກອບກູ້ປະສົມທີ່ຊື່ວ່າ"ມິດຕະພາບຈີນໄທປີ2005"ຢ່າງສຳເລັດຜົນ.
ນີ້ແມ່ນກອງທະຫານເຮືອຈີນແລະກອງທະຫານເຮືອໄທຈັດການຟຶກຊ້ອມໃນຂົງເຂດຄວາມປອດໄພບໍ່ແມ່ນດັ້ງເດີມເປັນຄັ້ງທຳອິດ.ຕາມໄດ້ຮູ້ວ່າ,ການຟຶກຊ້ອມປະສົມເທື່ອນີ້ໄດ້ແບ່ງເປັນເນື້ອໃນສຳຄັນ4ລາຍຄືການຕິດຕໍ່ໂທລະຄົມ,ການກອບກູ້ເທິງທະເລແລະເທິງອາກາດ,ການກອບກູ້ປະສົມແລະພະລາທິການ.ການຟຶກຊ້ອມການກອບກູ້ປະສົມເທື່ອນີ້ບໍ່ໄດ້ແນໃສ່ປະເທດທີສາມໃດໆ,ຫາກແມ່ນເນັ້ນໜັກຜົນປະໂຫຍດຮ່ວມຂອງສອງຝ່າຍເຊັ່ນການໂຈມຕີໂຈນທະເລ,ກຳຈັດລັດທິກໍ່ການຮ້າຍ,ຕໍ່ສູ້ກັບໄພທຳມະຊາດເປັນຕົ້ນ,ມີວັດຖຸປະສົງປົກປັກຮັກສາຄວາມປອດໄພຂອງພາກພື້ນແຫ່ງນີ້.
|
|
|