|
|
(GMT+08:00)
2005-12-14 14:31:44
|
|
ບຸນສັນພ້າ ຂອງເຜົ່າລີຊູ
cri
ຢູ່ພາກຕາເວັນຕົກຂອງແຂວງຢຸນນານທາງພາກຫໍລະດີຂອງຈີນ,ມີເຜົ່າສ່ວນຫນ້ອຍແກ່ຫນຶ່ງທຳມະຫາກິນຢູ່ເຂດພູດອຍມາຫລາຍເສັ່ນຫລາຍຊາດແລ້ວຊື່ວ່າເຜົ່າລີຊູ.ເຂົາເຈົ້າກໍຄືກັນກັບເຜົ່າສ່ວນຫນ້ອຍອື່ນໆ,ຄືໃນຂະນະທີ່ຮັບເອົາແລະເຊີ່ອມກັບວັດທະນະທຳແລະແບບວິທີດຳລົງຊີວິດຂອງເຜົ່າອື່ນຢ່າງບໍ່ຢຸດຢັ້ງນັ້ນ,ເຜົ່າລີຊູກໍໄດ້ຮັກສາຮີດຄອງປະເພນີວັດທະນະທຳຂອງເຜົ່າຕົນຫລາຍຢ່າງທີ່ຕົກທອດມາແຕ່ບູຮານນະການ,ໃນຈຳນວນຮີດຄອງປະເພນີວັດທະນະທຳຢ່າງຫລາກຫລາຍຂອງເຜົ່າລີຊູນັ້ນ,ອັນຈັບໃຈຄົນຫລາຍກວ່າຫມູ່ກໍແມ່ນ"ບຸນສັນພ້າ".
ບຸນສັນພ້າຂອງເຜົ່າລີຊູ,ໂດຍທົ່ວໄປແມ່ນເຮັດຢູ່ໃນເດືອນຍີ່ຈັນທະຄະຕິຂອງຈີນໃນແຕ່ລະປີ,ແຕ່ຄຽງຄູ່ກັບມື້ໂຊກວັນໄຊຫລາຍຂຶ້ນນັ້ນ,ດຽວນີ້ໃນແຕ່ລະບຸນສຳຄັນຫລືງານໂຮມຊຸມນຸມເທື່ອໃດກໍລ້ວນແຕ່ມີການສະແດງ"ບຸນສັນພ້າ"ຂະຫນາດນ້ອຍໃຫຍ່ຕ່າງກັນ.
ໂຊກດີນັກຂ່າວໄດ້ມີໂອກາດໄປເຫັນສະພາບບຸນສັນພ້າຢ່າງໃຫຍ່ໂຕມະໂຫລານແຮ່ງບໍ່ດົນນີ້ກັບຫູກັບຕາ.ໃນມື້ບຸນນັ້ນ,ຍິງຊາຍນ້ອຍໃຫຍ່ທີ່ມາຈາກທຸກທິດສານຸທິດໄກຕັ້ງຫລາຍສິບຫລັກ,ມາໂຮມກັນເຕັມເດີ່ນກວ້າງກາງຮ່ອມພູບານຄົນມາລົງກາດເອົາໂລດ.ພວກເຂົ້າເຈົ້າຕ່າງນຸ່ງເຄື່ອງງາມໃນຍາມບຸນ,ແມ່ຍິງກໍນຸ່ງເຄື່ອງງາມທີ່ສຸດ,ສ່ວນຜູ້ຊາຍສ່ວນຫລາຍພັດເອົາພ້າມີດຳສີຄາມພັນຫົວເປັນປຸ້ມບັກໃຫຍ່ແລະຖືສະສາຍສະພາຍປະດັບໄປດ້ວຍກາບຫອຍຮ້ອຍກາບ,ມີຜູ້ຊາຍຫລາຍໆຄົນຍັງເຫນັບງ້າວຍາວປະມານ70ຊັງຕິແມັດໃສ່ແອວຢ່າງຮວ້າຍໆຢູ່ຢ່າງອົງອາດ.
ເພື່ອນຜູ່ຟັງທີ່ເຄົາລົບ,ທີ່ທ່ານຟັງຢູ່ນີ້ແມ່ນສຽງຂັບພື້ນເມືອງຂອງເຜົາລີຊູເຊິ່ງສ່ອງແສງໃຫ້ເຫັນສະພາບມ່ວນຊື່ນໃນຍາມບູນຂອງເຜົ່າລີຊູ.ໃນກອນຂັບຮ້ອງວ່າ:
"ໃນຍາມບຸນມ່ວນຊື່ນ,ອ້າຍນ້ອງບັນດາຊົນເຜົ່າມາເຕົ້າໂຮມກັນ,ຫມົດທຸກຄົນພາກັນຟ້ອນລຳທຳແພງທີ່ບໍ່ຫມົດເປັນຈັກເທື່ອ,ໃຜກໍໂອ້ລົມກັນດ້ວຍຄວາມດີອົກດີໃຈບໍ່ຫມົດເປັນຈັກເທື່ອ,ເຊິ່ງລ້ວນແຕ່ຍ້ອງຍໍສັນລະເສີນບ້ານເກີດເມືອງນອນຂອງພວກເຮົາ."
ເມື່ອເວົ້າເຖິງຄວາມເປັນມາແຫ່ງ"ບຸນສັນພ້າ"ຂອງເຜົ່າລີຊູແລ້ວ,ຢູ່ໃນປະຫວັດສາດຍັງມີພື້ນສືບຫລາຍເລື້ອງທີ່ຕ່າງກັນ,ຕາມເວົ້າກັນວ່າໃນສະໄຫມລາຍຊະວົງມິງຂອງຈີນເມື່ອປະມານ500ກວ່າປີກ່ອນ,ມີຊົນຊາດອື່ນລ່ວງລ້ຳເຂົ້າເຂດດິນແດນຢຸນນານ,ຈາກນັ້ນ,ລັດຖະບານສູນກາງຈິ່ງໄດ້ແຕ່ງແມ່ທັບຜູ້ຫນຶ່ງຊື່ວາງອີ້ນຳນະຫານລົງໄປປາບ.ຜ່ານການປາບປາມຫລາຍເທື່ອຕໍ່ຫລາຍທີແລ້ວ,ໃນທີ່ສຸດກໍລະງັບຄວາມວຸ່ນວາຍດັ່ງກ່າວໃຫ້ສະຫງົບລົງ,ຫລັງຈາກເຂດຊາຍແດນສະຫງົບລົງແລ້ວ,ທ່ານວາງອີ້ກໍສົ່ງທະຫານລົງໄປປະຈຳຢູ່ແຫ່ງນັ້ນ,ແລ້ວສິດສອນປະຊາຊົນເຜົ່າລີຊູເຮັດນາແລະຮຽນວິທີຄາດໄຖ,ກ້າແລະປັກດຳ,ແຕ່ນັ້ນມາ,ຊົນເຜົ່າລີຊູຈິ່ງຮັ່ງມີຂຶ້ນແລະບໍ່ມີຊາດອື່ນລ່ວງລ້ຳເຂົ້າມາອີກ.
ແມ່ທັບວາງອີ້ໄດ້ປັບປຸງເຂດຊາຍແດນໃຫ້ຫນັ້ນຄົງແລະປະໂລມໃຈຄົນ,ຈິ່ງໄດ້ຮັບຄວາມຮັກແພງແລະນັບຖືຫລາຍທີ່ສຸດຈາກປະຊາຊົນເຜົ່າລີຊູແລະເຜົ່າອື່ນໆ,ແຕ່ວ່າ,ເຈົ້າຈັກກະພັດໃນຄາວນັ້ນພັດຫູເມົາໃຈງ່າຍມັກເຊື່ອຄວາມຍຸແຍ່ແບ່ງແຍກຂອງຜູ້ມີເຈຕະນາຮ້າຍ,ແລ້ວເອົາເຫລົ້າໃສ່ຢາເບື່ອໃຫ້ເພິ່ນກິນຈົນຕາຍ,ເພື່ອລະລຶກແມ່ທັບຜູ້ນີ້,ປະຊາຊົນເຜົ່າລີຊູຈິ່ງຈັດພິທີ"ຂຶ້ນພູມີດ,ລົງທະເລໄຟ"ໃນມື້ແມ່ທັບປະສົບເຄາະຮ້າຍທຸກໆປີ,ເພື່ອສະແດງຈິດໃຈຂອງເຂົາເຈົ້າທີ່ບໍ່ຢ້ານສິ່ງໃດຫມົດຄືກ້າຂຶ້ນພູມີດແລະກ້າລົງທະເລໄຟນີ້ກໍແມ່ນຄວາມເປັນມາຂອງ"ບຸນສັນພ້າ".
ເນື້ອໃນອັນຕົ້ນຕໍກວ່າຫມູ່ຂອງການເຄື່ອນໄຫວໃນມື້ບຸນສັນພ້ານັ້ນແມ່ນ"ຂຶ້ນພູມີດ"ແລະ"ລົງທະເລໄຟ",ເຊິ່ງເປັນການສະແດງສອງຢ່າງທີ່ຫວາດສ້ຽວແລະກະຕຸກເສັ້ນຄົນ.ຊາວເຜົ່າລີຊູໄດ້ເອົາມີດຍາວທີ່ຝົນຈົນຄົນແລ້ວ72ດວງ,ແລ້ວເອົາມີດແຕ່ລະດວງຫງາຍຄົມຂຶ້ນມັດເປັນຂັ້ນໄດແຕ່ລະຂັ້ນສູງ36ແມັດ.ພວກຜູ້ບ່າວເຜົ່າລີຊູທີ່ເຂົ້າຮ່ວມການສະແດງພາກັນເປັນແຖງຫນຶ່ງ,ຄູ້ເຂົ້າຄໍານັບປ້າຍວິນຍານຂອງແມ່ທັບວາງອີ້,ກິນເຫລົ້າໄປແຕ່ລະຈອກເພື່ອສະແດງຄວາມກ້າຫານ,ຮ້ອງເພງທີ່ອົງອາດກ້າຫານ,ແບກປືນສີ,ເປືອຍຕີນທັງສອງເປື້ອງຄ່ອຍໆປີນຂັ້ນໄດຄົມມີດຂຶ້ນໄປ,ມືສອງເບື້ອງຂອງພວກເຂົາເຈົ້າກໍາດ້າມມີດຂັ້ນເທິງໄວ້ແຫນ້ໆ,ເປືອຍຕີນຢຽບສັນມີທີ່ຄົນແຫລມຂັ້ນຂຶ້ນເມືອແຕ່ລະຂັ້ນຈົນຮອດຂັ້ນສູງສຸດດ້ວຍຄວາມກ້າຫານແລະຢ່າງມີໄຫວພິມ.
ຫລັງຈາກໄຕ່ຂັ້ນໄດມີດແລ້ວໆ,ພວກຄົນກ້າຫານທັງຫລາຍກໍ່ເດ່ຕີນທັງສອງເບື້ອງໃຫ້ຜູ່ມາຊົມເບິ່ງບໍ່ເຫັນຕີນດີເບື້ອງໃດຖືກຄົມມີດບາດ,ແລ້ວຈິ່ງອ້ອມວອນຕໍ່4ທິດຂໍໃຫ້ປະເທດຊາດຈົ່ງມັ່ງຄັ່ງເຂັ້ມແຂງຂໃຫ້ປະຊາຊົນສຸກກຸ່ມຊຸ່ມເຢັນ,ຟ້າຝົນລົມດີ,ເກັບກ່ຽວໄດ້ຜົນອຸດົມສົມບູນແລະລ້ຽງສັດໃຫ້ໃຫຍ່ດີພີງາມ.ນີ້ກໍແມ່ນອັນທີ່ວ່າ"ຂຶ້ນພູມີດ".
"ປີໃດກໍມີບຸນສັນພ້າ,ປີໃດກໍຕ້ອງຂຶ້ນພູມີດ",ປີໃດກ້າພ້າຫລາຍດວງກ່ວາເກົ່າ,ກໍສະແດງໃນປີນັ້ນຈະຮັ່ງມີສີສຸກຫລາຍທີ່ສຸດ".
ຫ້າງຂັ້ນໄດມີດທີ່ຕັ້ງສູງຂຶ້ນຈຸຟ້າສີຄາມ,ຄົນທັງຫລາຍທີ່ມາເບິ່ງຢືນອ້ອມກັນເປັນສາມວົງໃນກັບສາມວົງນອກ,ພວກເຂົາເຈົ້າຕ່າງຟ້ອນລໍາທໍາເພງດ້ວຍຄວາມເບີກບານມ່ວນຊື່ນ,ຈົນຮອດຄໍ່າມືດ,ຫລັງຈາກນັ້ນກໍດັງໄຟກອງຮ້າຂຶ້ນຢູ່ກາງວົງ,ຈົນຟືນຖືກໄຟໄຫມ້ນັ້ນກອງກັບຈົນແດງຈຶ່ງຄື່ງ,ບັດຂັ້ນຈິ່ງຕັ້ງຕັ້ນຈັດພິທີລົງທະເລໄຟ".
ຢູ່ທ່າມກາງຖ່ານໄຟແດງຈື່ງຄື່ງຢູ່ນັ້ນ,ຜູ້ສະແດງກໍເປືອຍຕີນສອງເບື້ອງຍ່າງເຕັ້ມໄປຕາມກອງຖ່ານໄຟ,ຈົນເຫັນມັດໄຟຈົນນັບບໍ່ຖ້ວນແມບມາບອອກຈາກກ້ອງຕີນເຂົາເຈົ້າ,ມີຜູ້ສະແດງບາງຄົນຍັງເອົາສອງຈັບຖ່ານໄຟຖຸຍຫນ້າໄປປານສາຍຟ້າແມບ,ຄຽງຄູ່ກັບສຽງຂັບພື້ນເມືອງຄັນສຸດຈະລິດ,ບຸນສັນພ້າຂອງຊົນເຜົ່າລີຊູກໍຈະມວນກັບຈົນຊອດແຈ້ງ.
|
|
|