ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-14 15:49:43    
ພໍ່​ເຖົ້າທີ່​ຄວັດແມວ​​ໃສ່​ຫມາກ​ນ້ຳ​ເຕົ້າ(ສຽງ)

cri

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ຫມາກ​ນ້ຳ​ເຕົ້າ​ແມ່ນ​ພືດ​ຈຳພວກ​ຜັກ​ຊະນິດຫນຶ່ງ​ທີ່​ມັກເຫັນ​​​ຢູ່​ຈີນ,ຫມາກ​ນ້ຳ​ເຕົ້າ​ທີ່​ແກ່​ດີ​ແລ້ວສາມາດ​ແປ​ຮູບເປັນ​ເຄື່ອງ​ສິນລະປະຊະນິດ​ຕ່າງໆ.ຢູ່​ເມືອງ​ລານ​ໂຈ່​ວຂອງ​ພາກ​ຕາ​ເວັນ​ຕົກສຽງ​ເຫ​ນືອຂອງ​ຈີນ,ການ​ຄວັດຫມາກ​ນ້ຳ​ເຕົ້າ​ແມ່ນຫັດຖະກຳພື້ນ​ເມືອງ​ທີ່​ມີ​ຊື່ສຽງ​ຢູ່​ແຫ່ງ​ນັ້ນ,"​ແມວ​ຫມາ​ກນ້ຳ​ເຕົ້າ"ທີ່ພໍ່​ເຖົ້າ​ໂຈ່​ວອີ້​ເຊິ່ງນັ້ນຄວັດ​ຍິ່ງ​ແມ່ນ​ຕົວ​ເດັ່ນ​ກວ່າ​ຫມູ່​ໃນ​ນັ້ນ.​ໃນ​ລາຍການ​ວັດ​ທະນະ​ທຳ​ຈີນ​ມື້​ນີ້,ຂ້າພະ​ເຈົ້າ​ຈະ​ສະ​ເຫນີພໍ່ເຖົ້າ​ທີ່​ຄວັດ​ແມວ​​ໃສ່​ຫມາກ​ນ້ຳ​ເຕົ້າ​ຜູ້ນີ້​ສູ່​ທ່ານຟັງ.

ພໍ່​ເຖົ້າ​​ໂຈ່ວ​ອີ້​ເຊິ່ງ​​ເວົ້າ​ວ່າ​ເພິ່ນ​ເອງ​​ໄດ້ຄວັດຫມາກ​ນ້ຳ​ເຕົ້າ60ປີ​ແລ້ວ.ຊຸມ​ປີ40ຂອງ​ສະຕະວັດ​ແລ້ວນີ້,​ທ່ານໂຈ່ວ​ອີ້​ເຊິ່ງທີ່​ອາຍຸ17ປີ​ໄດ້​ເປັນ​​ເຖົ້າ​ແກ່​ຫນຸ່ມຂອງ​ຮ້ານ​ຄ້າ​​ເຄື່ອງ​ໄມ້ແຕ້ມສີ,​ເພີ່ນ​ປະກົດ​ເຫັນ​ລູກຈ້າງ​ຂອງ​ຮ້ານ​ຄ້າ​ຄວັດ​ຮູບ​​ໃສ່​ຫມາກ​ນ້ຳ​ເຕົ້າ,​ເພີ່ນ​ກໍ່​ເລີຍ​ຮຽນນຳພວກ​ເພີ່ນ.​ເມື່ອ​ໄດ້ຄວັດມາ​ສອງ​ປີ,ລູກ​ຈ້າງທັງຫລາຍຮູ້ສຶກ​ວ່າທ່ານ​ໂຈ່​ວອີ້​ເຊິ່ງຄວັດ​ໄດ້​ດີກ​ວ່າພວກ​ຕົນ​ ​ຫລາຍ,​ເລີຍແນະນຳ​ທ່ານ​ໃຫ້​ອາຈານ​ຂອງ​ຕົນຄືທ່ານ​ຫລີ​ເວິນ​ເຈ່ຍ ອາຈານ​ໃຫຍ່​ຄວັດ​ຫມາກ​ນ້ຳ​ເຕົ້າຮຸ່ນ​ທຳ​ອິດ​ຂອງ​ເມືອງ​ລານ​ໂຈ່​ວ.ສະ​ນັ້ນ,​ທ່ານໂຈ່​ວອີ້​ເຊິ່ງກໍ່​ໄດ້ກາຍ​ເປັນ​ລູກສິດ​ຂອງ​ນັກຄວັດຫມາກ​ນ້ຳ​ເຕົ້າທີ່​ມີ​ຊື່ສ​ຽງ.

ເມື່ອຮຽນ​ນຳ​​ທ່ານ​ຫລີ​ເວິນ​ຈ່າຍ​ມາ​ຫລາຍ​ປີ​ແລ້ວ,ສີມື​ຄວັດ​ແກະຂອງ​ທ່ານໂຈ່​ວອີ້​ເຊິ່ງ​​​ໄດ້ຍົກ​ສູງຂຶ້ນ​ຢ່າງ​ຫລວງ​ຫລາຍ.ຫມາກນ້ຳ​ເຕົ້າ​ທີ່​ທ່ານ​ຫລີ​ເວິນ​ຈ່າຍຄວັດ​ນັ້ນ​ຖືຕົວ​ຫນັງສື​ເປັນ​ຕົ້ນຕໍ,​​ຖືຮູບ​ແຕ້ມ​ເປັນ​ສຳຮອງ.​ແຕ່​ຫມາກ​ນ້ຳ​ເຕົ້າຂອງ​ທ່ານ​ໂຈ່​ວອີ້​ເຊິ່ງພັດ​ຖື​ຮູບ​ແຕ້ມ​ເປັນ​ຕົ້ນຕໍ,​ຖືຕົວ​ຫນັງສື​ເປັນ​ສຳຮອງ.​ໃນ​ເວລາ​ຫາ​ກໍ່ເລີ່ມຄວັດ​ຫມາ​ກນ້ຳ​ເຕົ້າ,​ທ່ານໂຈ່​ວອີ້​ເຊິ່ງສວ່ນຫລາຍ​ແມ່ນຄວັດ​ຮູບ​ນາງ​ງາມ​ຂອງ​ສະ​ໄຫມ​ບູຮານ​ຈີນ,ຮູບ​​ນາງ​ງາມ​ເຫລົ່າ​ນີ້​​ມີ​ເສັ້ນ​ວາດລ່ຽນ​ໄຫລ,ມີ​ອິລິ​ຍະ​ບັດ​ຕ່າ​ງກັນ,ມີ​ສະ​ເຫນ​ຫລາຍ​ສົມຄວນ​.

ພາຍຫລັງ​ມາ,ອາຈານຂອງ​ທ່ານໂຈ່​ວອີ​ເຊິ່ງ​ໄດ້​ເຖິງ​ແກ່ກຳ,​​ທ່ານ​ໂຈ່​ວອີ​ເຊິ່ງ​ໄດ້​ຕົກ​ຢູ່​ໃນ​ຄວາມ​​ໂສກ​ເສົ້າ​ສະຫລົດ​ໃຈ.ຈົນ​ຮອດ​ມື້ຫນຶ່ງ,​ທ່ານໂຈ່​ວອີ້​ເຊິ່ງ​​ເຫັນ​ແມວ​ທີ່ທ່ານ​ລ້ຽງ​​ໃນ​ບ້ານຂົດຕົວຢູ່​ເທິງ​ເກົ້າ​ອີ້​ຫນ່ວຍຫນຶ່ງ,ຮູບຊົງ​ທີ່​ບໍ່​ຫ້າວຫັນ​ຈັ່ງແມ່ນ​ຫນ້າ​ຮັກ​ທີ່​ສຸດ,ທ່ານ​ເລີຍ​ເອົາເຈັ້ຍ​ແລະປາກກາມາ,​ແຕ້ມທ່າ​ທາງ​ຂອງ​ແມວ​ໄວ້,​ແລະ​ຄວັດ​ຮູບ​ແມວ​ແຜ່ນ​ນີ້​ໃສ່ຫມາກ​ນ້ຳ​ເຕົ້າ.​ທ່ານໂຈ່ວອີ້ເຊິ່ງ​ແຮ່ງຕໍ່​ຄວັດຮູບ​ແມວ​ແຮ່ງ​ຕິດ​,​ເພິ່ນ​ເກືອບບໍ່​ໄດ້​ກ່ຽວ​ພັນ​ເຖິງ​ເນື້ອ​ໃນ​ຂໍ້ຄວາມ​ອື່ນໆ​ອີກ,ການຄວັດ​ແມວ​​ໄດ້ກາຍ​ເປັນສິ່ງ​ທີ່​ທ່ານ​ມັກ​ທີ່​ສຸດ.ທ່ານ​ໂຈ່​ວອີ້​ເຊິ່ງ​ເວົ້າ​ວ່າ,​ແມ​ວຄວັດ​ຍາກ,ຍ້ອນ​ວ່າ​ແມວ​​ແມ່ນ​ສັດ​ທີ່​ພວກ​ເຮົາ​ທຸກ​ຄົນລ້ວນ​ແຕ່​ຄຸ້ນ​ເຄີຍ,​ໃຜໆ​ກໍ່​ຄຸ້ນ​ເຄີຍ​ນຳ​ທ່າ​ທາງ​ຂອງ​ມັນ,ສະ​ນັ້ນ,ຖ້າ​ຢາກຄວັດ​ຮູບແມວ​ໃຫ້​ດີ​ກໍ່ຕ້ອງ​ສັງ​ເກດ​ໃຫ້​ຫລາຍ.ທ່ານ​​ເວົ້າ​ວ່າ:

"ພໍ່​ຂອງຂ້າພະ​ເຈົ້າມັກ​ລ້ຽງ​ແມວ,ຂ້າພະ​ເຈົ້າ​ກໍມັກຄື​ກັນ.ພາຍຫລັງ​ຂ້າພະ​ເຈົ້າ​ຮຽນຄວັດ​​ແມວ​ແລ້ວ​,ຄວາມ​ສະມາດ​ສັງ​ເກດ​ກໍ່​​ໄດ້ເພີ່ມ​ຂຶ້ນ.ຂ້າພະ​ເຈົ້າ​ເລີຍສັງ​ເກດທ່າ​ທາງ​ຂອງ​ແມວ​​ໂດຍຈຳເພາະ.ລາງ​ເທື່ອ​ຈັບຈີ​ໂກະຈາກ​​ໄຮ່ນາ,ລາງ​ເທື່ອ​ຈັບ​ຫນູຕົວຫນຶ່ງ,​ແມວ​ກໍ່​ລໍ້​ຫລິ້ນ​ຫນູ​ຕົວ​ນີ້,ຂ້າພະ​ເຈົ້າກໍ່​ຖ່າຍ​ເອົາ​ທ່າ​ທາງ​ຂອງ​ແມວ​ໄວ້.ພາຍຫລັງ​ສັງ​ເກດອິລິ​ຍະ​ບົດຂອງ​ແມວ​​ແລ້ວ,ຂ້າພະ​ເຈົ້າຄວັດ​ແມວກໍ່ມີ​ຊີວິດຊີວາ​ຂຶ້ນ."

"​ແມວ​ຫມາກນ້ຳ​ເຕົ້າ"ທີ່ທ່ານ​ໂຈ່​ວອີ້​ເຊິ່ງຄວັດ​ນັ້ນມີ​ຊື່ສ​ຽງຫລາຍ,ຫມາກ​ນ້ຳ​ເຕົ້າ​ເຫລົ່າ​ນີ້​ໃຫຍ່​ຄື​ຫມາກຈອງ​ຫນ່ວຍຫນຶ່ງ,ນ້ອຍທໍ່ໄຂ່​ໄກ່,​ແມວ​ຢູ່​ເທິງ​ຫມາກ​ນ້ຳ​ເຕົ້າ​ແຕ່​ລະ​ຫນ່ວຍ​ລ້ວນ​ແຕ່ມີ​ຊີວິດ​ຊີວາ​ເປັນ​ໂຕ​ຢົ້ງໆ,ມີ​ກິລິຍາ​ທ່າ​ທາງ​ຂອງ​ຄື​ແທ້,ບາງ​​ໂຕພວມ​ຈັບ​ແມງກະ​ເບື້ອ,ບາງ​ໂຕ​ພວມຢອກ​ໃຍຫນູນ້ອຍ​ທີ່​ຈັບ​ໄດ້, ບາງ​​ໂຕ​ພວມນອນ​​ເວັນ​ຢູ່​ກ້ອງ​ດອກ​ໄມ້,ຍັງ​ມີບາງ​​ໂຕພວມວົນວຽນ​ໄລ່​ຕາມຫາງ​ຂອງ​ຕົນ.

ຕໍ່​ຜົນງານ​ທຸກ​ເທື່ອ​ຂອງ​ຕົນ,ທ່ານ​ໂຈ່​ວອີ​ເຊິ່ງ​ແມ່ນ​ຊຳນານ​ແລ້ວ​ຊຳນານ​ອີກ,ຫມາກ​ນ້ຳ​ເຕົ້າ​ທຸກ​ຫນ່ວຍ,​ແຕ່​ການ​ຄັດ​ເລືອກ​ຮອດ​ການ​ປະກອບ​ພາບ,ທ່ານ​ລ້ວນ​ແຕ່​ໄດ້​ປັ່ນ​ສະຫມອງ​ຄິດ​ຈົນ​ສຸດ​ຂີດ,ທ່ານ​ໂຈ່​ວອີ້​​ເຊິ່ງ​ເວົ້າ​ວ່າ,ການ​ຄັດ​ເລືອກ​ຫມາກ​ນ້ຳ​ເຕົ້າ​ແມ່ນ​ສຳຄັນ​ທີ່​ສຸດ,​ເພາະວ່າ,ມີ​ແຕ່​ຫມາກ​ນ້ຳ​ເຕົ້າ​ດີ​ເທົ່າ​ນັ້ນ​ຈິ່ງ​ຄວັດ​ເປັນ​ຜົນງານ​ດີ​ໄດ້,ທ່ານ​ໂຈ​ວອີ້​ເຊິ່ງ​ເວົ້າ​ວ່າ:

"​ຕ້ອງ​ເລືອກ​ເອົາຫມາກ​ນ້ຳ​ເຕົ້າ,ທີ່​ມີ​​ເປືອກ​ລະອຽດອ່ອນ,ມີ​ຮູບຊົງດີ,ບໍ່​ມີ​ດ່າງ​ດຳ​ແລະ​ບໍ່​ມີ​ລິງ​ລາຍ.​​ຂູດ​ເປືອກງກ່ອນ,​ແລ້ວ​ທານ້ຳມັນ​,​ແລ້ວ​ຂັດ​ດ້ວຍ​ຫິນ​ໃຫ້​ມີ​ເງົາ​ແວວ​ວາວ​,ຍັງ​ຕ້ອງ​ເອົາ​ມາ,ຂັດ​ໃນ​ມື,ຖູ​ດ້ວຍ​ເຫື່ອ​ຢູ່​ເທິງ​​ຈອມດັງ,ຖູ​ແລ້ວຈຶ່ງ​ຄວັດ​ແກະ."

ຜ່ານ​ຈາກ​ກຳມະ​ວິທີ​ອັນ​ສັບສົນ​ເຫລົ່າ​ນີ້,ຫມາກ​ນ້ຳ​ເຕົ້າກໍ​ກ້ຽງ​ມື່ນ​ທີ່​ສຸດ​ແລ້ວ,​ຮູບຊົງຂອງ​ຫມາກ​ນ້ຳ​ເຕົ້າ​​ແຕ່​ລະ​ຫນ່ວຍ.​ທ່ານ​ໂຈ​ວອີ້​ເຊິ່ງກໍ່​ໄດ້​ຈື່​​ໄວ້​ຢູ່​ໃນ​ໃຈ,ໃນ​ເວລາ​ນີ້,ທ່ານ​ໂຈ່​ວອີ້​ເຊິ່ງຈຶ່ງ​ເລີ່ມ​ປະກອບ​ພາບ,​ແລ້ວລົງ​ມີດຄວັດ​ແກະ.ຫມາກ​ນ້ຳ​ເຕົ້າ​ທີ່ພໍ່​ເຖົ້າ​ໂຈ່​ວອີ້​ເຊິ່ງຄວັດນັ້ນ,ສີມື​ຄວັດ​ກະທັດ​ຮັດ​ງ່າຍດາຍ,​ເສັ້ນຄວັດ​ລ່ຽນ​ໄຫລ,ມີ​ອິລິ​ຍະ​ບົດ​ຊີວິດ​ຊີວາ.ປະຈຸ​ບັນ,"​ແມວ​ຫມາກ​ນ້ຳ​ເຕົ້າ"ຂອງ​ທ່ານ​ໂຈ່​ວອີ້​ເຊິ່ງ​ຂາຍ​ດິບຂາຍ​ດີ​ທີ່​ສຸດ,ຕ້ອງຈອງ​ໄວ້​ກ່ອນ​ຈຶ່ງ​ຊື້​​ໄວ້,ຍັງມີ​ຈຳນວນ​ຫລວງຫລາຍ​ໄປ​ຂາຍ​ຮອດ​ຍີ່​ປຸ່ນ​​ແລະ​ປະ​ເທດ​ເອີ​ລົບ,​ໄດ້​ຮັບ​ຄວາມຊົມ​ເຊີຍທີ່​ສຸດ.

ການຄວັດ​ແມວ​​ໃສ່​ຫມາກ​ນ້ຳ​ເຕົ້າ​ເຮັດ​ໃຫ້​ພໍ່​ເຖົ້າ​ໂຈ່​ວອີ້​ເຊິ່ງ​ໄດ້​ຝຶກ​ຝົນ​ຫລໍ່​ຫລອມນິ​ໃສ​ໃຈຄໍ​ຂອງ​ຕົນ,ຮັກສາ​ຈິດ​ໃຈອັນ​ມ່ວນ​ຊື່ນ​ແລະມິດ​ງຽບ,​ເຖິງ​ແມ່ນ​ວ່າ​ມີ​ອາຍຸ80ປີ​ແລ້ວ,​ແຕ່ຮ່າງກາຍ​ຍັງ​​ແຂງ​ແຮງຢູ່,ຫູບໍ່ຫນວກ,ຕາບໍ່ລາຍ,​ຍຶດຫມັ້ນ​ຄວັດ​ຫມາກ​ນ້ຳ​ເຕົ້າທຸກ​ມື້.​ແຕ່​ພໍ່​ເຖົ້າກໍ່​ມີຄວາມ​ເສຍ​ໃຈຂໍ້ຫນຶ່ງ,​ເຊິ່ງກໍ່​ຄືນັບມາ​ຮອດ​ປະຈຸ​ບັນ​​ເພິ່ນຍັງ​ຊອກ​ຫາລູກສິດທີ່​ຖືກ​ໃຈ​ບໍ່​ໄດ້​ເທື່ອ.​​ຍ້ອນ​ສາເຫດ​ຕ່າງໆ,ຊາວ​ຫນຸ່ມ​ໃນ​ຊູ່​ມື້​ນີ້​ມີ​ຫນ້ອຍ​ຄົນ​ສາມາດ​ນັ່ງ,ຄວັດ​ຫມາກ​ນ້ຳເຕົ້າ​ຢ່າງ​ອົດທົນຄື​ທ່ານ.ທ່ານ​ຫວັງ​ໃຫ້​ລັດຖະບານ​ໂຄສະນາ​​ໃຫ້ຫລາຍ,​ເຮັດ​ໃຫ້​ຊາວ​ຫນຸ່ມ​ເອົາ​ໃຈ​ໃສ່​​ແລະ​ມັກ​ຫັດຖະກຳພື້ນ​ເມືອງລາຍນີ້, ຮຽນ​ຝີ​ມື​ນີ້​ແລະມີ​ມານະ​ຈິດ​ຍຶດຫມັ້ນຕໍ່​ໄປ.​ເຮັອແນວ​ນີ້​ທ່ານຈຶ່ງສາມາດ​ຊອກ​ພົບ​ຜູ້​ທີ່ຖືກ​ໃຈ,​​ແລະ​ຖ່າຍ​ທອດຝີ​ມືຂອງ​ຕົນ​​​ໃຫ້.