ໂຄສົກຫ້ອງການວຽກງານໄຕ້ຫວັນຂອງຄະນະລັດຖະບານຈີນເວົ້າວ່າ ຫວັງໃຫ້ເຈົ້າໜ້າທີ່ໄຕ້ຫວັນຈົ່ງຊຳລະວຽກງານກ່ຽວກັບຫົວໜ້າຫ້ອງການດັ່ງກ່າວໄປໄຕ້ຫວັນຢ່າງຕິດແທດຕົວຈິງ
cri
Author: cai
ຕາມຂ່າວCRI:ວັນທີ 14 ທັນວາ,ຢູ່ປັກກິ່ງ,ທ່ານຫຼີເວີຍອີ່ ໂຄສົກຫ້ອງການວຽກງານໄຕ້ຫວັນຂອງຄະນະລັດຖະບານຈີນເວົ້າວ່າ,ຫວັງໃຫ້ເຈົ້າໜ້າທີ່ໄຕ້ຫວັນຈົ່ງຊຳລະບັນຫາກ່ຽວກັບທ່ານເຊີນຢູນລີນ ຫົວໜ້າຫ້ອງການດັ່ງກ່າວນຳພາຄະນະຜູ້ແທນໄປເຂົ້າຮ່ວມເວທີປາໄສເສດຖະກິດການຄ້າລະຫວ່າງສອງຝັ່ງຢູ່ໄຕ້ຫວັນຢ່າງຕິດແທດຕົວຈິງ.
ວັນທີ 14 ທັນວາ,ໃນເວລາທ່ານຫຼີເວີຍອີ່ຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວໃນງານຖະແຫຼງຂ່າວປະຈຳທີ່ຫ້ອງການວຽກງານໄຕ້ຫວັນຂອງຄະນະລັດຖະບານຈີນຈັດຂຶ້ນ,ທ່ານເວົ້າວ່າ,ເວທີປາໄສເສດຖະກິດການຄ້າແລະວັດທະນະທຳລະຫວ່າງສອງຝັ່ງແມ່ນການແລກປ່ຽນລະຫວ່າງສອງພັກການເມືອງຄືພັກກອມມູນິດຈີນແລະພັກກົກມີນຕັງຈີນ.ຫວ່າງກ່ອນນີ້,ຝ່າຍພັກກົກມີນຕັງຈີນໄດ້ຍື່ນຄຳຮ້ອງຂໍໃຫ້ພິຈາລະນາຄືນໃໝ່ໃຫ້ພາກສ່ວນຮັບຜິດຊອບຂອງເຈົ້າໜ້າທີ່ໄຕ້ຫວັນກ່ຽວກັບເລື່ອງເຊີນທ່ານເຊີນຢູນລີນນຳພາຄະນະຜູ້ແທນໄປເຂົ້າຮ່ວມເວທີປາໄສຢູ່ໄຕ້ຫວັນ.ຫວັງໃຫ້ເຈົ້າໜ້າທີ່ໄຕ້ຫວັນຈົ່ງຊຳລະຢ່າງຕິດແທດຕົວຈິງ,ໃຫ້ຄວາມສະດວກອັນຈຳເປັນ.
|
|