ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-14 19:38:31    
ເອົາ​ຊະ​ນະ​ດ້ວຍ​ແຜນ​ພິ​ເສດ​ຕ່າງ​ໝູ່​

cri


ໃນ​ສະ​ໄໝ​ຍຸດທະ​ຈັກ​ທີ່​ຫ່າງ​ຈາກ​ປັດ​ຈຸ​ບັນ 2000 ກວ່າ​ປີ, ຢູ່​ເມືອງ​ລິນ​ຈື່​ແຫ່ງ​ລັດ​ສີ​(ປັດ​ຈຸ​ບັນ​ຂຶ້ນ​ກັບ​ແຂວງ​ຊານ​ຕົ່ງ) ມີ​ຂ້າ​ລາ​ຊະການ​ນ້ອຍ​ຜູ່​ໜຶ່ງ​ຊື່ວ່າ​ຖຽນ​ຕ່ານ,ເພິ່ນ​ມີ​ສະ​ຕິ​ປັນ​ຍາ​ສຽບ​ແຫຼມ ຊຳ​ນານ​ຕຳລາ​ພິ​ໄຊ​ສົງ​ຄາມ.

ມີ​ປີ​ໜຶ່ງ, ເຢ້ອີ້ ແມ່ທັບ​ລັດ​ອ້ຽນ​ນຳພາ​ກອງ​ທັບ​ມາບຸກ​ໂຈມ​ຕີ​ລັດ​ສີ, ກອງ​ທັບ​ລັດ​ສີ​ເສຍ​ໄຊ​ຢ່າງ​ສາ​ຫັດ, ສິໝິນ​ຫວັງ ​ເຈົ້າ​ຊີ​ວິດ​ລັດ​ສີ​ໄດ້​ໂຕນ​ໜີ​ໄປ​ຮອດ​ຈີ​ຈື້​(ປັດ​ຈຸ​ບັນ​ຢູ່​ແຂວງ​ຊານ​ຕົ່ງ). ໃນ​ເວລາ​ນັ້ນ, ຖຽນ​ຕ່ານ​ໄດ້​ພາ​ວົງ​ຕະກູນ​ໜີ​ໄປ​ສູ່​ເມືອງ​ອານ​ຜິງ, ​ເພິ່ນ​ໄດ້​ຕັດ​ໄມ້​ເພົາ​ຂອງ​ລົດ​ມ້າ​ໄປ​ທ່ອນ​ໜຶ່ງ, ແລ້ວ​ເອົາ​ແຜ່ນ​ເຫຼັກ​ມາ​ຫຸ້ມ​ຫົວ​ເພົາ. ຕໍ່​ມາ​ບໍ່​ດົນ, ເມືອງ​ອານ​ຜິງ​ຖືກ​ກອງ​ທະ​ຫານ​ລັດ​ອ້ຽນ​ຕີ​ແຕກ, ມວນ​ຊົນ​ໃນ​ເມືອງ​ທະ​ຍອຍ​ກັນ​ໜີ​ອອກ​ນອກ​ເມືອງ. ມີ​ລົດ​ມ້າ​ຫຼາຍ​ຄັນ​ຕຳ​ກັນຈົນ​ເພົາ​ຫັກ, ໃນ​ທີ່​ສຸດ​ກໍ່​ຖືກ​ທະ​ຫານ​ລັດ​ອ້ຽນ​ຂ້າ​ຕາຍ. ລົດ​ຂອງ​ຖຽນ​ຕ່ານ ຍ້ອນ​ໄດ້​ຫຸ້ມ​ດ້ວຍ​ແຜ່ນ​ເຫຼັກ​ໄວ້​ກ່ອນ, ເພົາ​ລົດ​ຈຶ່ງ​ຍັງ​ດີ​ຢູ່​ຄື​ເກົ່າ, ຖຽນ​ຕ່ານ​ໄດ້ໜີ​ໄປ​ຮອດ​ເມືອງ​ຈີ​ມໍ້​ຢ່າງ​ປອດ​ໄພ. ຄົນ​ທັງ​ຫຼາຍ​ເຫັນ​ວ່າ​ຖຽນຕ່ານ​ມີ​ສະ​ຕິ​ປັນ​ຍາ, ຈຶ່ງ​ສະ​ເໜີ​ໃຫ້​ເພິ່ນ​ເປັນ​ນາຍ​ພົນ​ນຳ​ພາ​ກອງ​ທະ​ຫານ​ເຝົ້າ​ຮັກ​ສາ​ເມືອງ​ຈີ​ມໍ້.

ຕໍ່​ມາ​ບໍ່​ດົນ, ອ້ຽນ​ຈ່າວ​ຫວັງ ​ເຈົ້າ​ຊີ​ວິດ​ລັດ​ອ້ຽນ​ສະ​ເດັດ​ສະ​ຫວັນ​ລະ​ຄົດ, ຮຸ້ຍ​ຫວັງ​ຂຶ້ນ​ຄອງ​ລາ​ຊະ​ບັນ​ລັງ​ແທນ. ຮຸ້ຍ​ຫວັງ​ບໍ່​ມັກ​ເຢ້​ອີ້. ຖຽນ​ຕ່ານ​ເລີຍ​ສວຍ​ໂອກາດ​ໃຊ້​ກົນ​ອຸ​ບາຍ​ແບ່ງ​ແຍກ​ຮຸ້ຍ​ຫວັງ​ແລະ​ເຢ້ອີ້. ເພິ່ນ​ແຕ່ງ​ຄົນ​ໄປ​ຫວ່ານ​ຂ່າວ​ລື​ຢູ່​ລັດ​ອ້ຽນ, ກ່າວ​ວ່າ​ເຢ້ອີ້​ຢາກ​ຍອມ​ຈຳ​ນົນ​ຕໍ່​ລັດ​ສີ, ສະ​ນັ້ນ​ຈຶ່ງ​ບໍ່​ບຸກ​ໂຈມ​ຕີ​ເມືອງ​ຈີ​ມໍ້ ແລະ​ຄອຍ​ຖ້າ​ໂອ​ກາດ​ຢູ່. ເຈົ້າ​ຊີ​ວິດ​ລັດ​ອ້ຽນ​ຫຼົງ​ເຊື່ອ,ເລີຍ​ປົດ​ຕຳ​ແໜ່ງ​ຂອງ​ເຢ້ອີ້, ແລະ​ໃຫ້​ສິ​ເຈ​ເຂົ້າ​ແທນ​ເຢ້ອີ້. ເຢ້ອີ້​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງ ເຮັດ​ໃຫ້​ນ້ຳ​ໃຈ​ສູ້​ລົບ​ຂອງ​ກອງ​ທະ​ຫານ​ລັດ​ອ້ຽນ​ຕົກ​ຕ່ຳ. ຕໍ່​ມາ, ຖຽນ​ຕ່ານ​ໄດ້​ໃຊ້​ກົນ​ອຸ​ບາຍ​ຢ່າງ​ຕໍ່​ເນື່ອງ​ກັນ, ຫຼອກ​ໃຫ້​ກອງ​ທະ​ຫານ​ລັດ​ອ້ຽນ​ເຮັດ​ເລື່ອງ​ໂງ່​ຈ້າ​ຫຼາຍ​ເທື່ອ, ເພື່ອ​ປຸກ​ລະ​ດົມ​ນ້ຳ​ໃຈ​ສູ້​ລົບ​ຂອງ​ທະຫານ​ລັດ​ສີ. ຖຽນ​ຕ່ານ​ໄດ້​ເຫັນ​ກອງ​ທັບ​ລັດ​ສີ​ມີ​ນ້ຳ​ໃຈສູ້​ລົບ​ສູງ​ຂຶ້ນ, ກໍ່​ເລີຍ​ກຽມ​ຕ່າວ​ໂຈມ​ຕີ​ຄືນ. ກ່ອນ​ອື່ນ,ເພິ່ນ​ໃຫ້ຄົນ​ຖື​ເງິນ​ຄຳ​ໄປ​ສົ່ງ​ໃຫ້​ນາຍ​ພົນ​ຂອງ​ກອງ​ທະ​ຫານ​ລັດ​ອ້ຽນ​ຢ່າງ​ລັບໆ,ແລະ​ຫຼອກ​ລວງ​ພວກ​ເຂົາ​ເຈົ້າ​ວ່າ: "ກອງ​ທະ​ຫານ​ເຝົ້າ​ຮັກ​ສາ​ເມືອງ​ຈີ​ມໍ້​ຈະ​ຍອມ​ຈຳ​ນົນ​ໃນ​ໄວໆ​ນີ້, ເມື່ອ​ພວກ​ທ່ານ​ເຂົ້າ​ໄປ​ໃນ​ເມືອງ​ແລ້ວ​ຢ່າ​ຂ້າ​ເມຍ​ແລະ​ລູກ​ເຕົ້າ​ຂອງ​ພວກ​ຂ້າ​ພະ​ເຈົ້າ." ທະ​ຫານ​ລັດ​ອ້ຽນ​ຖື​ເປັນ​ເລື່ອງ​ຈິງ, ຈຶ່ງ​ຂາດ​ສະຕິ​ລະວັງ​ຕົວ. ຖັດ​ມາ, ຖຽນຕ່ານ​ໄດ້​ເຕົ້າ​ໂຮມ​ງົວ 1000 ໂຕ​ໃນ​ເມືອງ, ຕຸ້ມ​ຜ້າ​ທີ່​ແຕ້ມ​ລາຍ​ມັງ​ກອນ 5 ສີ​ໃສ່​ຫຼັງ​ງົວ, ມັດ​ມີດ​ໃສ່​ເຂົາ​ງົວ, ມັດ​ຫຍ້າ​ທີ່​ຫົດ​ດ້ວຍ​ນ້ຳມັນໃສ່​ຫາງ. ລັກ​ເຈາະ​ໂກນ​ບົນ​ກຳ​ແພງ​ 10 ກວ່າ​ແຫ່ງ, ຮອດ​ກາງ​ຄືນ ໄຕ້​ໄຟ​ໃສ່​ຫາງ​ງົວ ແລະ​ປ່ອຍ​ງົວ​ອອກ​ຈາກ​ໂກນ. ມີ​ທະ​ຫານ​ລົບ​ເກັ່ງ 5000 ​ຄົນ​ແລ່ນ​ຕາມ​ຫຼັງ​ງົວ, ບຸກ​ເຂົ້າ​ຄ້າຍ​ທະ​ຫານ​ລັດ​ອ້ຽນ. ຍ້ອນ​ໄຟ​ໄໝ້​ຫາງ, ງົວ​ຈຶ່ງ​ແລ່ນ​ໄປ​ໜ້າ​ຢ່າງ​ເອົາ​ເປັນ​ເອົາ​ຕາຍ, ແປວ​ໄຟ​ໄດ້​ສ່ອງ​ໃຫ້​ເຫັນ​ລາຍ​ມັງ​ກອນ​ບົນ​ຫຼັງ​ງົວ, ເຮັດ​ໃຫ້​ທະ​ຫານ​ລັດ​ອ້ຽນ​ຕື່ນ​ຕົກ​ໃຈ​ແລະ​ໂຕນ​ໜີ, ທະ​ຫານ​ລັດ​ອ້ຽນ​ຖືກ​ງົວ​ຕຳ​ຫຼື​ຢຽບ​ຕາຍ​ຈົນ​ນັບ​ບໍ່​ຖ້ວນ. ຖຽນ​ຕ່ານ​ລັ່ນ​ກອງ​ສູ້​ລົບ​ຢູ່​ເທິງກຳ​ແພງ​ເມືອງ, ກອງ​ທະ​ຫານ​ລັດ​ສີ​ບຸກ​ໄປ​ໜ້າ​ຢ່າງ​ກ້າ​ຫານ, ສຽງ​ຮ້ອງ​ໂຮ​ດັງ​ກ້ອງ​ສະ​ໜັ່ນ, ທະ​ຫານ​ລັດ​ສີ​ໄດ້​ຂ້າ​ສິ​ເຈ ນາຍ​ພົນ​ຂອງລັດ​ອ້ຽນ​ຕາຍ, ກອງ​ທະ​ຫານ​ລັດ​ອ້ຽນ​ປະ​ສົບ​ຄວາມ​ປະ​ລາ​ໄຊ​ຢ່າງ​ຍ່ອຍ​ຍັບ. ຖຽນຕ່ານ​ນຳ​ພາ​ກອງ​ທະ​ຫານ​ໄລ່​ຕາມ, ແລະ​ກູ້​ເອົາ​ເມືອງ 70 ກວ່າ​ແຫ່ງ​ທີ່​ຖືກ​ກອງ​ທະຫານ​ລັດ​ອ້ຽນ​ຍຶດ​ຄອງ​ນັ້ນ​ຄືນ​ມາ​ໄດ້. ຖັດ​ມາ, ຖຽນ​ຕ່ານ​ສະ​ໜັບ​ສະ​ໜູນ​ຊຽງ​ຫວັງ​ເປັນ​ເຈົ້າ​ຊີ​ວິດ​ລັດ​ສີ, ກັບ​ຄືນ​ເມືອ​ລາ​ຊະ​ທາ​ນີ​ລິນ​ຈື່.​ສີ​ຊຽງ​ຫວັງ ເຈົ້າ​ຊີ​ວິດ​ລັດ​ສີ​ຊົງ​ພະ​ລາ​ຊະ​ທານ​ຖຽນ​ຕ່ານ​ເປັນ​ເຈົ້າ​ຄອງ​ແຜ່ນ​ດິນ​ອານ​ຜິງ.