ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-14 20:43:51    
ຄວາມ​ຮູ້​ກ່ຽວ​ກັບ​ການ​ດື່ມ​ນ້ຳ

cri
ທ່ານ​ອາດ​ຈະ​ຮູ້​​ແລ້ວ​ວ່າ,ນ້ຳ​ກັບ​ສຸກຂະພາບ​ຂອງ​ຄົນ​ເຣົາ​ແມ່ນ​ມີ​ການ​ພົວພັນ​ຢ່າງ​ສະໜິດ​ແໜ້ນ​ທີ່​ສຸດ,ຖ້າ​ຫາກ​ກິນ​ນ້ຳ​ໜ້ອຍ​ກໍ​ບໍ່​ສາມາດ​ສະໜອງ​ກັບ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ,​ແຕ່​ຖ້າ​ກິນ​ນ້ຳ​ບໍ່​ຖືກ​ຕ້ອງ​ຫຼືບໍ່​ເໝາະ​ສົມ​ກໍ​ຈະ​ກະທົບກະ​ເທືອ​ນ​ເຖິງ​ສຸຂະພາບ​ເຊັ່ນ​ດຽວ​ກັນ,ຕໍ່​ໄປ​ເຮົາ​ຈະ​ສະ​ເໜີ​ຄວາມ​ຮູ້​ບາງ​ຢ່າງ​ກ່ຽວ​ກັບ​ການ​ກິນ​ນ້ຳ​ສູ່​ທ່ານ​ຟັງ.

ຕາມ​ທຳ​ມະ​ດາ,ຄົນ​ເຮົາ​ແມ່ນ​ມັນ​ກິນ​ນ້ຳ​ໃນ​ຍາມ​ຢາກ,​ແຕ່​ໃນ​ຄວາມ​ຈິງ​ແລ້ວ,​ເວລາ​ຄົນ​ເຮົາ​ຮູ້ສຶກ​ຢາກ​ນ້ຳ​ນັ້ນ​ດ,ດຸນຍະ​ພາບ​ສ່ວນ​ນ້ຳ​ໃນ​ຮ່າງກາຍ​ແມ່ນ​ໄດ້​ຖືກ​ທຳລາຍ​ແລ້ວ,ຍ້ອນ​ຈຸ​ລັງ​ໃນ​ຮ່າງກາຍ​ເລີ່​ມຂາດ​ເຂີນ​ນ້ຳ,ສະ​ນັ້ນ​ສູນ​ກາງ​ປະສາດ​ຈຶ່ງ​ສົ່ງ​ສັນຍານ​ແຈ້ງ​ໃຫ້​ສົ່ງ​ນ້ຳ​ເຂົ້າ​ມາ​ຕື່ມ,ຄື​ເຮັດ​ໃຫ້​ຄົນ​ຫິວ​ນ້ຳ,​ເພາະສະ​ນັ້ນ,ຄົນ​ເຮົາ​ຈຶ່ງ​ຄວນ​ເຮັດ​ໃຫ້​ຕົນ​ມີ​ຄວາມ​ຊິນ​ເຄີຍ​ກິນນ້ຳ​ໃຫ້​ເປັນ​ເວລາ​ເພື່ອ​ສົ່ງ​ນ້ຳ​ເຂົ້າ​ໄປ​ລໍ່​ລ້ຽງ​ຮ່າງກາຍ​ຢ່າງ​ທັນ​ການ.

ນ້ຳ​ແມ່ນ​ພາກສ່ວນ​ສຳຄັນ​ໃນ​ຮ່າງກາຍ​ຂອງ​ຄົນ,​ແຕ່​ກໍ່​ຕ້ອງ​ຮັກສາ​ໃຫ້​ນ້ຳ​ຢ່າງ​ສະ​ໝ່ຳສະ​ເໝີ,​ເຈ້ຍ​ຫຸ້ມ​ຈຸ​ລັງ​ໃນຣ່າງກາຍ​ນັ້ນ​ເປັນ​ເຈ້ຍ​​ໃສ​ສີ​ມົວໆ,ສາມາດ​ໃຫ້​ນ້ຳ​ຊຶມ​ເຂົ້າ​ໄປ​ໃນ​ຈຸ​ລັງ​ໄດ້,​ຖ້າ​ກິນ​ນ້ຳ​ຫຼາຍ​ໂພດ,ນ້ຳ​ກໍ​ຈະ​ຊຶມ​ເຂົ້າ​ໄປ​ໃນ​ຈຸ​ລັງ​ແລວ້ພາ​ໃຫ້​ຈຸ​ລັງ​ຕຶງ​ຂຶ້ນ,​ເກີດ​ມີ​ທ​າດ​ເບື່ອ​ຈາກ​ນ້ຳ,ຖ້າ​ຈຸ​ລັງ​ສະໝອງ​ຫາກ​ຕຶງ​ຂຶ້ນ​ຍ້ອນນ້ຳກໍ​ຈະ​ເຮັດ​ໃຫ້​ຄວາມດັນ​ໃນ​ຂະໝອງ​ສູງ​ຂຶ້ນ,​ແລ້ວ​ຈະ​ປະກົດ​ມີ​ອາການ​ປະສາດ​ຕ່າງໆ​ເຊັ່ນ,ປວດຫົວ,ຮາກ​ອອກ,ອ່ອນ​ເພຍ,ໝາກ​ຫົວ​ໃຈ​ເຕັ້ນ​ຊ້າ,ສະຫຼົບ​ຫຼື​ເປັນ​ຊັກ​ເຫຼົ່າ​ນີ້​ເປັນ​ຕົ້ນ.

​ໃນ​ເວລາ​ເຫື່ອ​ອອກ​ຫຼາຍໆ​ນັ້ນ​ກໍ​ບໍ່​ຄວນ​ກິນ​ນ້ຳ​ຫຼາຍ​ໂພດ​ໃນ​ບາດ​ດຽວ​ດ​ໂດຍ​ສະ​ເພາະ​ແມ່ນ​ບໍ່​ຄວນ​ກິນ​ນ້ຳລ້າ​ຫຼາຍ​ໂພດ,ຖ້າ​ບໍ່​ດັ່ງ​ນັ້ນ​ຈະ​ເຮັດ​ໃຫ້​ໝາກ​ຫົວ​ໃຈ​ຮັບ​ພາລະ​ໜັກ,​ແລ້ວ​ພາ​ໃຫ້​ຫົວ​ໃຈ​ສັ່ນ,ຫັນ​ໃຈ​ບໍ່​ເຕັມ​ອີ່ມ,ອອກ​ເຫື່ອ​ໄຄ​ຄ້າວ​ແລະ​ອື່ນໆ,​ເພາະວ່າ​ຖ້າ​ອອກ​ເຫື່ອ​ຫຼາຍ​ຈະ​ພາ​ໃຫ້​ທາດ​ເກືອ​ໃນ​ຮ່າງ​ກາຍບົກ​ແຫ້ງ​ລົງ,​ແລະ​ຖ້າ​ຫາກ​ກິນນ້ຳລ້າ​ຫຼາຍ​ໂພດ​ກໍ​ຈະ​ເຮັດ​ໃຫ້​ທາດ​ເກືອ​ໃນ​ເລືອດ​ຈາງ​ລົງ​​ແລະ​ຈະ​ພາ​ໃຫ້​ອອກ​ເຫື່ອ​ຫຼາຍ​ຕື່ມ,ນ້ຳ​ເຫື່ອ​ກໍ​ຈະ​ເອົາ​ທາດ​ເກືອ​ໄຫຼ​ໄປ​ນຳ,ຍ້ອນ​ແນວ​ນັ້ນ​ຈຶ່ງ​ພາ​ໃຫ້​ຄົນຮູ້​ສຶກຫິວ​ນ້ຳ​ຢ່ງສະ​ເໝີ.ອີກ​ຢ່າງ​ໜຶ່ງ,​ໃນ​ເວລາ​ເຫື່ອ​ອອກ​ຫຼາຍ​ນັ້ນ,ສາຍ​ເລືອດ​ໃນ​ກະ​ເພາະ​ແລະ​ລຳ​ໄສ້​ກໍ​ຈະ​ຫົດ​ເຂົ້າ​ແລະ​ບໍ່​ມີ​ແຮງ​ຮັບ​ເອົາ​ນ້ຳ​ໄດ້​ໄວ,ຈຶ່ງ​ເຮັດ​ໃຫ້​ນ້ຳ​ທີ່​ກິນ​ເຂົ້າ​ໄປ​ນັ້ນ​ໄປ​ອັ່ງ​ຢູ່​ໃນ​ກະ​ເພາະ​ແລະ​ລຳ​ໄສ້,ຈຶ່ງ​ພາ​ໃຫ້​ຄົນ​ເຮົາ​ຮູ້​ສຶກຍຶ່ງທ້ອງ​ແລ້ວ​ຈະ​ພາ​ໃຫ້​ອາຫານ​ບໍ່​ຍ່ອຍ.​ເພາະສະ​ນັ້ນ,​ໃນ​ເວລາ​ອອກ​ເຫື່ອ​ຫຼາຍ​ຈຶ່ງ​ບໍ່​ຄວນ​ກິນ​ນ້ຳຫຼາຍ​ໂພດ,ຄວນ​ເອົາ​ນ້ຳ​ບ້ວນປາກ​ກ່ອນ,​ແລ້ວ​ກິນ​ນ້ຳ​ອຸ່ນ​ປົນ​ເກືອ​ສີ​ຈາງໆ​ຈັກ​ຈອກ,ຕໍ່​ໄປ​ອີກ​ບຶດໜຶ່ງ​ຈຶ່ງ​ຄ່ອຍ​ກິນ​ນ້ຳ​ຕື່ມ.

ການ​ກິນ​ນ້ຳ​ດິຍນັ້ນ​ເຖິງ​ວ່າ​ຈະ​ພາ​ໃຫ້ຫາ​ຍຫິວ​ໄດ້​ຄື​ກັນ​ກໍ່ຕາມ,​ແຕ່​ມັນ​ຈະ​ພາ​ເອົາຄວາມ​ລຳ​ຄານ​ມາສູ່​ສຸຂະພາບ​ຂອງ​ຄົນ​ເຮົາ,ນ້ຳສ້າງ​ນ້ຳ​ຫ້ວຍ​ນ້ຳ​ຮ່ອງ​ແລະ​ນ້ຳ​ປະປາ​ທີ່​ຍັງ​ທີ່​ຍັງ​ບໍ່​ທັນ​ຕົ້ມ​ສຸກ​​ເທື່ອ​ນັ້ນ,ຈັ່ງ​ໃດ​ມັນ​ກໍ​ມີ​ແມ່​ພະ​ຍາດ​ແລະ​ເຊື້ອ​ການ​ຝາກ​ປົນ​ຢູ່​ບໍ່ຫຼາຍກໍ່​ໜ້ອຍ,ສະ​ນັ້ນ,ການ​ກິນ​ນ້ຳ​ດິບ​ຈຶ່ງ​ມັກ​ພາ​ໃຫ້​ເກີດ​ລຳ​ໄລ້​ອັກ​ເສບ,ຕັບ​ອັກ​ເສບ,ທ້ອງບິດ,​ໄຂ້ທໍລະພິດ,​ໂລກ​ອະຫິວາ,​ໂລກ​ໂປ​ລິ​ໂອ,ພະຍາດ ໝາກ​ເຫຼື​ອງ​ແລະ​ພະຍາດ​ຕິດ​​ແປດ​ອື່ນໆ.

ມີ​ບາງ​ຄົນ​ນຶກ​ວ່າ,ກິນ​ນ້ຳ​ຮ້ອນໆ​ຈະ​ແກ້​ຫິວ​ໄດ້​ດີ,​ແຕ່​ຄວາມ​ຈິງ​ແລ້ວ,ການ​ກິນ​ນ້ຳ​ຮ້ອນ​ໂພດ​ຢ່າງ​ເປັນ​ປະຈຳ​ນັ້ນ​ຈະ​ເຮັດ​ໃຫ້​ໂຜ້ງ​ແກ້ມ,ຫຼອດ​ອາຫານ​ແລະ​ເຈ້ຍ​ເມືອກ​ໃນ​ກະ​ເພາະ​ອັກ​ເສບ.​ແພ​ດສາດ​ຍຸກ​ປັດຈຸບັນ​ຖື​ວ່າ​ດອາການ​ດັ່ງກ່າວ​ມັນ​ແມ່ນ​ໄລຍະ​ປະຖົມ​ທີ່​ຈະ​ກັບກາຍ​ເປັນ​ມະ​ເຮັງ,ຖ້າ​ອັກ​ເສບ​ດົນ​ຫຼາຍ,ກໍ​ອາດ​ຈະ​ພາ​ໃຫ້​ເຈ້ຍ​ເມືອກ​ປ່ຽນ​ທາດ​ກາຍ​ເປັນ​ມະ​ເຮັງ.​ສະນັ້ນ​ເພິ່ນ​ຈຶ່ງ​ເວົ້າ​ວ່າ,ການ​ກິນ​ນ້ຳຮ້ອນໂ​ພດ ແລະ​ກິນ​ອາຫານ​ຮ້ອນ​ຈົນ​ລວກ​ປາກ​ນັ້ນ​ເປັນ​ປັດ​​ໄຈ​ໜຶ່ງ​ດ້ານ​ຟິຊິກ​ທີ່​ພາ​ໃຫ້​ເປັນ​ມະ​ເຮັງ​ໃນ​ພາກສ່ວນ​ຍ່ອຍ​ອາຫານ.

ນອກ​ນີ້​ດກ່ອນ​ຈະ​ນອນ,ຖ້າ​ກິນ​ນ້ຳ​ຫຼາຍ​ໂພດ​ກໍ​ບໍ່​ດີຄື​ກັນ.​ໂດຍ​ສະ​ເພາະ​ແມ່ນ​ຜູ້​ທີ່​ມັກ​ກິນ​ນ້ຳ​ຊາ,ມັນ​ຈະ​ເຮັດ​ໃຫ້​ສະ​ມອງ​ຊື່ນ​ຂຶ້ນ,​ແລ້ວ​ຈະ​ນອນ​ບໍ່​ຫຼັບ,ຜູ້​ທີ່​ມັກ​ນອນ​ບໍ່ຫຼັບ​ນັ້ນ​ຕ້ອງ​ລະວັງ​ຂໍ້​ນີ້.

ມີຫຼາຍ​ຄົນ,ຫຼັງ​ຈາກ​ກິນ​ເຂົ້າ​ແລ້ວ​ກໍ່​ມັກ​ກິນ​ນ້ຳຈອກ​ໜຶ່ງ,​ແນວ​ນີ້​ກໍ່​ບໍ່​ຖືກຫຼັກ​ວິທະຍາສາດ​ຄື​ກັນ.​ເພາະວ່າ​ຫຼັງ​ຈາກ​ກິນ​ເຂົ້າ​ແລ້ວ,ຖ້າ​ກິນ​ນຳ້​ລົງ​ໄປ​ອີກ,ມັນ​ກໍ​ຈະ​ເອົາ​ນ້ຳ​ລົງ​ໄປ​ຜ່ານ​ນ້ຳ​ໃນ​ກະ​ເພາະ​ນັ້ນ​ໃຫ້​ຈາງ​ລົງ,​ແລ້ວ​ຈະ​ກະທົບ​ເຖິງ​ການ​ຍ່ອຍ​ອາຫານ​ແລະ​ການ​ຮັບ​ເອົາ​ອາຫານ.​ເພາະສະ​ນັ້ນ,ຫຼັງ​ຈາກ​ກີຍ​ເຂົ້າ​ແລ້ວ​ຈຶ່ງ​ບໍ່​ຄວນ​ກິນ​ນ້ຳ​ໂລດ,ດີ​ທີ່​ສຸດ​ແມ່ນ​ກິນ​ເຂົ້າ​ແລ້ວ​ຈັກ​ເຄິ່ງຊົວ​​ໂມງ​ຈຶ່ງ​ຄ່ອຍ​ກິນ​ນ້ຳ.ອັນ​ນຶ່ງ​ອີກ,ກ່ອນ​ຈະ​ກິນ​ເຂົ້າ​ໃຫ້​ກິນ​ນ້ຳ​ພໍ​ລ່ອງ​ຄໍ​ກ່ອນ​ຍິ່ງ​ດີ​ເພື່ອ​ບໍ່​ໃຫ້​ກະ​ເພາະ​ທີ່​ເປົ່າ​ຫວ່າງ​ນັ້ນ​ຖືກ​ກະ​ຕຸ້ນ​ແຮງ​ໂພດ,​ແລ້ວ​ຈະ​ເປັນ​ການ​ຊ່ອຍ​ໃຫ້​ກະ​ເພາະ​ເໜັງ​ຕີງ​​ແລະ​ຍ່ອຍ​ອາຫານ.

​ເມື່ອຕື່ນ​ນອນ​ໃນ​ຍາມ​ເຊົ້າ,ຖ້າ​ກິນ​ນ້ຳ​ຈັກ​ຈອກ​ກໍ​ຈະ​ມີ​ຜົນ​ດີ​ຕໍ່​ການ​ກັນ​ພະຍາ​ດ ລະ​ບົບໝູນວຽນ​ເຊັ່ນ​ສາຍ​ເລືອດ​ສະໝອງ​ຕັນ,ຫົວ​ໃຈ​ວາຍ​ແລະ​ອື່ນ​ໆ.​ເພາະວ່າ​ຢູ່​ໃນ​​ເລືອດ​ນັ້ນ​ມີ55%​ແມ່ນ​ວັດຖຸ​ທີ່​ເປັນ​ຮູບ​ເປັນ​ຮ່າງ​ເຊັ່ນ​ຈຸ​ລັງ​ແດງ​ເປັນ​ຕົ້ນ,​ໂານ້ຳ​ໃນ​ຮ່າງກາ​ຍບໍ່ພ​ຽງພໍ​ແລະ​ເລືອດ​ຂຸ້ນ​ໂພດ​ການ​ເດີນ​ຂອງ​ເລືອດ​ຢ່າງ​ປົກກະຕິ​ກໍ​ຈະ​ຖືກ​ກະທົບ​ກະ​ເທືອນ,​ແລ້ວ​ຈະ​ເຮັດ​ໃຫ້​ຫຼອດ​ເລືອດ​ຕັນ,ພາ​ໃຫ້​ເລືອດ​ກ້າມ,ພາ​ໃຫ້​ເປັນ​ພະ​ຍາດ​ລະ​ລົລ​ໝູນວຽນ,​ອາການ​ເຫຼົ່າ​ນີ້ມັກ​ເປັນ​ໃນ​ຕອນ​ເຊົ້າ​ຫຼັງ​ຈາກ​ຕື່ນ​ນອນ​ແລ້ວ​ພາຍ​ໃນ​3​ຊົ່ວ​ໂມງ,ສະ​ນັ້ນ​ໃນ​ຕອນ​ເຊົ້າ​ຫຼັງ​ຈາກ​ຕື່ນ​ນອນ​ແລ້ວ​ຄວນ​ກິນ​ນ້ຳ​ຈັກ​ຈອກ​ໜຶ່ງ.