ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-14 20:56:51    
ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ແລະ​ອິນ​ເດຍ​ກ່າວ​ວ່າ ຈະ​ພ້ອມ​ກັນພະ​ຍາ​ຍາມ​ເພື່ອ​ຊຸກຍູ້​​ການແກ້​ໄຂ​ບັນ​ຫາ​ເສັ້ນ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 14 ທັນວາ,ຢູ່​ກົວ​ລາ​ລຳ​ເປີ,ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກ​ລັດຖະມົນຕີຈີນ​ໄດ້​ພົບ​ປະ​ທ່ານ​ມານ​ໂມ​ຮານ.ຊີງ ນາ​ຍົກ​ລັດ​ຖະ​ມົນ​ຕີອິນ​ເດຍ.ສອງ​ຝ່າຍ​ເວົ້າ​ວ່າ,ຈະ​​ພ້ອມ​ກັນ​ພະຍາ​ຍາມເພື່ອ​ຊຸກຍູ້​ການ​ແກ້​ໄຂ​ບັນຫາ​ເສັ້ນ​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ​ບົນ​ພື້ນ​ຖານຈິດ​ໃຈ"ອະນຸສັນ​ຍາກ່ຽວ​ກັບ​ຫຼັກ​ການຊີ້​ນຳ​ທາງ​ການ​ເມືອງ​ໃນ​ການ​ແກ້​ໄຂ​ບັນຫາ​ເສັ້ນ​ຊາຍ​ແດນ"ລະຫວ່າງ​ສອງ​ປະ​ເທດ.

ທ່ານ​ເວີ່ນ​ເຈ່ຍ​ປາວ​ເວົ້າ​ວ່າ,ການ​ພົວພັນ​ລະຫວ່າງ​ຈີນ​ອິນ​ເດຍ​ໄດ້​ຮັບ​ການ​ຂະຫຍາຍຕົວ​ຢ່າງ​ຫຼວງ​ຫຼາຍນັ້ນ,​ແມ່ນໝາກ​ຜົນທີ່​ສອງ​ຝ່າຍພ້ອມ​ກັນ​ພະຍາຍາມ.ສອງ​ຝ່າຍ​ຄວນ​ປະຕິບັດ​ຕໍ່​ແລະ​ຊຳລະ​ການ​ພົວພັນລະຫວ່າງ​ສອງ​ປະ​ເທດ​ດ້ວຍ​ສາຍຕາຍຸດ​ທະ​ສາດຍາວ​ໄກ​.ຈີນ​ແລະ​ອິນ​ເດຍຄວນ​ບຸກ​ເບີກ​ຂົງ​ເຂດ​ຮ່ວມ​ມື​ທີ່​ມີ​ລັກສະນະ​ທາດ​ແທ້​ລະຫວ່າງ​ສອງ​ປະ​ເທດ​ຢ່າງຮອບດ້ານ,ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ໃຫ້​ຂະ​ຫຍາ​ຍຕົວ,​ແລະ​ທຳ​ການ​ກະກຽມ​ໃຫ້​ດີ​ເພື່ອ​ຈັດ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ທຸກ​ລາຍ​ຂອງ"ປີ​ໄມຕີ​ຈິດ​ຈີນ​ອິນ​ເດຍ"​ໃນ​ປີ 2006.