ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-14 22:12:49    
[ຖາວຢວນມິງ]

cri


ຖາວຢວນມິ​ງ​ ນັກ​ວັນນະຄະດີ​ລາ​ຊະ​ວົງ​ຕົ່ງ​ຈີ້​ນ​ແມ່ນ​ຜູ້​ລິ​ເລີ່​ມ​ແຕ່ງ​ຄຳ​ກອນ​ບ້ານ​ນາ​ຂອງ​ຈີນ.ຕະ​ຫຼອດ​ຊີ​ວິດ​ຂອງ​ທ່ານ​ພໍ​ໃຈ​ນຳ​ຄວາມ​ທຸກ​ຈົນ,​ນິ​ຍົມ​ຊົມ​ຊອບ​ທຳ​ມະ​ຊາດ,​ນິ​ໄສ​ໃຈ​ຄໍ​ທີ່​ສູງ​ສົ່ງ​ບໍ​ລິ​ສຸດ​ງ່າຍ​ດາຍ​ແລະ​ກົງ​ໄປ​ກົງ​ມາ​ຂອງ​ທ່ານ​ໄດ້​ຮັບ​ຄວາມ​ສັນ​ລະ​ເສີນ​ແລະ​ເຄົາ​ລົບ​ເຫຼື້ອມ​ໄສ​ຈາກ​ປັນຍາ​ຊົນ​ທຸກ​ສະ​ໄໝ​ຂອງ​ຈີນ​.​

ຖາວຢວນມິ​ງດຳລົງ​ຊີວິດ​​ໃນ​ສະ​ໄໝ​ລາຊະວົງ​ຕົ່ງ​ຈີ້​ນ​ໃນ​ສະ​ຕະ​ວັດ​ທີ4,​ຖາວ​ຄານ​ປູ່​ທວດ​ຂອງ​​ເພີ່ນ​ແມ່ນ​ລັດ​ຖະ​ບູ​ລູດ​ອາ​ວຸ​ໂສ​ໃນ​ການ​ສ້າງ​ຕັ້ງ​ລາ​ຊະ​ວົງ​ຕົ່ງ​ຈິ້ນ,ປູ່​ແລະ​ພໍ່​ຂອງ​ເພີ່ນ​ເຄີຍ​ເປັນ​ເຈົ້າ​ນາຍ.​ໃນ​ເວ​ລາ​ຖາວ​ຢວນ​ມີ​ງ​ອາ​ຍຸ​8​ຂວບ,​ພໍ່​ຂອງ​ເພິ່ນ​ເສຍ​ຊີ​ວິດ,​ຄອບ​ຄົວ​ນັບ​ມື້​ນັບ​ເສື່ອ​ມ​ໂຊມ​ລົງ.​ໃນ​ໄວ​ໜຸ່ມ,​ຖາວ​ຢວນມີ​ງ​ກໍ​​ເຄີຍ​ຫວັງ​ຢາກ​ມີ​ຄວາມ​ຄືບ​ໜ້າ​ບົນ​ເສັ້ນ​ທາງ​ເຈົ້າ​ນາຍ,​ແລະ​ໄດ້​ຮັບ​ຜົນ​ສຳ​ເລັດ​ດ້ານ​ການ​ເມືອງ.​ແຕ່​ວ່າ,​ສະ​ໄໝ​ລາ​ຊະ​ວົງ​ຕົ່ງ​ຈີ້ນ​ແມ່ນ​ສະ​ໄໝ​ທີ່​ປັ່ນ​ປ່ວນ​ວຸ້ນ​ວາຍ, ​ການ​ຕໍ່​ສູ້​ໃນ​ພະ​ບໍລົມ​ມະ​ວົງ​ສາ​ນຸ​ວົງ​ໄດ້​ເກີດ​ຂຶ້ນ​ເລື້ອຍໆ,​ລາ​ຊະ​ສຳ​ລັກ​ເສຍ​ທາດ​ຂາດ​ຄຸນ.​ຖາວ​ຢວນ​ມີ​ງ​ທີ່​ມີ​ນິ​ໄສ​ຈິງ​ຈັງ​ບໍ​ລິ​ສຸດ​ເມື່ອ​ໄດ້​ເປັນ​ເຈົ້າ​ນາຍ​ເທື່ອ​ທຳ​ອິດ​ໃນ​ຄາວ​ອາ​ຍຸ​ຂອງ​ປີ​ບໍ່​ດົນ​ກໍ​ອົດ​ທົນ​ຕໍ່​ຄວາມ​ເສຍ​ທາດ​ຂາດ​ຄຸນ​ແລະ​ຄວາມ​ຊຸດ​ໂຊມ​ເປື່ອຍ​ເນົ່າ​ໃນ​ວົງ​ລາ​ຊະ​ການ​ບໍ່​ໄດ້,​ເລີຍ​ລາ​ອອກ​ຈາກ​ໜ້າ​ທີ່​ຕຳ​ແໜ່​ງ​ເມືອ​ບ້ານ​ແລ້ວ.

ພາຍຫຼັງມາ, ຖາວຢວນມີງນັບມື້ນັບທຸກຍາກ.​ເພີ່ນ​ເຮັດ​ໄຮ່​ໄຖ​ນາ​ກໍ​ບໍ່​ສາ​ມາດ​ລ້ຽງ​ຄອບ​ຄົວ​ໄດ້.​ໃນ​ຄາວ​​ອາ​ຍຸ​41​ປີ,​ເພີ່ນ​ຈຳ​ເປັນ​ຕ້ອງຊອກ​ຫາວຽກ​​ເຮັດ​ໃນ​ອົງ ການ​ປົກ​ຄອງ​ທ້ອງ​ຖິ່ນ​ອີກ,​ໄດ້​ເປັນ​ເຈົ້າ​ເມືອງ​​ເພີງ​ເຈີ.ມີ​ມື້ໜຶ່ງ,ຂັ້ນ​ເທິງ​ໄດ້​ແຕ່ງ​ເຈົ້າ​ນາຍ​ຜູ້​ໜຶ່ງ​ໄປ​ກວດ​ການ​ເມືອງ​ເພິ່ງ​ເຈີ,​​ເຈົ້າ​ນາຍ​ຜູ້​ນີ້​ເປັນ​ຄົນ​ຂີ້​ຄຸຍ​ແລະ​ຈອງ​ຫອງ, ລາວ​ຫາ​ກໍ່​ເຂົ້າ​ແດນ​ເມືອງ​ເພິ່ງ​ເຈີ,​ກໍ​ແຕ່ງ​ຄົນ​​ໄປ​ເອີ້ນ​ເຈົ້າ​ເມືອງມາຮັບ​ຕ້ອນ​ເຂົາ. ຕາມທຳ​ມະ​ດາ​, ຖາວ​ຢວນມີ​ງ​ເບິ່ງ​ຂ້າມ​ຍົດ​ຖາ​ບັນ​ດາ​ສັກ​ແລະ​ເສດ​ຖີ​ກະ​ດຸມ​ພີ, ບໍ່​ຍອມ​ປະ​ຈົບ​ປະ​ແຈງ​ເອື່ອຍ​ອີງ​ຜູ່​ມີ​ອິດ​ທິພົນ,​ທັງ​ດູ​ຖູ​ກຄົນ​ເຫຼົ່າ​ນີ້, ​ແຕ່​ກໍ​ຈຳ​ເປັນ​ຕ້ອງ​ໄປ​ຮັບ. ລູກຂຸນຂອງ​ເມືອງ​ບອກ​ຖາວຢວນມິ​ງວ່າ,​ໄປ​ພົບ​ເຈົ້າ​ນາຍ​ຕ້ອງ​ນຸ່ງ​ຊຸດ​ລາດຊະ​ການ, ຖ້າ​ທ່ານ​ນຸ່ງ​ຊຸດ​ທຳ​ມະ​ດາ​ໄປພົບເພີ່ນ, ​ເພີ່ນ​ຈະ​ສວຍ​ໂອກາດຈັບຜິດ​ທ່ານ. ຖາວ​ຢວນມິ​ງ​ຟັງ​ແລ້ວ, ອົດທົນ​ບໍ່​ໄດ້ອີກ, ຫາຍ​ໃຈ​ຍາວ​ໆ​ບາດ​ໜຶ່ງ​ແລ້ວ​ເວົ້າວ່າ,​"ຂ້ອຍ​ບໍ່​ຮ່ອນ​ຕະໝອບ​ຂອບ​ຄານ​ຕ່ຳ​ຊ້າ​ແນວ​ນີ້​ເພື່ອ​ເງິນ​ເດືອນ​ລາຊະການ​ທີ່​ຊື້​ເຂົ້າສານ​ໄດ້​ພຽງ​5​ຕວຍ​ເທົ່າ​ນັ້ນ​".​ເວົ້າ​ແລ້ວ,​ເພີ່ນ​ຫໍ່​ກາຈ້ຳ​​ໃຫ້​ດີ, ​ແລ້ວລາ​ອອກຈາກ​ຕຳ​ແໜ່​ງ. ​ເວລາ​ນີ້,​ຖາວຢວນມິ​ງ​ເປັນ​ເຈົ້າ​ເມືອງ​ພຽງ​ 80 ກວ່າ​ມື້​ທໍ່​ນັ້ນ.​ເລື່ອງ​"ບໍ່​ກົ້ມ​ຫົວ​ລົງ​ເພື່ອ​ເຂົ້າ 5 ຕວຍ"​ກໍ​ຖືກ​​ເລົ່າ​ລື​ກັນ​ໄປ​ໃນ​ພາຍ​ຫລັງ,​ ມີ​ປັນ​ຍາ​ຊົນ​ຫລາຍໆ​ຄົນ​ໄດ້​ເອົາ​ຄຳ​ເວົ້າດັ່ງກ່າວ​ມາ​ສະ​ແດງ​ໃຫ້​ເຫັນ​ວ່າ, ຕົນ​ເອງ​​ເບິ່ງ​ຂ້າມ​ອຳ​ນາດ​ອິດ​ທິ​ພົນ, ມີ​ນິ​ໃສ​ບໍ​ລິ​ສຸດ​ຜຸດ​ຜ່ອງ.

ຫລັງຈາກ​ນັ້ນ, ​ຖາວ​ຢວນມີ​ງ​ໄດ້​ດຳລົງ​ຊີວິດ​​​ແບບ​ເກັບ​ຕົວ​ດ້ວຍ​ການເຮັດ​ໄຮ່​ເຮັດ​ນາ.​ໃນ​ກາບ​ກອນ​ລູກ​ທົ່ງ​ທີ່​ມີ​ຊື່​ສຽງ​ຂອງ​ເພີ່ນ​ທີ່​ຊື່ວ່າ"ກັບ​​ໄປ​ດຳລົງ​ຊີວິດ​ຢູ່ນາ​ສວນ" ​ໄດ້​ລະ​ບາຍ​ອາ​ລົມ​ມ່ວນ​ຊື່ນ​ທີ່​ລາ​ອອກ​ຈາກ​ລັດຊະການ, ກັບ​ຄືນ​ສູ່ຊີວິດ​ນາ​ສວນ.

ໃນເວລາ​ຖາວຢວນມິ​ງອາຍຸ 44 ປີ, ​​ເຮືອນ​ຂອງ​​ເພີ່ນ​ຖືກ​ໄຟ​ໄໝ້​ແຮງ​ຢ່າງ​ບໍ່​ເປັ​ນ​ຈັ່ງ​ບຸນ.​ຊີ​ວິດ​ການ​ເປັນ​ຢູ່ຍິ່ງ​ທຸກ​ຍາກ​ກວ່າ​ເກົ່າ.​ ​ແຕ່​ໃນ​ໄລຍະ​ນີ້​ພັດ​ແມ່ນ​ໄລ​ຍະ​ທີ່​ໄດ້​ແຕ່ງ​ບົດ​ຢ່າງ​ຫລວງ​ຫລາຍ, ​ເພີ່ນ​ໄດ້​ແຕ່ງ​ຄຳ​ກອນນາ​ສວນ​ຢ່າງ​ຫລວງ​ຫລາຍ. ​ໃນ​ຄຳ​ກອນ​ຂອງ​ເພີ່ນ, ​ຊີ​ວິດ​ຊົນ​ນະ​ບົດ​ແລະ​ທິວ​ທັດ​ນາສວນ​ໄດ້​ຖືກ​ຖື​ເປັນ​​ເປົ້າ​ໝາຍ​ສຸມ​ທອນ​ສາດ​ສຳ​ຄັນ​ເທື່ອ​ທຳ​ອິດ​.ຊີ​ວິດ​ນາ​ສວນ​ທີ່​​ສັງຄົມ ຊັ້ນ​ເທິງ ​ບໍ່​ເອົາ​ໃຈ​ໃສ່​ນັ້ນ​ໃນ​ຄຳ​ກອນ​ຂອງ​ເພິ່ນ​ພັດ​ຖືກ​ວາດ​ພາບ​ຢ່າງ​ສວຍ​ງາມ​ທີ່​ສຸດ​,ກາຍ​ເປັນ​ບ່ອນ​ຫຼີກ​ໄພ​ດ້ານ​ຈິດ​ໃຈ​ໃນ​ໂລກ​ຕົວ​ຈິງ​ທີ່​ເຈັບ​ແສບ.

ຊີວິດ​ໄວ​ຊະລາ​ຂອງ​ຖາວ​ຢວນມີ​ງ​ແມ່ນທຸກ​ຈົນ​ແລະຫງ່ວມ​ເຫງົາ,​ລາງ​ເທື່ອ​ເພີ່ນ​ຈົນ​ກະ​ທັ້ງ​ອາ​ໄສ​ການ​ຂໍ​ທານ​ແລະ​ ​ຢືມ​ເຂົ້າມາ​ກິນ.ແຕ່​ໃນ​ເວລາ​ທຸກ​ຍາກ​ທີ່​ສຸດ,​ເພີ່ນ​ກໍ​ຍັງ​ປະ​ຕິ​ເສດ​ຄວາມ​ຮຽກຮ້ອງ​ຂອງ​ລາຊະ​ສຳນັກ​ອີກ​ເທື່ອ​ໜຶ່ງ, ຫຼົບຫຼີກການ​ເມືອງ​ແລະ​ວົງ​ລັດ​ຊະ​ການ. ​ໃນ​ໄວ​ຊະ​ລາ, ​ຖາວ​ຢວນມີ​ງ​ໄດ້​ແຕ່ງ​ບົດ​ຮ້ອຍ​ແກ້ວ​ທີ່ລື​ຊື່​ເລື່ອງ "ທາວ​ຮວາ​ຢວນ​ຈີ້​ປິ້ງ​ຊື" ​ແປ​ວ່າ "ບົດ​ບັນ​ທືກ​​ແລະ​ກອນ​ ສວນ​ດອກໝາກ​ຄາຍ". ​ໄດ້​​ເລົ່າ​​ເລື່ອງ​ຊາວ​ຫາ​ປາ​ຜູ່​ໜຶ່ງ​ຫຼົງ​​ເຂົ້າ​ໄປ​ສວນ​ດອກ​ໝາກ​ຄາຍ, ​ປະ​ກົ​ດ​ເຫັນວ່າ, ​ຢູ່​​ແຫ່ງ​ນີ້ມີ​ຄົນ​ໝູ່​ໜຶ່ງ​ດຳ​ລົງ​ຊີ​ວິດ​ຢູ່​ເພື່ອ​ຫຼີກ​​ໄພ​ສົງ​ຄາມ, ບັນ​ພະ​ບູ​ລຸດ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້ມາ​ລີ້​ຊ່ອນ​ຢູ່​ໃນ​ສວນ​ດອກ​ໝາກ​ຄາຍ, ທຸກ​ເຊັ່ນ​ຄົນ​​ເລີຍ​ບໍ່​​ໄດ້​ອອກ​ຈາກ​ແຫ່ງ​ນີ້​ໄປ​ຈັດ​ເທື່ອ.​ຄົນ​ເຫຼົ່າ​ນີ້​ບໍ່​ຮູ້​ເລື່ອງ​ໂລກ​ພາຍ​ນອກ,​ເປັນ​ຄົນ​ໄຮ້​ດຽງ​ສາ​ແລະ​ຊື່​ສັດ,​ອອກ​ແຮງ​ງານ​ຢ່າງ​ດຸ​ໝັ່ນ​ຂະ​ຫຍັນ​ພຽນ,​ດຳ​ລົງ​ຊີ​ວິດ​ຢ່າງ​ສະ​ໜຸກ​ສຸກ​ສະ​ໜາມ.​ບົດ​ຮ້ອຍ​ແກ້ວ"ບັນທຶກ​ສວນ​ດອກ​ໝາກ​ຄາຍ"​ເປັນ​ຈິນ​ຕະ​ນາ​ການ​ທີ່​ສວຍ​ງາມ​ຊະ​ນິດ​ໜຶ່ງ,​ໄດ້​ເປັນ​ຕົວ​ແທນ​ໃຫ້​ແກ່​ຄວາມ​ປາຖະໜາ​ຫາ​ຕໍ່​ສັງ​ຄົມ​ທີ່​ສະ​ຫງົບ​ຂອງ​ມວນ​ຊົນ​ໃນ​ສະ​​ໄໝ​ເສິກ​ສົງຄາມ.​ເຖິງ​ວ່າ​ສັງຄົມ​ເພີ້​ຝັນ​ດັ່ງກ່າວ​ບໍ່​ສາມາດ​ປະ​ກົດ​ເປັນ​ຈິງ​ໄດ້​ກໍ​ຕາມ,​ແຕ່​ອຸ​ດົມ​ຄະ​ຕິ​ອັນ​ສະຫວ່າງ​ສະ​ໄຫວ​ທີ່​ສະ​ແດງ​ອອກ​ຢູ່​ໃນ​ບົດ​ຮ້ອຍ​ແກ້ວ​ບົດ​ນີ້​ພ້ອມ​ດ້ວຍ​ສຳ​ນວນ​ທີ່​ຄອງ​ຫູ​ຂອງ​ຜູ່​ແຕ່ງ​ໄດ້​ເຮັດ​ໃຫ້​ບົດ​ນີ້​ມີ​ສະ​ເໜ​ຊົ່ວ​ນິ​ລັນ​ດອນ.​ສະ​ນັ້ນ,​ໃນ​ພາສາ​ຈີນ​ຄຳ​ວ່າ​"ທາວ​ຢວນ"​ແປ​ວ່າ"ສວນ​ດອກ​ໝາກ​ຄາຍ"ກໍ​ຄື​ກັນ​ກັບ​ຄຳ​ວ່າ​ບູ​ໂທ​ເພຍ,​ກາຍ​ເປັນ​ສັບ​ແທນ​ນາມ​ຂອງ​ສັງ​ຄົມ​ທີ່​ດີ​ງາມ,​ກາບ​ກອນ​ທີ່​ໃຊ້​ຄຳ​ວ່າ"​ທາວ​ຢວນ"​ເປັນ​ຫົວ​ຂໍ້​ນັ້ນ​ກໍ​ມີ​ຫຼາຍ​ຂຶ້ນ​ເລື້ອຍໆ.