ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-15 11:34:06    
ສປປລາວຈະຈັດ​ການ​ເຄື່ອນ​ໄຫວ​ຕ່າງໆ​ສະ​ຫລອງ​ບຸນ​ວັນ​ຊາດ​ຄົບ​ຮອບ​ 30 ​ປີ(ສຽງ)

cri Author: mo


ມື້​ອື່ນ​ແມ່ນ​ວັນ​ທີ2​ທັນວາ​ ບຸນວັນຊາດ​ຂອງ​ລາວ​ຄົບຮອບ30​ປີ, ​ເນື່ອງ​ໃນ​ໂອກາດ​ບຸນວັນຊາດ​ໃກ້​ຈະ​ວຽນມາ​ເຖິງ, ນັກ​ຂ່າວ​ວິທະຍຸ​ພວກ​ເຮົາ​ໄດ້​ເຂົ້າສຳພາດ​ທ່ານ​ວິຈິດ ຊິນ​ດາ​ວົງ ​ເອກ​ອັກຄະ​ລັດຖະທູດ​ລາວ​ປະຈຳ​ຈີນ, ກ່ອນ​ອື່ນ, ທ່ານ​ທູດ​ໄດ້​ແນະນຳ​ການເຄື່ອນໄຫວສະຫລອງ​ຕ່າງໆ​ທີ່​​ຈະ​ຈັດ​ຂຶ້ນ​ໃນ​ຍາມ​ບຸນວັນຊາດ.

ແຕ່​ສປປລາວ​ສ້າງ​ຕັ້ງ​ຂຶ້ນ30​ປີ​ມາ​ນີ້, ​ເສດຖະກິດ​ແລະ​ສັງຄົມ​ຂອງ​ລາວ​ໄດ້ມີ​ການ​ກ້າວໜ້າ​ຢ່າງ​​ໃຫຍ່​ຫຼວງ, ຖານະ​ສາກົນຂອງລາວກໍ​ໄດ້​ຍົກ​ສູງ​ຂຶ້ນ​ຕື່ມອີກ, ທ່ານ​ວິຈິດ​ກ່າວ​ວ່າ:
​​
ເນື່ອງ​ໃນ​ໂອກາດ​ສະຫລອງວັນຊາດ​ລາວ​ຄົບຮອບ30​ປີ, ທ່າ​ນວິຈິດ ຊິນດາວົງ ເອກອັກຄະລັດຖະທູດລາວປະຈຳຈີນ​ຫວັງ​​ຜ່ານ​ຈາ​ກຄື້ນວິທະຍຸ​ພວກເຮົາສົ່ງ​ຄວາມ​ອວຍພອນ​ອັນ​ຈິງ​ໃຈ​ຂອງ​ທ່ານ​ມາຍັງ​ຜູ້​ຟັງ​ທັງຫຼາຍ.

ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ໃນໂອກາດນີ້, ຂ້າພະ​ເຈົ້າ​ຂໍ​ຕາງໜ້າ​ເພື່ອນຮ່ວມງານ​ທຸກ​ຄົນໃນ​ວິທະຍຸ​ພວກ​ເຮົາ​ອວຍພອນ​ໃຫ້ເພື່ອນ​ທັງຫຼາຍ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ຄອບຄົວ​ມີ​ຄວາມສຸກ​ແລະ​ອວຍພອນ​ໃຫ້​ລາວ​ຈົ່ງນັບ​ມື້​ນັບຈະເລີນຮຸ່ງເຮືອງ.