ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-15 11:37:20    
​ທ່ານ​ອານ​ນານ​ຮຽກ​ຮ້ອງ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ອີ​ຣັກ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ສະ​ພາ​ຢ່າງ​ຂະ​ຫຍັນ​ຫ້າວ​ຫັນ

cri Author: zhangshuo
ຕາມ​ຂ່າວCRI:ວັນ​ທີ14​ທັນວາ,ທ່ານ​ອານ​ນານ ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ອອກ​ຖະ​ແຫຼງ​ການ,​ກ່າວ​ລື້ມ​ວ່າ,​ສະ​ຫະ​ປະ​ຊາ​ຊາດ​ສະ​ໜັບ​ສະ​ໜູນ​ຂະ​ບວນ​ວິ​ວັດ​ການ​ເມືອງ​ຂອງ​ອີ​ຣັກ,​ແລະ​ຮຽກ​ຮ້ອງ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ອີ​ຣັກ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ສະ​ພາ​ອີ​ຣັກ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້​ຢ່າງ​ຂະ​ຫຍັນ​ຫ້າວ​ຫັນ.

​ໃນ​ຖະ​ແຫຼງ​ການ,​ທ່ານ​ອານ​ນານ​ເວົ້າ​ວ່າ,​ຄຽງ​ຄູ່​ກັບ​ວັນ​ເລືອກ​ຕັ້ງ​ຈະ​ວຽນ​ມາ​ເຖິງ,​ປະ​ຊາ​ຊົນ​ອີ​ຣັກ​ຈະ​ປະ​ສົບ​ໂອ​ກາດ​ຄັ້ງ​ປະ​ຫວັດ​ສາດ​ອີກ​ຄັ້ງ​ໜຶ່ງ​ທີ່​ຈະ​ໄດ້​ເລືອກ​ຕັ້ງ​ຜູ້​ນຳ​ຂອງ​ຕົນ​ແລະ​ປັບປຸງ​ອະນາຄົດ​​ແຫ່ງ​ຊາດ​ດ້ວຍ​ວິທີ​ປະ​ຊາ​ທິ​ປະ​ໄຕ.​ທ່ານ​ອານ​ນານ​ສົ່ງ​ເສີມ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທັງ​ໝົດ​ຂອງ​ອີ​ຣັກ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ,​ປະ​ຕິ​ບັດ​ສິດ​ປະ​ຊາ​ທິ​ປະ​ໄຕ​ຂອງ​ຕົນ,​ສະ​ແດງ​ຄວາມ​ປາ​ຖະ​ໜາ​ທີ່​ຢາກ​ມີ​ສັນ​ຕິ​ພາບ​ແລະ​​ໃຫ້​ຊາດ​ປອງ​ດອງ​ກັນ,​ພ້ອມ​ກັນ​ນັ້ນ​ກໍ​ຮຽກ​ຮ້ອງ​ປະ​ຊາ​ຊົນ​ອີ​ຣັກ​ຢ່າ​ໃຊ້​ກຳລັງ​ຮຸນ​ແຮງ​ຫຼື​ການ​ກະ​ທຳ​ໃດໆ​ທີ່​ກະ​ທົບ​ກະ​ເທືອນ​ຂະ​ບວນ​ວິ​ວັດ​ປະ​ຊາ​ທິ​ປະ​ໄຕ​ຂອງ​ອີຣັກ.

​ໃນ​ຕອນສຸດ​ທ້າຍ,ຖະ​ແຫຼງການ​ກ່າວ​ເນັ້ນວ່າ,ກຳລັງ​ທີ່​ຊຸກຍູ້​ປະ​ຫວັດ​ສັດ​ອີ​ຣັກ​ກ້າວ​ໄປ​ໜ້າ​ໃນ​ທີ່​ສຸດ​ນັ້ນ​ແມ່ນ​ປະ​ຊາ​ຊົນ​ອີ​ຣັກ.​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈະ​ສະ​ໜັບ​ສະ​ໜູນ​ອີ​ຣັກ​ຊຸກ​ຍູ້​ຂະ​ບວນ​ວິ​ວັດ​ການ​ເມືອງ​ຄື​ແຕ່​ເກົ່າ​ເມືອ​ຫຼັງ ​.