ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-15 11:47:03    
ກອງ​ຕຳ​ຫຼວດ​ຈີນ​ຮັກ​ສາ​ສັນ​ຕິ​ພາບ​ຢູ່​ຮາຍ​ຕີ​ກອງ​ທີ​ສອງ​ກັບ​ຄືນ​ປະ​ເທດ

cri Author: zhangshuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ14​ທັນວາ,ກອງ​ຕຳຫຼວດຈີນຮັກສາ​ສັນຕິພາບ​ປ້ອງ​ກັນ​ກຳລັງ​ຮຸນ​ແຮງ​ຢູ່​ຮາ​ຍຕີ​​ກອງ​ທີ​ສອງ​ໄດ້​ກັບ​ຄືນ​ເມືອງ​ກວາງ​ໂຈ່​ວຂອງ​ຈີນ.

ກອງ​ຕຳຫຼວດຮັກສາ​ສັນຕິພາບ​ປ້ອງ​ກັນ​ກຳລັງ​ຮຸນ​ແຮງ​ກອງ​ນີ້ລວມມີ125​ຄົນ ​ເຊິ່ງ​ປະ​ກອບ​ດ້ວຍ​ຕຳ​ຫຼວດ​ພິ​ເສດ ຕຳ​ຫຼວດ​ລາດ​ຕະ​ເວນ ຕຳ​ຫຼວດ​ປ້ອງ​ກັນ​ກຳລັງ​ຮຸນ​ແຮງ​ແລະ​ພະ​ລາ​ທິ​ການ​ເປັນ​ຕົ້ນ.​ໃນ​ໄລຍະ8​ເດືອນ​ທີ່​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ​ຢູ່​ຮາ​ຍຕີ,ກອງ​ປ້ອງ​ກັນ​ກຳ​ລັງ​ຮຸນ​ແຮງ​ໄດ້​ຫາບ​ແບກ​ໜ້າ​ທີ່​ຕ່າງໆ ​ເຊັ່ນ​ເຝົ້າ​ຮັກ​ສາ​ຢູ່​ບ່ອນ​ທີ່​ມີ​ຄວາມ​ອັນ​ຕະ​ລາຍ​ສູງ​ເຊັ່ນ​ປອກ​ໂຕ​ແປຼງ ຊອກ​ຈັບ​ຜູ້​ຕ້ອງ​ຫາ​ແລະ​ກອບ​ກູ້​ຕົວ​ປະກັນ ​ເຝົ້າ​ຮັກ​ສາ​ສະ​ຖານ​ທີ່​ສຳ​ຄັນ​ແລະ​ລາດຕະ​ເວນ​ເປັນຕົ້ນ.​ໃນ​ເດືອນ​ສິງຫາ​ປີ​ນີ້,ສະ​ຫະ​ປະ​ຊາ​ຊາດ​ໄດ້​ມອບ​ຫຼຽນສັນ​ຕິພາບ​ໃຫ້ສະມາຊິກ​ທຸກ​ຄົນ​ຂອງ​ກອງ​ປ້ອງ​ກັນ​ກຳລັງ​ຮຸນ​ແຮງກອງ​ນີ້.

ກ່ອນ​ໜ້າ​ນີ້,ກອງ​ຕຳຫຼວດຈີນຮັກສາ​ສັນຕິພາບ​ປ້ອງ​ກັນ​ກຳລັງ​ຮຸນ​ແຮງ​ກອງ​ທີ​ສາມ​ໄດ້​​ເດີນ ທາງ​ໄປ​ຮອດ​ເຂດ​ປະຕິບັດ​ໜ້າ​ທີ່ຢູ່​ຮາ​ຍຕີ.