|
 |
(GMT+08:00)
2005-12-15 18:19:14
|
ທາງດ່ວນແຕ່ຈີນໄປຫາອາຊຽນເສັ້ນທຳອິດຈະແລ່ນລົດຕະຫຼອດສາຍໃນໄວໆນີ້
cri
ຕາມຂ່າວສານຊິນຮວາ, ທາງດ່ວນແຕ່ຈີນໄປຫາອາຊຽນເສັ້ນທຳອິດຈະແລ່ນລົດຕະຫຼອດສາຍໃນໄວໆນີ້.ເມື່ອຮອດເວລານັ້ນ,ການແລ່ນລົດແຕ່ນະຄອນນານນິ່ງເຂດກວາງຊີຈີນຮອດຊາຍແດນຈີນຫວຽດນາມຈະໃຊ້ເວລາໜ້ອຍລົງເຄິ່ງໜຶ່ງເປັນຢ່າງໜ້ອຍ,ຕົ້ນທຶນການຂົນສົ່ງກໍຈະຫຼຸດໜ້ອຍລົງ.
ຫວ່າງມໍ່ໆນີ້,ນັກຂ່າວໄດ້ຊາບຈາກພະແນກຄຸ້ມຄອງທາງດ່ວນຂອງເຂດກວາງຊີວ່າ,ຄຽງຄູ່ກັບອຸມໂມງດ່ານມິດຕະພາບໄດ້ສ້າງສຳເລັດຢ່າງສະດວກໃນຫວ່າງມໍ່ໆນີ້,ອຸປະສັກສຸດທ້າຍຂອງທາງດ່ວນແຕ່ນະຄອນນານນິງເຂດກວາງຊີໄປຮອດດ່ານມິດຕະພາບຄືທາງດ່ວນນານໂຢເຊິ່ງເປັນທາງດ່ວນໄປຫາອາຊຽນເສັ້ນທຳອິດຂອງຈີນໄດ້ກຳຈັດແລ້ວ.
ຕາມໄດ້ຊາບ,ທາງດ່ວນນານໂຢຍາວປະມານ180ກິໂລແມັດ,ຍອດມູນຄ່າການລົງທຶນລື່ນກາຍ3ຕື້700ລ້ານຢວນ.
|
|
|