ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-15 18:19:41    
ຈີນ​ແລະ​ມາ​ເລ​ເຊຍ​ອອກ​ປະ​ກາດ​ແຈ້ງ​ການ​ຮ່ວມ

cri
ຕາມ​ຂ່າວCRI,ວັນ​ທີ15​ທັນວາ,ຢູ່​ທີ່​ກົວ​ລາ​ລຳ​ເປີ,ຈີນ​ແລະມາ​ເລ​ເຊຍ​ໄດ້​ອອກ​ປະ​ກາດ​ແຈ້ງ​ການ​ຮ່ວມ,ວາງ​ແຜນຮອບດ້ານ​ກ່ຽວ​ກັບ​ການລົງ​ເລິກການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ສອງ​ປະ​ເທດ.

ຕາມ​ປະກາດ​ແຈ້ງ​ການ,ກະຊວງ​ການ​ຕ່າງປະ​ເທດ​ຂອງ​ຈີນ​ແລະ​ມາ​ເລ​ເຊຍ​ຈະ​ວາງ​ແຜນ​ການ​ດຳ​ເນີນ​ງານ​ກ່ຽວ​ກັບການ​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຈີນມາ​ເລ​ເຊຍ,ສອງ​ຝ່າຍ​ຈະ​ເລີ່​ມ​ໃຊ້​ກົນ​ໄກ​ປຶກ​ສາ​ຫາລື​ວຽກ​ງານ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຈີນ​ມ​າ​ເລ​ເຊຍ​ພາຍ​ໃຕ້​ຂອບ​ບົດ​ບັນ​ທຶກ​ຊ່ອຍ​ຈຳ​ຄວາມ​ເຂົ້າ​ໃຈ​ກັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ວຽກ​ງານ​ປ້ອງ​ກັນ​ໂດຍ​ໄວ,​ແລະ​ຕັ້ງ​ໜ້າ​ປຶກ​ສາ​ຫາລື​ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ຂອງ​ຊ່ອງ​ແຄບ​ມາ​ລັກ​ກາ,ສອງ​ຝ່າຍ​ຈະ​ສືບ​ຕໍ່​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂດ​ທະ​ເລ​ຈີນ​ໃຕ້.

ປະກາດ​ແຈ້ງ​ການ​ຍັງ​ຊີ້​ອອກ​ວ່າ,ສອງ​ຝ່າຍ​ຈະ​ເພີ່ມ​ທະວີ​ກົນ​ໄກ​ປຶກ​ສາ​ຫາລື​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຕ່າງປະ​ເທດ,​ເສດຖະກິດ​ການ​ຄ້າ​ແລະ​ວິ​ທະ​ຍາ​ສາດ​ເຕັກ​ນິກ,​ຕັ້ງ​ໜ້າ​ຊຸກ​ຍູ້​ຂະ​ບວນ​ວິ​ວັດ​ການ​ຄ້າ​ການ​ລົງທຶນ​ຫັນ​ເປັນ​ແບບ​ເສລີ​ແລະ​ສະ​ດວກ,​ດຳ​ເນີນ​ການ​ຄົ້ນ​ຄວ້າ​ຄວາມ​​ເປັນ​ໄປ​ໄດ້​ກ່ຽວ​ກັບ​ການ​ຫາລື​ແລະ​ເຊັນ​ສັນຍາ​ການ​ພົວ​ພັນ​ຄູ່​ຂາ​ເສດ​ຖະ​ກິດ​ອັນ​ແໜ້ນ​ແຟ້ນ​ລະ​ຫວ່າງ​ຈີນ​ກັບ​ມາ​ເລ​ເຊຍ.​ໃນ​ປະ​ກາດ​ແຈ້ງ​ການ,​ສອງ​ຝ່າຍ​ຍັງ​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ສອງ​ປະ​ເທດ​ຮ່ວມ​ກັນ​ຈັດການ​ເຄື່ອນ​ໄຫວ​ລະ​ລຶກ​ທ່ານ​ເຈິ້ງ​​ເຮີ​ເດີນ​ທະ​ເລ​ຄົບ​ຮອບ​600​ປີ,​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຕື່ມ​ອີກ.