ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-16 11:29:50    
ເຈົ້າ​ໜ້າ​ທີ່​ສຳ​ນັກ​ງານ​ແຜນ​ການ​ທັນ​ຍາ​ຫານ​ໂລກ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ​ ຈີນ​ພວມ​ກາຍ​ເປັນ​ປະ​ເທດ​ບໍ​ລິ​ຈາກ​ທີ່​ສຳ​ຄັນ​ເທື່ອ​ລະ​ກ້າວ

cri
ຕາມ​ຂ່າວ​ສານ​ຊິນ​ຮວາ,​ທ່ານ​ເຈມສ​ໂມຣິສ ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ສຳ​ນັກ​ງານ​ແຜນ​ການ​ທັນ​ຍາ​ຫານ​ໂລກ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ,​ປີນີ້,​ການ​ບໍ​ລິ​ຈາກ​ຄວາມ​ຊ່ວຍ​ເຫຼືອ​ຂອງ​ຈີນ​ຕໍ່​ສຳ​ນັກ​ງານ​ແຜນ​ການ​ທັນ​ຍາ​ຫານ​ໂລກ​ໄດ້​ເພີ່ມ​ຂຶ້ນ​40%,​ຈີນ​ພວກ​ກາຍ​ເປັນ​ປະ​ເທດ​ບໍ​ລິ​ຈາກ​ທີ່​ສຳ​ຄັນ​ເທື່ອ​ລະ​ກ້າວ.

ໃນ​ງານ​ລາ​ຕີ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ຕອນ​ຄ່ຳ​ວັນ​ທີ15​ທັນວາ,​ທ່ານ​ໂມຣິສ​ກ່າວ​ວ່າ,​ຈີນ​ພວມ​ເພີ່ມ​ທະ​ວີ​ຄວາມ​ສະ​ໜັບ​ສະ​ໜູນ​ສຳ​ນັກ​ງານ​ແຜນ​ການ​ທັນ​ຍາ​ຫານ​ໂລກ​ເທື່ອ​ລະ​ກ້າວ.ພາຍ​ຫຼັງ​ໄພ​ຄື້ນ​ຊູ​ນາ​ມີ​ມະຫາ​ສະ​ໝຸດ​ອິນ​ເດຍ​ເກີດ​ຂຶ້ນ​ໃນ​ປີ2004​ແລ້ວ, ລັດຖະ​ບານ​ຈີນ​ໄດ້​ສະ​ໜອງ​ອາ​ຫານ​ຊ່ວຍ​ເຫຼືອ​ທີ່​ເປັນ​ມູນ​ຄ່າ​ໜຶ່ງ​ລ້ານ​ໂດ​ລາ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ເຂດ​ປະ​ສົບ​ໄພ​ໂດຍ​ຜ່ານ​ສຳນັກ​ງານ​ແຜນ​ການ​ທັນ​ຍາ​ຫານ​ໂລກ.​ຕາມ​ສະ​ຖິ​ຕິ,​ຮອດ​ເດືອນ​ເມສາ​ປີ2005,​ຈີນ​ໄດ້​ບໍລິ​ຈາກ​ເງິນ​ໃຫ້​ສຳ​ນັກ​ງານ​ແຜນ​ການ​ທັນ​ຍາ​ຫານ​ໂລກ​ລວມ​5​ລ້ານ​ໂດ​ລາ​ແລ້ວ.

ມື້​ດຽວ​ກັນ,ສຳ​ນັກ​ງານ​ແຜນ​ການ​ທັນ​ຍາ​ຫານ​ໂລກ​ແຫ່ງ​ສະ​ຫະ​ປະຊາ​ຊາດ​ຍັງ​ປະ​ກາດ​ວ່າ,​ຍ້ອນ​ລັດ​ຖະ​ບານ​ຈີນ​ໄດ້​ຮັບ​ໝາກ​ຜົນ​ອັນ​ໃຫຍ່​ຫຼວງ​ໃນ​ການ​ແກ້​ໄຂ​ບັນ​ຫາ​ກິນ​ອິ່ມ​ນຸ່ງ​ອຸ່ນ​ຂອງ​ປະຊາ​ກອນ​ຜູ່​ທຸກ​ຍາກ,​ສຳ​ນັກ​ງານ​ແຜນ​ການ​ທັນ​ຍາ​ຫານ​ໂລກ​ຈະ​ຢຸດ​ຕິ​ການ​ຊ່ວຍ​ໜູນ​ດ້ານ​ທັນ​ຍາ​ຫານ​ຕໍ່​ຈີນທີ່​ເປັນ​ເວ​ລາ​ຊາວ​ກວ່າ​ປີ​ແລ້ວ​ໃນ​ທ້າຍ​ປີ2005.