ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-16 14:45:39    
ລົມ​ເລື່ອງ​ເປັນ​ຫວັດ

cri Author: li
ເປັນຫວັດ​ແມ່ນ​ພະຍາດ​ເລື້ອຍໆໃນ​ຊີວິດ​ປະຈຳ​ວັນ​ຂອງ​ຄົນ​ເຮົາ. ​ການ​ຄົ້ນຄວ້າ​ຂອງ​ແພດສາດ​ສະ​ແດງ​ໃຫ້​ເຫັນ​ວ່າ,​ຄົນ​ເຮົາ​ເປັນຫວັດ​ສຳຄັນ​ແມ່ນ​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ແບ​ບ​ແຜນ​ຊີວິດ​ການ​ເປັນ​ຢູ່ຂອງ​ຄົນເຮົາ,​ກ່ອນ​ອື່ນ​ແມ່ນ​ກ່ຽວ​ກັບຄວາມ​ຊີນ​ເຄີຍ​ດ້ານ​ອາຫານ​ການ​ກິນ. ຜູ້​ທີ່​ມັກ​ກິນ​ເຄັມ​ຈະ​ກະທົບກະ​ເທືອນ​ເຖິງ​ນ້ຳລາຍ​ທີ່ຊຶມ​ອອກ,​ທາດ​ນາຕຼີ​ໃນ​ເກືອ​ມີ​ລັກສະນະ​ຊາບຊຶມ​ຂ້ອນ​ຂ້າງ​ສູງ,​ມີ​ບົດບາດ​ລະງັບ​ຄວາມ​ສາມາດ​ຕ້ານ​ທານຈຸ​ລັງ​ໃນ​ປາກ​ແລະ​ຄໍ,​ກະ​ທົບ​ກະ​ເທືອນ​ການ​ເກີດ​ຕົວ​ປະກອບ​ຕ້ານທານ​ພະຍາດ​ໃນ​ຮ່າງກາຍ,​ຈຸລິນ​ຊີ​ຕົວ​ເຊືອ​ໂຣກ​ຕ່າງໆ​ເຊັ່ນ​ເຊື້ອ​​ໂຣກ​ໄຂ້ຫວັດ​ເປັນຕົ້ນ​ກໍ​ຈະ​ສວຍ​ໂອກາດ​ແຊກເຂົ້າ​ໃນ​ຮ່າງກາຍ.

ຖັດມາ,ເປັນ​ຫວັດ​ຍັງ​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ຕີນຈັບ​ໜາວ. ຢູ່​ຈີນ​ມີ​ສຸພາສິດ​ເວົ້າວ່າ"ຄວາມ​ໜາວ​ເຂົ້າທາງ​ຕີນ". ຕີນ​ສອງ​ເບື້ອງ​​ໄກຈາກ​ໝາກ​ຫົວ​ໃຈ​​ທີ່​ສຸດ,ສະ​ດຸ້ງ​ໄວຫຼາຍ​ຕໍ່​ຄວາມ​ໜາວ,​ຕາບ​ໃດ​ຕີນຈັບ​ໜາວ,ກໍ​ຈະ​ພາ​ໃຫ້​​ເສັ້ນ​ເລືອດ​​ເຈ້ຍ​ເມືອກ​ໃນ​ຫຼອດ​ຫາຍ​ໃຈ​​ເທິງ​ເຊັ່ງ​ດັງ,​ຄໍ​ແລະ​ຫຼອດ​ລົມຫົດ​ຫູ່,​ຄວາມ​ສາມາດ​ສະ​ສາງ​ເຊື້ອ​​ໂຣກຂອງ​ຂົນ​ເສື່ອມລົງ,​ຈຸ​ລິນ​ຊີທີ່​ພາ​ໃຫ້​ເປັນ​ພະຍາດ​ທີ່​ຟັກ​ຕົວ​ຢູ່​ໃນ​ດັງ​ແລະ​ຄໍ​ກໍຈະ​ເຂົ້າ​ໄປ​ໃນ​ຮ່າງກາຍ​,​ໂດຍ​ສະ​ເພາະ​ແມ່ນ​ເດັກ​ແດງ​ແລະ​ເດັກນ້ອຍ,​ຍ້ອນ​ວ່າ​ສູນ​ປັບ​ອຸນຫະພູມ​ຮ່າງກາຍ​ໃນ​ສະໝອງ​ຍັງ​ບໍ່​ທັນ​ເຕີບ​ໃຫຍ່​ຄົບ​ສົມບູນ​ເທື່ອ,​ໄຂມັນ​ໃຕ້​ໜັງ​ຂອງ​ຕີນ​ຍັງໜ້ອຍ,​ຄວາມ​ສາມາດ​ຕ້ານ​ອາກາດ​ໜາວບໍ່​ແຂງ​ແຮງ,ຖ້າ​ບໍ່​ລະວັງ​ກໍ​ຈະ​ຈັບ​ໜາວ​ໂລດ,ມັກ​ເປັນຫວັດ​ຊ້ຳ​ແລ້ວ​ຊ້ຳອີກ.

ການຫັດກາຍໜ້ອຍ​ໂພດ​ກໍ​ແມ່ນ​ມູນ​ເຫດ​ໜຶ່ງ​ທີ່​ພາ​ໃຫ້​ເປັນຫວັດ. ​ຕາມ​ສັງ​ເກດ,ບາງ​ຄົນ​ທີ່​ຮ່າງກາຍ​ອ່ອນ​ແອ​​ແດ່ນັ້ນ​ບໍ່​ມັກ​ໄປ​ເຄື່ອນ​ໄຫວ​ຢູ່​ນອກ​ເຮືອນ,​ບໍ່ຫຼິ້ນກິລາ​ປານ​ໃດ,​ພູມ​ຕ້ານທານ​ພະຍາດ​ຂອງ​ຮ່າງກາຍ​ຈຶ່ງ​ອ່ອນລົງ​ໂດຍ​ທຽບ​ຖານ,​ຈຶ່ງ​ມັກ​ເປັນຫວັດ​ຫຼາຍ​ກວ່າ​ຜູ້​ທີ່​ຫຼິ້ນ​ກິລາ​ເລື້ອຍໆ​ນັ້ນ 2-3 ​ເທົ່າ.

ຖ້າທ່ານ​ແມ່ນ​ຜູ້​ທີ່​ນິດ​ໄສ​ດີ​ແລະມັກ​ມ່ວນ​ມັກຕະຫຼົກ,​ພວກ​ເຮົາ​ຂໍ​ຊົມ​ເຊີຍ; ຖ້າ​ບໍ່​ແມ່ນ,ກໍ​ຂໍ​ເຕືອນ​ທ່ານ​ວ່າ​ຮີບ​ປ່ຽນ​ນິດ​ໄສ​ໄວໆ,​ເພາະວ່າ,​ຖ້າ​ທ່ານ​ມັກ​ຄຽດ​ມັກ​ໃຈ​ຮ້າຍ​ນອກຈາກ​ເຮັດ​ໃຫ້​ຜູ້​ອື່ນ​ບໍ່​ມ່ວນ​ບໍ່ສະບາຍ​ແລ້ວ,​ຕາມ​ການ​ຄົ້ນຄວ້າ​ຂອງ​ນັກ​ວິທະ​ຍາສາດ,ຍິງ​ຮູ້​ວ່າຜູ້​ມັກ​ຮ້າຍ​ນັ້ນ​ຈະ​ເປັນຫວັດ​ງ່າຍ​ກວ່າ​ຜູ້​ມີ​ອາລົມ​ເບີກບານ​ນັ້ນຫຼາຍ.

​ເມື່ອ​ທຽບ​ກັບ​ຜູ້​ທີ່​ບໍ່​ມັກ​ໂມ​ໂຫ​ແລ້ວ,ອັດຕາ​ຫຼອດຫາຍ​ໃຈ​ອັກ​ເສບ​ຂອງ​ຜູ້​ທີ່​ມັກ​ໂມ​ໂຫຈະ​ສູງ​ກວ່າ ​3 ​ເທົ່າ​ຮອດ 5 ​ເທົ່າ. ນັກ​ວິທະ​ຍາສາດ​ອັງກິດ​ເຄີຍ​ທົດ​ລອງທາງ​ຈິດ​ໃຈ​ຕໍ່​ຜູ້​ອາສາ​ສະໝັກ 394 ຄົນ,​ກ່ອນ​ອື່ນ​ໄດ້​ວັດ​ແທກ​ລະດັບ​ຄວາມເຄັ່ງ​ຕຶງ​ຂອງ​ແຕ່ລະຄົນ,​ແລ້ວ​ໃຫ້​ພວກ​ເຂົາ​ເຈົ້າຕິດ​ເຊື້ອ​ໂຣກ​ຫວັດ,​ໃນ​ທີ່​ສຸດ​ໄດ້​ປະກົດ​ເຫັນ​ວ່າ, ຜູ້​ທີ່​ຈິດ​ໃຈ​ສະຫງົບ​ ອັດຕາ​ມີ​ອາການ​ເປັນຫວັດ​ມີ​ແຕ່ 27%; ​ສ່ວນ​ຂອງ​ຜູ້​ທີ່​ຈິດ​ໃຈ​ເຄັ່ງ​ຕຶງ​ນັ້ນ​ພັດ​ມັກ​ເປັນຫວັດ​ເຖິງ 47%. ນັກ​ຄົ້ນຄວ້າ​ເຫັນ​ວ່າ,ກຳລັງ​ໜີບ​ດ້ານ​ຈິດ​ໃຈ​ແຮງ​ຈະ​ເຮັດ​ໃຫ້​ສັບພະ​ຄຸນ​ເພີກ​ພະຍາດ​ຂອງ​ຮ່າງກາຍ​ຕ່ຳລົງ,​ແລ້ວ​ພາ​ໃຫ້​ສັບພະ​ຄຸນ​ປ້ອງ​ກັນ​ຂອງ​ຫຼອດຫາຍ​ໃຈ​ເສື່ອມລົງ​​ຊົ່ວຄາວ,​ກາຍ​ເປັນ​ມູນ​ເຫດ​ທີ່​ພາ​ໃຫ້​ເປັນຫວັດ.

ນັກຄົ້ນຄວ້າ​ຍັງ​ໄດ້​ສຳຫຼວດ​ໃນ​ໝູ່ພໍ່​ເຖົ້າ​ແມ່​ເຖົ້າອາຍຸ 80 ປີ​ຂຶ້ນ​ໄປ​​ໃນໂຮງ​ລ້ຽງ​ຜູ້​ເຖົ້າ 63 ຄົນ,​ເອົາ​ຜູ້​ຊາຍ​ໄວ​ຊະລາ​ເປັນ​ຕົວຢ່າງ,​ໃນ​ການ​ຕິດຕາມ​ສຳຫຼວດ​ເປັນ​ເວລາ​ສອງ​ເດືອນ,​ນັກ​ຄົ້ນຄວ້າ​​ໄດ້ເຫັນ​ວ່າ,​ຜູ້​ຊາຍ​ທີ່​ຈິດ​ໃຈ​ເບີກບານ​ແລະ​ມັກ​ຫົວ​ສຽງ​ດັງ​ເລື້ອຍໆ​ມີ​ສຸຂະພາບ​ແຂງ​ແຮງ​ທີ່​ສຸດ,​ເມື່ອ​ທຽບ​ກັບ​ຜູ້​ເຖົ້າທີ່​ອຸກ​ອັ່ງ​ບໍ່​ມ່ວນ​ບໍ່​ຊື່ນໝົດ​ມື້ນັ້ນ​ແລ້ວ​ແມ່ນ​ຕ່າງ​ກັນ​ຢ່າງ​ເດັ່ນ​ຊັດ​ທີ່​ສຸດ.
ຖ້າ​ມັກ​​ໃຈຮ້ອນ​ມັກໂມ​ໂຫ​ໝົດ​ມື້,​ປະຊາ​ສຳພັນ​ກັບ​ຜູ້​ອື່ນ​ບໍ່​ດີ,​ຜູ້​ທີ່ນິດ​ໄສ​ປະຫຼາດແນວ​ນີ້​ຈະ​ມັກ​​ເປັນ​ຫວັດ​ຫຼາຍ​ກວ່າ​ຜູ້​ອື່ນຫຼາຍ.

ທ່ານຢູ່​ລີຂອງ​ມະຫາ​ວິທະຍາ​ໄລໜຶ່ງ​ຂອງ​ອັງກິດ​ໄດ້​ເປັນ​ຜູ້​ກຳກັບການ​ສຳຫຼວດ​ເທື່ອ​ນີ້,​ໃນ​ກອງ​ປະຊຸມ​ສະມາຄົມ​ຈິດຕະສາດ​ຂອງ​ອັງກິດ,ທ່ານ​ໄດ້​ປະກາດ​ໝາກຜົນ​ຄົ້ນຄວ້າ​ຂອງ​ຕົນ,ທ່ານ​ເວົ້າວ່າ,"​ຈິດ​ໃຈ​ອາລົມ​ມີ​ສ່ວນ​ພົວພັນ​ຫຼາຍທີ່​ສຸດກັບ​ການ​ເປັນຫວັດ​,​ຜູ້​ທີ່​ມັກ​ເວົ້າຕະຫຼົກ​ແມ່ນ​ໜ້ອຍ​ທີ່​ສຸດທີ່​ຈະ​ເປັນຫວັດ,ກົງກັນ​ຂ້າມ,​ຜູ້​ທີ່​ນິດ​ໄສ​ປະຫຼາດຈິດ​ໃຈ​ບໍ່​ມ່ວນ​ນັ້ນ​ຈະ​ເປັນຫວັດ​ງ່າຍ,​ຖ້າ​ເປັນຫວັດ​ແລ້ວກໍ​ຕ້ອງ​ຫຼາຍມື້​ຈຶ່ງ​ຈະ​ຫາຍ. ​ເວົ້າ​ສຳລັບ​ຜູ້​ຊາຍ​ໄວ​ຊະລາ​ແລ້ວ,ນິດ​ໄສ​ມັກ​ມ່ວນ​ມັກ​ເວົ້າ​ຕະຫຼົກ​ຈະ​ເປັນຫວັດ​ໜ້ອຍ​ຢ່າງ​ເດັ່ນ​ຊັດ​ຫຼາຍ,​ຄົນ​ມັກ​ຄຽດ​ມັກ​ຮ້າຍກໍ​ພໍດີ​ກົງກັນຂ້າມ,​ພະຍາດ​ເປັນຫວັດ​ມັກ​ຫາ​ຄົນ​ແນວ​ນີ້​ໂດຍ​ຈຳ​ເພາະ.