ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-16 14:46:01    
ການ​ກຳ​ເນີດ​ຂອງ​ວິ​ທະ​ຍາ​ສາດ​​ເຕັກ​ນິກ​ນາ​ໂນ​ແມັດ

cri Author: li
ຕາມ​ຂ່າວ CRI: ຄຽງ​ຄູ່​ກັບ​ຄວາມ​ຮັບ​ຮູ້​ຂອງ​ມະນຸດ​ຕໍ່​ໂລກ​ວັດຖຸ​ຈຸນລະ​ພາກ​ນັບ​ມື້​ນັບ​ກ້າວໜ້າ,​ໃນ​ໄລຍະ​ສະຕະວັດ​ທີ 20 ມໍ່​ຈະ​ສິ້ນສຸດ​ລົງ,ວິຊາ​ຈະ​ເລີ​ນ​ໃໝ່​ວິຊາ​ໜຶ່ງ​ໄດ້​ກຳ​ເນີ​ດ​ເກີດ​ຂຶ້ນ​. ປີ 1990,ກອງ​ປະຊຸມ​ວິທະ​ຍາສາດ​​ເຕັກນິກ​ນາ​ໂນ​ແມັດ​ຄັ້ງ​ປະຖົມ​ມະ​ເລີກ​ໄດ້​ໄຂ​ຂຶ້ນຢູ່​ອາ​ເມ​ລິ​ກາ,​ວິທະ​ຍາສາດ​ເຕັກນິກ​ນາ​ໂນ​ແມັດ​ໄດ້​ກຳ​ເນີດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ.

ອັນ​ທີ່​ວ່າ​ວິທະຍາສາດ​ນາ​ໂນ​​ແມັດ​ແມ່ນ​ວິທະຍາສາດ​ທີ່​ຄົນ​ເຮົາ​ຄົ້ນຄວ້າ​ປະກົດ​ການ​ແລະ​ສັບພະ​ຄຸນ​ພິ​ເສດ​ຂອງ​ວັດຖຸ​ພາຍ​ໃນ​ຂອບ​ເຂດ​ຈຸນລະພາກ​ແຕ່ 100 ນາ​ໂນ​ແມັດ​ຮອດ 0,1 ນາ​ໂນ​ແມັດ; ສ່ວນ​ເຕັກນິກ​ນາ​ໂນ​​ແມັດ​ໝາຍ​ເຖິງ​ວິທີ​ແລະ​ພາຫະນະ​ໃນ​ການ​ຜະລິດ​ອຸປະກອນ​ໃໝ່​ແລະ​ຄົ້ນຄວ້າ​ກຳມະ​ວິທີ​ໃໝ່​ບົນ​ພື້ນຖານ​ວິທະ​ຍາສາດ​ນາ​ໂນ​ແມັດ.

ທີ່​ຈິງ​ແລ້ວ,​ເວົ້າ​ໃນ​ດ້ານ​ຄວາມ​ໝາຍ​ທີ່​ອ່າວ​ຖືກຕ້ອງ​ແລ້ວ,​ເວລາ​ກຳ​ເນີດຂອງ​ວິທະ​ຍາສາດ​​ເຕັກນິກ​ນາ​ໂນ​​ແມັດ​ຍັງ​ດົນ​ກວ່າ​ນີ້​ອີກ.

ປີ 1984,ທ່ານ​ເກຼດນັກປາດ​ທີ່​ມີ​ຊື່​ສຽງ​ຂອງ​ເຢຍລະ​ມັນ​ໄດ້​ນຳ​ໃຊ້​ເຕັກນິກ​ຍຸກ​ປັດຈຸບັນ​ໜີບ​ກ້ອນ​ຜະລຶກ​ເຫຼັກ 6 ນາ​ໂນ​ແມັດ​ໃຫ້​ເປັນ​ກ້ອນ​ນາ​ໂນ​ແມັດ,​ແລະ​ໄດ້​ຄົ້ນຄວ້າ​ອົງ​ປະກອບ​ພາຍ​ໃນ​ຂອງ​ມັນ​ຢ່າງ​ລະອຽດ,​​ໃນທີ່​ສຸດ​ໄດ້​ປະກົດ​ເຫັນ​ວ່າ,ມັນ​ເຂັ້ມ​ກວ່າ​ເຫຼັກກ້າ​ທຳ​ມະ​ດາຕັ້ງ 12 ​ເທົ່າ,​ແຂງ​ກວ່າ 2-3 ຂັ້ນປະລິມານ. ​ໃຕ້​ອຸນຫະພູມ​ຕ່ຳ,​ໂລຫະ​ນາ​ໂນ​ແມັດຊະ​ນິດ​ນີ້​ຈົນກະທັ້ງ​ເສຍ​ຄວາມ​ສາມາດ​ສົ່ງ​ຕໍ່,ຄຽງ​ຄູ່​ກັບ​ຂະໜາດ​ນ້ອຍ​ລົງ,ຈຸດ​ລະລາຍ​ຂອງ​ອຸປະກອນ​ນາ​ໂນ​ແມັດ​ກໍ​ຈະ​ຕ່ຳລົງ.

ທີ່​ຈິງ​ແລ້ວ,ການຄົ້ນຄວ້າ​ຂອງ​ທ່ານ​ເກຼດພຽງ​ແຕ່​ເປັນ​ການ​ເລີ່ມຕົ້ນ​ເທົ່າ​ນັ້ນ​ເຊິ່ງ​ໄດ້​ພາ​ໃຫ້​ນັກ​ວິທະ​ຍາສາດ​ທັງຫຼາຍ​ຄົ້ນຄວ້າ​ຢ່າງ​ກວ້າງຂວາງ​ຕໍ່​ການ​ປ່ຽນ​ແປງ​ແລະ​ນຳ​ໃຊ້​ສັບພະ​ຄຸນ​ຟິຊິກ​ສາດ​ຂອງ​ວັດ​ຖຸ​ໃນ​ຂັ້ນ​ປະລິມານ​ນາ​ໂນ​ແມັດ. ​ເມື່ອ​ທຽບ​ກັບ​ອຸປະກອນ​ທຳ​ມະ​ດາ​ແລ້ວ,​ອຸປະກອນ​ທີ່​ເຮັດ​ດ້ວຍ​ເມັດ​ນາ​ໂນ​ແມັດ​ນັ້ນມີ​ຄວາມ​ແຕກ​ຕ່າງ​ກັນ​ຫຼາຍ​ໃນ​ດ້ານ​​ຄວາມ​ແຂງ,​ແມ່​ເຫຼັກ,​ແສງ,ສຽງ​ແລະ​ຄວາມ​ຮ້ອນ​ເປັນຕົ້ນ,​ຈາກ​ນີ້​ຈະ​ເກີດ​ມີ​ສັບພະ​ຄຸນ​ຕ່າງ​ກັນ​ຫຼາຍຢ່າງ.

​ເປັນອັນ​ຈະ​ແຈ້ງ​ແລ້ວ​ວ່າ,​ວິທະຍາສາດ​ເຕັກນິກ​ນາ​ໂນ​ແມັດ​​​ແມ່ນ​ອົງ​ກອນ​ສັງ​ລວມ​ຫຼາຍ​ຂະ​ແໜງ​ວິຊາ​ທີ່​ມີ​ເນື້ອ​ໃນ​ກວ້າງຂວາງ​ທີ່​ຖື​ທິດ​ສະ​ດີ​ຄົ້ນຄວ້າ​ຈຸນລະພາກ​ຂອງ​ສອງ​ວິຊາ​ພື້ນຖານ​ຄື​ຟິຊິກ​ແລະ​ເຄ​ມີ​ເປັນ​ພື້ນຖານ,​ຖື​ເຕັກນິກ​ວິ​ເຄາະ​ແລະ​ພາຫະນະ​ກຳມະ​ວິທີ​ທີ່​ກ້າວໜ້າ​ເປັນ​ປະຖົມ​ປັດ​ໄຈ. ມັນ​​ບໍ່​​​ແມ່ນການ​ແກ່ຍາວ​ແລະ​ການ​ຂະຫຍາຍ​ຂອງ​ວິຊາ​ໃດ​ໜຶ່ງ,ທັງ​ບໍ່​ແມ່ນ​ສິ່ງ​ກຳ​ເນີດ​ຫຼື​ຫັນປ່ຽນ​ຂອງ​ການດັດ​ສ້າງ​ເຕັກນິກ​ກຳມະ​ວິທີ​ໃດ​ໜຶ່ງ. ມັນ​ແມ່ນ​ສິ່ງ​ກຳ​ເນີດ​ຈາກ​ວິຊາ​ທິດ​ທະ​ດີ​ພື້ນຖານ​ແລະ​​ເຕັກນິກ​ສູງ​ຍຸກ​ປັດຈຸບັນ​ທີ່​ປະສານ​ກັນ​ຢ່າງ​ແໜ້ນ​ແຟ້ນ.

ການ​ກຳ​ເນີ​ດຂອງ​ເຕັກນິກ​ນາ​ໂນ​ແມັດ​ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ທ່ວງທາ​ຂະຫຍາຍຕົວ​​ແນວ​ໜຶ່ງຄື: ​ໃນ​ຂົງ​ເຂດ​ວິທະ​ຍາສາດ​ເຕັກນິກ​ຍຸກ​ປັດຈຸບັນ,​ການ​ຄົ້ນຄວ້າ​ວິທະ​ຍາສາດ​ພື້ນຖານ​ປະສານ​ສົມທົບ​ກັບ​ການ​ຂະຫຍາຍ​ຕົວ​ຂອງ​ເຕັກນິກ​ປະຍຸກ​ນັ້ນ​ໄດ້​ປະກົດ​ມີ​ທ່ວງທ່າ​ທີ່ນັບ​ມື້​ນັບ​ແຍກ​ອອກ​ຈາກ​ກັນ​ບໍ່​ໄດ້, ຈົນກະທັ້ງ​ໃນ​ກໍລະນີ​ຫຼາຍ​ສົມຄວນ,​ຄົນ​ທັງຫຼາຍ​ຮູ້ສຶກ​ຍາກ​ທີ່​ຈະ​ຈຳ​ແນກ​ຄວາມ​ແຕກ​ຕ່າງ​ກັນ​ລະຫວ່າງ​ການ​ຄົ້ນຄວ້າ​ກັບ​ການ​ປະຍຸກ​ຢ່າງ​ສິ້ນ​ເຊີງ.

ປັດຈຸບັນ,​ໃນ​ດ້ານ​ອຸປະກອນ​ນາ​ໂນ​ແມັດ,​ນັກ​ວິທະ​ຍາສາດ​ທັງຫຼາຍ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ສຳຄັນ​ບາງ​ຢ່າງ​ແລ້ວ. ຕົວຢ່າງ​ຄື​ອຸປະກອນ​​​ເຄື່ອງ​ປັ້ນດິນ​ເຜົາ,​ອຸປະກອນ​ເຄື່ອງ​ປັ້ນດິນ​ເຜົາ​ທຳ​ມະ​ດາ​ມີ​ຈຸດ​ພິ​ເສດ​ຄື​ຄວາມ​​ແຂງສູງ,​ຄວາມ​ໜຽວ​ຂີ້ຮ້າຍ,ຈຸດ​ລະລາຍ​ສູງ​ແລະ​ປຸງ​ແຕ່ງ​ສຳ​ເລັດ​ຮູບ​ຍາກ; ​ແຕ່​ເຄື່ອງ​ປັ້ນດິນ​ເຜົາ​ນາ​ໂນ​ແມັດ​ທີ່​ປຸງ​ແຕ່ງ​ດ້ວຍ​ເຕັກນິກ​ນາ​ໂນ​ແມັດ​ບໍ່​ພຽງ​ແຕ່​ໄດ້​ຮັກສາ​ລັກສະນະ​ພິ​ເສດ​ເດີມ​ທໍ່​ນັ້ນ,​ແລະ​ຍັງ​ມີ​ລັກສະນະ​ຊຸບ​ເປີ​ພຼາສ​ຕິກ,​ແລະ​ສາມາດ​ປຸງ​ແຕ່ງ​ເປັນ​ເຄື່ອງ​ທີ່​ທົນຕໍ່​ອຸນຫະພູມ​ສູງ​​ໄດ້​ໃຕ້​ອຸນຫະພູມ​ຕ່ຳ,​ອັນ​ໄດ້​ເປີດ​ກວ້າງ​ຂອບ​ເຂດ​ນຳ​ໃຊ້​ອຸປະກອນ​​ເຄື່ອງ​ປັ້ນດິນ​ເຜົາ​ໃນ​ຂົງ​ເຂດການ​ຜະລິດ​ອຸດສາ​ຫະກຳ​ຢ່າງ​ຫຼວງຫຼາຍ.

ບັນດາ​ນັກວິທະຍາສາດ​ຍັງ​ຊີ້​ອອກ​ວ່າ,ການ​ພັດທະນາ​ກຳມະ​ວິທີ​ທີ່​ມີ​ອັດຕາ​ຈຳ​ແນກ​ຂັ້ນ​ນາ​ໂນ​ແມັດ​ນັ້ນ​ແມ່​ນທິດ​ທີ່​ກຳມະ​ວິທີ​ການ​ຜະລິດ​ວົງ​ຈອນ​ໄຟຟ້າ ​IC ທີ່​ມີ​ຢູ່​ໃນ​ປັດຈຸບັນ​ຂະຫຍາຍ​ໄປ​ສູ່​ເຕັກນິກ​ມີ​ໂກຼ​ເອ​ເລັກ​ໂຕຼນິກ;​ ສ່ວນ​ການ​ຄົ້ນຄວ້າ​ພັດທະນາ​ຊີກສ່ວນ​ເອ​ເລັກ​​ໂຕຼນິກ​ນາ​ໂນ​ແມັດ​ໄດ້​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ຂະຫຍາຍ​ຕົວ​ຂອງ​ຄອມ​ພິວ​ເຕີ​ຮຸ້ນ​ໃໝ່.

ບົນ​ພື້ນຖານ​ດັ່ງກ່າວ,ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ລົງທຶນ​ຢ່າງ​ຫຼວງຫຼາຍ​ເຂົ້າ​ໃນ​ຂົງ​ເຂດ​ດັ່ງກ່າວ,​ຫຼາຍ​ວິ​ສາ​ຫະກິດ​ໃຫຍ່​ພາກັນ​ຄົ້ນຄວ້າ​ພັດທະນາ​ຂົງ​ເຂດ​ດັ່ງກ່າວ. ຕາມ​ໄດ້​ຊາບ,​ບໍລິສັດ​ໂທ​ຊີ​ບາ​ຍີ່​ປຸ່ນ​ໄດ້​ຮັບ​ໝາກຜົນ​​ໃນ​ດ້ານ​ຮວມຕົວ​ຊີກ​ສ່ວນ​ກັງ​ຕາ​ແລ້ວ,​ຊີກ​ສ່ວນ​ຮວມຕົວ​ຂັ້ນນາ​ໂນ​ແມັດ​ຂະໜາດ​ໃຫຍ່​ກໍ​ພວມ​ຄົ້ນຄວ້າ​ຢູ່. ການ​ໃຊ້​ຊີກ​ສ່ວນ​ນາ​ໂນ​ແມັດ​ເຮັດ​ມະນຸດ​ກົນ​ແລະ​ລະບົບ​ຊຳລະ​ຂໍ້​ມູນ​ຂ່າວສານ​ນາ​ໂນ​ແມັດ​ແຮ່ງ​ມີ​ອະນາຄົດ​ທີ່ດູດ​ດຶງ​ໃຈຄົນ​ໃນ​ຂົງ​ເຂດ​ຄົ້ນຄວ້າ​ຊີວະ​ຊາດ​ໂມ​ເລ​ກຸນ​ແລະ​ການ​ຄົ້ນຄວ້າ​ແພດສາດ. ​ເອົາ​ມະນຸດ​ກົນ​ນາ​ໂນ​ແມັດ​ທີ່​ມີ​ສັບພະ​ຄຸນ​ພິ​ເສດ​ເຫຼົ່ານີ້​ມາ​ສັກ​ເຂົ້າ​ໃນ​​ເສັ້ນ​ເລືອດ​ຂອງ​ຄົນ​ເຮົາ​ຈະ​ສາມາດ​ກວດກາ​ສຸຂະພາບ​ທົ່ວ​ຮ່າງກາຍ​ແລະ​ປົວພະຍາດ​ຢ່າງ​ບັງ​ເກີດ​ຜົນ,​ເຮັດ​ໃຫ້​ພະຍາດ​​ເສັ້ນ​ເລືອດ​ສະໝອງ​ຕີບ​ແລະ​​ເສັ້ນ​ເລືອດຫົວ​ໃຈ​ຕີບ​ເປັນຕົ້ນ​ບໍ່​ເປັນ​ຄາຕະກອນ​ທີ່​ຂົ່ມ​ຂູ່​ຊີວິດ​ຂອງ​ຄົນ​ເຮົາ​ອີກ.