ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-16 16:05:29    
​ສະ​ຫະ​ປະ​ຊາ​ຊາດ​ສົ່ງ​ເສີມ​ປະ​ເທດ​ພວມ​ພັດ​ທະ​ນາ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປະ​ດິດ​ສ້າງ​ຄວາມ​ຄິດ​ໃໝ່

cri Author: zhangshuo
ຕາມ​ຂ່າວສານ​ຊິນ​ຮວາ:ຢູ່​ທີ່​ຊຽງ​ໄຮ້,ທ່ານ​ອານ​ວາ​ລູນ ​ໂຊດ​ຮູ​ລີ ຮອງ​ເລ​ຂາ​ທິການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ,ສະຫະ​ປະຊາ​ຊາດ​ຈະ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ຊຸກ​ຍູ້​ອຸດ​ສາ​ຫະ​ກຳ​​ປະ​ດິດ​ສ້າງ​ຄວາມ​ຄິດ​ໃໝ່​ເຕີບ​ໂຕ​ຢູ່​ປະ​ເທດ​ພວມ​ພັດ​ທະ​ນາ,​ລະ​ດົມ​ຂົນ​ຂວາຍ​​ຊັບ​ພະ​ຍາ​ກອນ​ປະ​ດິດ​ສ້າງ​ຄວາມ​ຄິດ​ໃໝ່​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ​ຢ່າງ​ເຕັມ​ທີ່,​ຊຸກ​ຍູ້​ການ​ຫັນ​ຊັບ​ພະ​ຍາ​ກອນ​ວັດ​ທະ​ນະ​ທຳ​ເປັນ​ຊັບ​ພະ​ຍາ​ກອນ​ຕະ​ຫຼາດ.

ທ່ານ​ອານ​ວາ​ລູນ ​ໂຊດ​ຮູ​ລີ ​ແມ່ນ​ໃຫ້​ທັດ​ສະ​ນະ​ດັ່ງກ່າວ​ໃນກອງປະຊຸມ​ສຳ​ມະ​ນາ​ອຸດ​ສາ​ຫະ​ກຳ​ປະ​ດິດ​ສ້າງ​ຄວາມ​ຄິດ​ໃໝ່​ທົ່ວ​ໂລກ​ຂອງ​ສະຫະ​ປະຊາ​ຊາດ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ15​ທັນວາ.​ຕາມ​ແນະນຳ​ວ່າ,​ເປົ້າ​ໝາຍ​ຂອງ​ສະ​ຫະ​ປະຊາ​ຊາດທີ່​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ເທື່ອ​ນີ້​ແມ່ນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຕໍ່​ອຸດ​ສາ​ຫະ​ກຳ​ປະ​ດິດ​ສ້າງ​ຄວາມ​ຄິດ​ໃໝ່​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ.​ນອກ​ນີ້,​ສະ​ຫະ​ປະ​ຊາ​ຊາດ​ຍັງ​ຈະ​ສ້າງ​ຕັ້ງ​ສູນ​ແລກ​ປ່ຽນ​ອຸດ​ສາ​ຫະ​ກຳ​ປະ​ດິດ​ສ້າງ​ຄວາມ​ຄິດ​ໃໝ່​ສາ​ກົນ,​ເພີ່ມ​ທະ​ວີ​ການ​ຄົ້ນ​ຄ້ວາ​ແລະ​ແລກ​ປ່ຽນ​ໃນ​ດ້ານ​ຕ່າງໆ ​ເຊັ່ນ ການ​ຄ້າ​ອຸດ​ສາ​ຫະ​ກຳ​ປະ​ດິດ​ສ້າງ​ຄວາມ​ຄິດ​ໃໝ່ ການ​ລົງ​ທຶນ​ແລະ​ການ​ປົກ​ປ້ອງສິດ​ຊັບ​ສິນ​ທາງ​ປັນຍາ​ເປັນ​ຕົ້ນ.

ອຸດ​ສາ​ຫະ​ກຳ​​ປະ​ດິດ​ສ້າງ​ຄວາມ​ຄິດ​ໃໝ່​ລວມ​ທັງ​ການ​ໂຄ​ສະ​ນາ​ແລະ​ການ​ກໍ່​ສ້າງ​ເປັນ​ຕົ້ນ.​ປະ​ຈຸ​ບັນ​ນີ້,​ອຸດ​ສາ​ຫະ​ກຳ​ປະ​ດິດ​ສ້າງ​ຄວາມ​ຄິດ​ໃໝ່​ກວມ​7%​ໃນ​GDP​ຂອງ​ໂລກ,​ແລະ​ກວມ​4%​ໃນ​GDP​ຂອງ​ປະ​ເທດ​ລາຍ​ໄດ້​ຜ້ານ​ກາງ​ແລະ​ລາຍ​ໄດ້​ຕ່ຳ.