ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-16 17:51:40    
ອົງ​ການ​ຮາ​ມາສ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ​ຂອງ​ປາ​ເລັສ​ຕິນ

cri
ຕາມ​ຂ່າວCRI,4ຕົວ​ເມືອງຕົ້ນຕໍ​ຂອງ​ປາ​ເລັສຕິນຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ໄດ້​ຈັດ​ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ​ໃນ​ວັນ​ທີ15​ທັນວາ,ຜົນ​ການ​ນັບ​ບັດ​ເບື້ອງ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ,​ຂະ​ບວນ​ການ​ຕໍ່​ຕ້ານ​ອິສ​ລາມ​ປາ​ເລັສ​ຕິນ​ຄື​ອົງ​ການ​ຮາ​ມາສ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​3​ຕົວ​ເມືອງ.

ຢູ່​ນາບຼູສ ​ເມືອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ,ອົງການຮາ​ມາສ​ໄດ້​ບັດ​ເລືອກ​ຕັ້ງ​65%,​ສ່ວນ​ຂະ​ບວນ​ການ​ປົດ​ປ່ອຍ​ຊາດ​ປາ​ເລັສຕິນ​ຄື​ອານ​ຟາ​ຕາ​ທີ່​ຄອງ​ຖາ​ນະ​ພັກ​ກຳ​ອຳ​ນາດ​ໄດ້​ແຕ່​15%​ເທົ່າ​ນັ້ນ.ຢູ່​ເມື​ອງ​ເຈ​ນິນແລະ​ເມືອງ​ອານບີ​​ເຣ,​ອົງ​ການ​ຮາ​ມາສ​ກໍ​ໄດ້​​ເອົາ​ຊະນະ​ຟາ​ຕາ​ດ້ວຍ​ທ່າ​ແຮງ​ເດັດ​ຖານ.ອານຟາ​ຕາ​ມີ​ແຕ່​ໄດ້​ຮັບ​ໄຊ​ຊະ​ນະ​ດ້ວຍ​ທ່າ​ແຮງ​ໜ້ອຍ​ດຽວ​ຢູ່​ເມືອງ​ລາມາ​ລາ​ເທົ່າ​ນັ້ນ.

ວັນ​ທີ15​ທັນວາ,ທ່ານ​ຄູ​ໄລ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ຖະ​ບານ​ປາ​ເລັສ​ຕິນ​ປົກ​ຄອງ​ຕົນ​ເອງ​ໄດ້​ຍື່ນ​ໃບ​ຮ້ອງ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່​ງ​ແກ່​ທ່ານ​ອັບ​ບັສ ປະ​ທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ,​ເພື່ອ​ ​ກະກຽມ​ໃຫ້​ແກ່​ການ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ນິ​ຕິ​ບັນ​ຍັດ.

ປາ​ເລັສຕິນຈະ​ຈັດການ​ເລືອກ​ຕັ້ງ​ຄະນະ​ກຳມະການ​ນິຕິບັນຍັດ​ໃນ​ເດືອນ​ມັງ​ກອນ​ປີ​ໜ້າ,​ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ15​ທັນວາ​ແມ່ນ​ເພື່ອ​ເລືອກ​ຕັ້ງ​ຜູ່​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ນິ​ຕິ​ບັນ​ຍັດ.