ຕາມຂ່າວສານຊິນຮວາ:ວັນທີ16 ທັນວາ,ກອງປະຊຸມກ່ຽວກັບບັນຫາປາເລັສຕິນຂອງສະຫະປະຊາຊາດ,ປະເທດທະວີບອາເມລິກາລາຕິນແລະກາຣີບິໄດ້ອັດລົງຢູ່ກາລາກັດ ນະຄອນຫລວງເວເນຊູເອນລາ,ກອງປະຊຸມຜ່ານຖະແຫລງການ,ກ່າວປະນາມອິສຣາແອນຍຶດຄອງປາເລັສຕິນທາງການທະຫານອີກ.
"ຖະແຫລງການກາລາກັດ"ສະບັບນີ້ຍັງກ່າວປະນາມອິສຣາແອນທຳລາຍສິດທິມະນຸດຢູ່ບົນດິນແດນປາເລັສຕິນທີ່ຖືກຍຶດຄອງ,ສ້າງກຳແພງຂັ້ນແລະຂະຫຍາຍສ້າງຈຸດຕັ້ງຖິ່ນຖານຢູ່ບົນດິແດນບົນດິນແດນປາເລັສຕິນ.ຖະແຫລງການຮຽກຮ້ອງອິສຣາແອນຈົ່ງປະຕິບັດສັນຍາຊາມຊາຍເຮີ,ໂດຍສະເພາະແມ່ນສັນຍາປ່ອຍຊະເລີຍເສິກປາເລັສຕິນ.
ຖະແຫລງການຍັງເຕືອນອິສຣາແອນຢຸດຕໍການແຊກແຊງຂະບວນການເລືອກຕັ້ງຂອງປະຊາຊົນປາເລັສຕິນແລະຮັບປະກັນການເຄື່ອນໄຫວຂອງຜູ້ສະຫມັກຮັບເລືອກຕັ້ງແລະຜູ້ປ່ອນບັດໃນໄລຍະເລືອກຕັ້ງມີຄວາມເສລີ.
|