ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-19 16:34:27    
ທ່ານ​ບຸສ​ຮຽກ​ຮ້ອງ​ໃຫ້​ມວນ​ຊົນ​ອາ​ເມ​ລິ​ກາ​ສະ​ໜັບ​ສະ​ໜູນ​ນະ​ໂຍ​ບາຍ​ອີ​ຣັກ​ຂອງ​ທ່ານ

cri Author: zhangshuo

ຕາມ​ຂ່າວCRI:ວັນ​ທີ18​ທັນ​ວາ,ຢູ່​ທຳນຽບຂາວ,ທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ກ່າວ​ຄຳ​ປາ​ໄສ​ທາງ​ໂທລະ​ພາບ​ຕໍ່​ທົ່ວ​ປະ​ເທດ,ຮຽກຮ້ອງ​ໃຫ້​ສາທາລະນະ​ຊົນອາ​ເມ​ລິ​ກາ​ສະໜັບ​ສະໜູນ​ນະ​ໂຍບາຍ​ອີຣັກຂອງທ່ານ,​ແລະ​ໄດ້​ເວົ້າ​ແກ້​ຕົວ​ອີກ​​ໃຫ້ອາ​ເມ​ລິ​ກາທີ່​ກໍ່​ສົງຄາມ​ອີຣັກ.

​ໃນ​ຄຳ​ປາ​ໄສ​ທາງ​ໂທລະພາບ,ທ່ານບຸ​ສເວົ້າວ່າ,ປະຊາຊົນອາ​ເມ​ລິ​ກາ​ບໍ່​ຄວນ​ປະລະ​ສົງ​ຄາມ ທີ່​ດຳ​ເນີນ​ເພື່ອ​ເສ​ລີ​ພາບບັ້ນນີ້.

ທ່ານບຸ​ສຮັບຮອງ​ວ່າ​ສົງຄາມ​ອີຣັກ​ໄດ້​ພາ​ໃຫ້​ບຸກຄົນ​ບາດ​ເຈັ​ບ​ແລະ​​ເສຍ​ຊີວິດ​ຢ່າງ​ຫຼວງ​ຫຼາຍ, ​ແຕ່​ທ່ານ​ກ່າວ​ວ່າ,​ໃນ​ຖານ​ເປັນ​ປະທານາທິບໍດີ,ທ່ານ​ຍຶດໝັ້ນ​ເຫັນ​ວ່າ,ການ​ຕົກລົງ​ທີ່​ກໍ່​ສົງ​ຄາມ​ອີ​ຣັກ​ແມ່ນ​ຖືກຕ້ອງ,​ແລະ​ຍິນ​ດີ​ຫາບ​ແບກ​ໜ້າ​ທີ່​ຮັບຜິດຊອບ​ຕໍ່ຜົນ​ຮ້າຍ​ຢ້ອນ​ຫັຼງ​ທີ່​ກ່ຽວຂ້ອງ.

ພ້ອມ​ກັນນັ້ນ,ທ່ານ​ບຸ​ສຍັງ​ຊີ້​ອອກ​ວ່າ,ການ​ຈັດການ​ເລືອກ​ຕັ້ງລັດຖະສະພາ​ອີຣັກບໍ່​ໝາຍ​ຄວາມ​ວ່າການ​ເຄື່ອນ​ໄຫວ​ກຳລັງ​ຮຸນ​ແຮງ​ໃນ​ແດນອີຣັກ​ສິ້ນສຸດ​ລົງ,​ໃນ​ຫຼາຍ​ເດືອນ​ຂ້າງ​ໜ້າ,ຢູ່ອີຣັກອາດ​ຈະ​ເກີດ​ການຫຼອນ​ໂຈມ​ຕີ​ດ້ວຍ​ກຳລັງ​ຮຸນ​ແຮງ​ຫຼາຍກວ່າ​ເກົ່າ.ທ່ານ​ບຸ​ສຍັງ​ເວົ້າວ່າ,ກອງທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກບໍ່ຫ່ອນ​ຊິ​ຖອນ​ອອກ​ຈາກ​ອີຣັກ​ໃນ​ໄວ​ໆ​ນີ້.