ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-19 17:09:14    
ຈີນ​ຈະ​ສ້າງ​ຫໍ​ພິ​ພິດ​ທະ​ພັນ​300​ແຫ່ງ​ໃນ​5​ປີ​ຂ້າງ​ໜ້າ

cri
ຕາມ​ຂ່າວສານ​ຊິນ​ຮວາ,ນັກ​ຂ່າວ​ໄດ້​ຊາບ​ຈາກ​ກອງ​ປະຊຸມ​ວຽກ​ງານ​ວັດຖຸບູຮານ​ທີ່​ພວມ​ຈັດ​ຂຶ້ນ​ຢູ່​ນະຄອນ​​ເສິງ​ຕູ່ ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ວ່າ,​ໃນ5ປີ​ຂ້າງ​ໜ້າ,ຈີນ​ຈະ​ສ້າງ​ຫໍ​ພິ​ພິດ​ທະ​ພັນ300​ແຫ່ງ,​ຈຸດ​ໜັກ​​ແມ່ນ​ສ້າງ​ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ແລະ​ຮີດ​ຄອງ​ປະ​ເພ​ນີ​ຊົນ​ເຜົ່າ,​ແລະ​ຈະ​ຄ້ຳ​ຊູ​ການ​ພັດ​ທະ​ນາ​ຫໍ​ພິ​ພິດ​ທະ​ພັນ​ຂອງ​ເອ​ກະ​ຊົນ.

ກົມ​ວັດ​ຖຸບູຮານ​ແຫ່ງ​ຊາດຈີນ​ກ່າວ​ວ່າ,​ໃນ​5​ປີ​ຂ້າງ​ໜ້າ,​ເມືອງ​ໃຈກາງ​ຕ່າງໆ​ຂອງ​ຈີນ​ຢ່າງ​ໜ້ອຍ​ຈະ​ມີຫໍ​ພິ​ພິດ​ທະ​ພັນ​ທີ່​ມີ​ສັບ​ພະ​ຄຸນ​ສົມ​ບູນ​ຫຼັງ​ໜຶ່ງ,​ຄ່ອຍໆ​ເຮັດ​ໃຫ້​​ແຕ່​ລະ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ມີ​ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ແລະ​ຮີດ​ຄອງ​ປະ​ເພນີ​ຊົນ​ເຜົ່າ​ຫຼັງ​ໜຶ່ງ​ຂຶ້ນ​ໄປ​​.ຄ້ຳ​ຊູ​ຫໍ​ພິ​ພິດ​ທະ​ພັນຂອງ​ເອກະ​ຊົນ​ຢ່າງ​ແຂງ​ແຮງ.​ນອກ​ນີ້,ຈີນ​ຍັງ​ຈະ​ບູ​ລະ​ນະ​ລະ​ບອບ​ຫຼຸດ​ຫຼື​ຍົກ​ເວັ້ນ​ຄ່າ​ເຂົ້າ​ຊົມ​ຂອງ​ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ລັດ​ໃຫ້​ສົມ​ບູນ​ຂຶ້ນ​ຕື່ມ​ອີກ.

ຕາມ​ແນະນຳ​ວ່າ,ປັດຈຸບັນ,​ຢູ່​ຈີນ​ລວມ​ມີ​ຫໍ​ພິ​ພິດ​ທະ​ພັນ​ປະ​ເພດ​ຕ່າງໆ​2300​ກວ່າ​ແຫ່ງ.