ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-19 20:17:45    
ຕົວ​ປະ​ກັນ​ເຢຍ​ລະ​ມັນ​ທີ່​ຖືກ​ກັກ​ຢູ່​ອີ​ຣັກ​​ໄດ້​ຖືກ​ປ່ອຍ​ຕົວ​ແລ້ວ

cri
ຕາມ​ຂ່າວສານ​ຊິ​ນຮວາ: ວັນ​ທີ 18 ທັນວາ, ຢູ່​ແບກ​ແລງ, ທ່ານ​ຟຼັງຄ໌ ວອນ​ເທີ ສະ​ແທນ​ມາຍ​ເອີ ລັດຖະມົນຕີ​ການ​ຕ່າງປະ​ເທດ​ເຢຍລະ​ມັນ​ກ່າ​ວວ່າ, ທ່ານ​ນາງ​ຊຸ​ຊານ ​ອົສໂທ​ຟ ນັກ​ບູຮານ​ນະ​ຄະດີ, ຕົວ​ປະກັນ​ເຢຍລະ​ມັນ​ທີ່​ຖືກລັກ​ພາ​ຕົວ​ຢູ່​ອີຣັກ​ໄດ້​ຖືກ​ປ່ອຍ​ຕົວ​​ແລ້ວ.

ໃນ​ງານ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານສະ​ແທນ ມາຍ​​ເອີ ​ເວົ້າ​ວ່າ, ທ່ານ​ນາງຊຸ​ຊານ ​ອົສ​ໂທ​ຟ ຕົວ​ປະ​ກັນ​ເຢຍ​ລະ​ມັນ​ທີ່​ຖືກ​ລັກ​ພາ​ຕົວ​ຢູ່​ອີຣັກ​​ເມື່ອສາມ​ອາທິດ​ກ່ອນ​ໄດ້​ຖືກ​ປ່ອຍ​ຕົວ​ແລ້ວ. ປະ​ຈຸ​ບັນ, ນາງ​ພັກຢູ່​ໃນ​ສະຖານທູດ​ເຢຍລະ​ມັນ​ປະຈຳ​ແບກ​ແດດ, ​ສຸຂະພາບ​ແຂງ​ແຮງ. ​ແຕ່​ທ່ານ​ສະ​ແທນ​ມາຍ​ເອີບໍ່​ຍອມ​ເຜີຍ​ໃຫ້​ຮູ້​ສະພາບ​ລະອຽດ​ກ່ຽວ​ກັບ​ທ່ານ​ນາງ​ອົສ​ໂທ​ຟຖືກ​ປ່ອຍ​ຕົວ.

ວັນ​ທີ 25 ພະຈິກ, ທ່ານ​ນາງອົສ​ໂທ​ຟອາຍຸ 43 ປີ​ກັບ​ຜູ້​ຂັບ​ລົດ​ຂອງ​ນາງ​ໄດ້​ຖືກ​ລັກ​ພາ​ຕົວ​ຢູ່​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ອີຣັກ.