ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-20 11:39:04    
ເຈົ້າໜ້າ​ທີ່​ໄຕ້​ຫວັນ​ກີດຂວາງ​ທ່ານ​ເສິນ​ຢຸນ​ລິນ​ນຳ​ພາ​ຄະ​ນະ​ຜູ່​ແທນ​ໄປ​ໄຕ້​ຫວັນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ຝັ່ງ​ອີກ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ພັກ​ກົກ​ມິນ​ຕັງ​ສະ​ເໜີ​​ໃຫ້ສຳຫຼວດ​ພິຈາລະນາ​ອີກ​ເທື່ອ​ນຶ່ງ​ກ່ຽວ​ກັບ​ທ່ານ​ເສິນ​ຢຸນລິນ ຫົວໜ້າ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຈີນ​ນຳພາ​ຄະນະ​ຜູ່​ແທນ​ໄປ​ໄຕ້​ຫວັນ​​ເພື່ອ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ເສດຖະກິດ​ການ​ຄ້າ​ແລະ​ວັດທະນະທຳ​ລະຫວ່າງ​ສອງ​ຝັ່ງ​ນັ້ນ​ຖືກ​ພາກ​ສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ເຈົ້າໜ້າທີ່​ໄຕ້​ຫວັນ​ປະຕິ​ເສດ ຕອນ​ບ່າຍ​ວັນ​ທີ 19 ທັນ​ວາ ​.

ຕາມ​ສື່​ມວນ​ຊົນ​ໄຕ້​ຫວັນ​ລາຍ​ງານ​ວ່າ, ວັນ​ທີ 19 ທັນວາ ພາຍຫຼັງ​ໄຂ​ກອງ​ປະຊຸມ​ສຳ​ຫຼວດ​ພິ​ຈາ​ລະນາ​ຮ່ວມ​ແລ້ວ, "ກົມກວດ​ຄົນ​ເຂົ້າ​​ເມືອງ​ກະຊວງ​ພາຍ​ໃນ" ຂອງ​ເຈົ້າໜ້າ​ທີ່​ໄຕ້​ຫວັນ​ບໍ່​ເຫັນ​ດີ​ຂໍ້​ສະ​ເໜີ​ຂອງ​ພັກ​ກົກ​ມິນ​ຕັງ, ຮັກສາ​ການ​ຕົກລົງ​ເດີມ​ທີ່​ວ່າ "ບໍ່​ອະ​ນຸ​ຍາດ".

ທ່ານ​ຈາງ​ຢົງ​ກົງ ຫົວໜ້າ​ພະ​ແນ​ກວຽກ​ງານ​ແຜ່ນດິນ​ໃຫຍ່​ຂອງພັກ​ກົກ​ມິນ​ຕັງ​ກ່າວ​ວ່າ, ພັກ​ກົກ​ມິນ​ຕັງ​ຮູ້ສຶກ​​ເສຍ​ໃຈ​ແລະ​ບໍ່ພໍ​ໃຈ. ທ່ານ​ກ່າວ​ວ່າ, ​ເວທີ​ປາ​ໄສ​ເທື່ອ​ນີ້​ມີ​ຄວາມ​ໝາຍ​​ເລິກ​ເຊິ່ງຍາວ​ໄກ​ຕໍ່​ສັນຕິພາບຊ່ອງ​ແຄບໄຕ້​ຫວັນ, ພັກ​ກົກ​ມິນ​ຕັງ​ຈະ​ສືບ​ຕໍ່​ສະ​ແຫວ​ງຫາ​ວິ​ທີ​ອື່ນໆ​ເພື່ອ​ຊຸກ​ຍູ້​ໃຫ້​ປະກົດ​ຜົນ​ເປັນ​ຈິງ.