ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-20 15:19:15    
ພັກ​ກອມ​ມູ​ນິດ​ຈີນ​ແລະ​ລັດ​ຖະ​ບານ​ຈີນ​ສຸດ​ທີ່​ເອົາ​ໃຈ​ໃສ່​ນຳ​ວຽກ​ງານ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ

cri Author: zhangshuo
ຕາມ​ຂ່າວCRI:ວັນ​ທີ19​ທັນວາ,ຢູ່​ທີ່​ປັກ​ກິ່ງ,ທ່ານ​​ເຮີ​ຢົງ ​ເລ​ຂາຄະນະ​ພັກ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ຮອງ​ເລຂາ​ຄະນະ​ກຳມະການກວດກາ​ວິ​ໄນ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້ພົບ​ປະ​ຄະນະ​ຜູ້​ແທນອົງການກວດກາ​ແຫ່ງ​ລັດລາວ​ທີ່ນຳ​ໂດຍ​ທ່ານ​ແຫວ​ນທອງ ຫຼວງວິ​ໄລ​ ກຳ​ມະ​ການສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ປະທານ​ອົງການ​ກວດກາ​ແຫ່ງ​ລັດ​ລາວ.

ທ່ານ​ເຮີ​ຢົງ​ໄດ້​ແນະນຳ​ສະຖານະ​ການ​ການ​ເມືອງ​ ​ເສດຖະກິດ​ໃນສະ​ເພາະ​ໜ້າ​​ແລະ​ສະ​ພາບ​ປະ​ຈຸ​ບັນ​ຂອງ​ວຽກ​ງານ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງຂອງ​ຈີນ​ໃຫ້​ແຂກ​ລາວ​ຊາບ.ທ່ານ​ເວົ້າວ່າ,ພັກ​ກອມ​ມູນິດ​ຈີນ​ແລະ​ລັດຖະບານ​ຈີນ​ສຸດທີ່ເອົາ​ໃຈ​ໃສ່​ນຳວຽກ​ງານ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.ການກໍ່​ສ້າງ​ແບບ​ແຜນ​ຂອງ​ພັກ ການ​ເຮັດ​ໃຫ້​ກົງຈັກ​ພັກ​ລັດ​ມີ​ຄວາມ​ໂປ່​ງ​ໃສ​ແລະ​ການ​ຕ້ານ​ການສໍ້​ລາດ​ບັງ​ຫຼວງແມ່ນ​ບັນຫາ​ສຳຄັນ​ທີ່​ພົວພັນ​ເຖິງ​ອະນາຄົດ​ແລະ​ຊະ​ຕາ​ກຳ​​ຂອງຊາດ,ພັກກຳ​ອຳນາດ​ຕ້ອງ​ຍົກ​ຄວາມ​ສາມາດ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງແລະ​ຕ້ານ​ຢັນ​​ໄພຄວາມ​ສ່ຽງ​ໃຫ້​ສູງ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ແຫວ​ນທອງ ຫຼວງວິ​ໄລ​ເວົ້າວ່າ,ພັກ​ກອມ​ມູນິດ​ຈີນ​ແລະ​ລັດຖະບານ​ຈີນ​​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງຢ່າງ​ແຂງ​ແຮງ​ກວ່າ​ເກົ່າ,​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ໃຫຍ່ຫຼວງ,ທ່ານ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ​ນີ້.

ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ກ່າວ​ວ່າ,ຄຽງ​ຄູ່​ກັບ​ການ​ພົວພັນມິດຕະພາບລະຫວ່າງ​ຈີນກັບ​ລາວ​ຂະ ຫຍາ​ຍຕົວຢ່າງບໍ່​ຢຸດ​ຢັ້ງ,ພາກສ່ວນ​ກວດກາ​ຂອງ​ສອງ​ປະ​ເທດ​ດຳ​ເນີນ​ການ​ແລກປ່ຽນ​ກັນມີ​ຜົນ​ດີ​ຕໍ່​ສອງ​ຝ່າຍຮ່ຳຮຽນ​​​ແລະຖອດ​ຖອນ​ເອົາ​ບົດຮຽນ​​ໃນ​ຂົ​ງ​ເຂດ​ວຽກ​ງານ​ກວດກາ​ບໍລິຫານ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.